[{"content":"Things I learned in 2024 [ English below ]\nນີ້ຄືສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນປີ 2024\nໂພສນີ້ຈະຂຽນສັ້ນໆ ດຽວຈະມາອະທິບາຍແຕ່ລະຂໍ້ໃນໂພສຕໍ່ໆໄປ\n\u0026ndash; — \u0026ndash;\n[ 1 ]. ຄົນແປກໜ້າ ມັກຈະມີເລື່ອງລາວໜ້າສົນໃຈເລົ່າສູ່ຟັງ\n[ 2 ]. ຊີວິດຊ່ວງອາຍຸ 20 ຕົ້ນໆ ບໍ່ຄວນຮູ້ສຶກສະບາຍ\n[ 3 ]. ຖ້າເຮົາຮູ້ເຈັບເມື່ອມີຄົນບອກວ່າເຮົາເກັ່ງບໍ່ພໍ ດີບໍ່ພໍ, ຂະເຈົ້າອາດຈະເວົ້າຖືກແລ້ວ\n[ 4 ]. ເຮົາດຶງດູດຄົນທີ່ເຮົາເປັນເຂົ້າມາໃນຊີວິດ ບໍ່ແມ່ນຄົນທີ່ເຮົາຕ້ອງການ\n[ 5 ]. ເປັນເປັດ = ເປັນຄ່າສະເລ່ຍ = ຖືກແທນທີ່ເມື່ອໃດກໍໄດ້\n[ 6 ]. ເຮົາບໍ່ເຊື່ອຄົນອື່ນ ເກີດຈາກເຮົາບໍ່ເຊື່ອໃນຕົນເອງ\n[ 7 ]. ເມື່ອຄົນເຮັດຄືບໍ່ສົນໃຈ ນັ້ນເປັນເພາະວ່າເຂົາເຈົ້າບໍ່ສົນໃຈ\n[ 8 ]. ຄວາມໝັ້ນໃຈໃນໂຕເອງ ເກີດຈາກການຮູ້ຈັກຕົນເອງດີພໍ\n[ 9 ]. ເຊື່ອໝູ່ຄົນນັ້ນ ໝູ່ທີ່ເຫັນຄວາມສາມາດໃນໂຕເຮົາ ກ່ອນທີ່ເຮົາຈະເຫັນໃນໂຕເອງ\nຫວັງວ່າປີນີ້ເປັນອີກປີໜຶ່ງທີ່ດີສຳລັບທຸກຄົນ. ໂຊກດີປີໃໝ່ :)\n\u0026ndash; — \u0026ndash;\n[ 1 ]. Strangers always have interesting stories to tell, Talk to them!\n[ 2 ]. Your early twenties shouldn\u0026rsquo;t be comfy, Nothing grows in comfort zone.\n[ 3 ]. If it hurts when people say you’re not good enough, they’re probably right.\n[ 4 ]. We attract who we are, not who we want.\n[ 5 ]. Being a duck = Being an average = Being replaceable.\n[ 6 ]. Trust issue is you don’t trust yourself.\n[ 7 ]. If people act like they don’t care, they don’t.\n[ 8 ]. Self-confidence starts with knowing yourself so so well.\n[ 9 ]. Believe those friends, who see potential in you before you even see in yourself.\nI hope this year is an amazing year for everyone.\nHappy New Year :)\n","permalink":"https://pinkeo.netlify.app/posts/things-i-learned-in-2024/","summary":"Things I learned in 2024 [ English below ]\nນີ້ຄືສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນປີ 2024\nໂພສນີ້ຈະຂຽນສັ້ນໆ ດຽວຈະມາອະທິບາຍແຕ່ລະຂໍ້ໃນໂພສຕໍ່ໆໄປ\n\u0026ndash; — \u0026ndash;\n[ 1 ]. ຄົນແປກໜ້າ ມັກຈະມີເລື່ອງລາວໜ້າສົນໃຈເລົ່າສູ່ຟັງ\n[ 2 ]. ຊີວິດຊ່ວງອາຍຸ 20 ຕົ້ນໆ ບໍ່ຄວນຮູ້ສຶກສະບາຍ\n[ 3 ]. ຖ້າເຮົາຮູ້ເຈັບເມື່ອມີຄົນບອກວ່າເຮົາເກັ່ງບໍ່ພໍ ດີບໍ່ພໍ, ຂະເຈົ້າອາດຈະເວົ້າຖືກແລ້ວ\n[ 4 ]. ເຮົາດຶງດູດຄົນທີ່ເຮົາເປັນເຂົ້າມາໃນຊີວິດ ບໍ່ແມ່ນຄົນທີ່ເຮົາຕ້ອງການ\n[ 5 ]. ເປັນເປັດ = ເປັນຄ່າສະເລ່ຍ = ຖືກແທນທີ່ເມື່ອໃດກໍໄດ້\n[ 6 ]. ເຮົາບໍ່ເຊື່ອຄົນອື່ນ ເກີດຈາກເຮົາບໍ່ເຊື່ອໃນຕົນເອງ\n[ 7 ]. ເມື່ອຄົນເຮັດຄືບໍ່ສົນໃຈ ນັ້ນເປັນເພາະວ່າເຂົາເຈົ້າບໍ່ສົນໃຈ\n[ 8 ]. ຄວາມໝັ້ນໃຈໃນໂຕເອງ ເກີດຈາກການຮູ້ຈັກຕົນເອງດີພໍ\n[ 9 ]. ເຊື່ອໝູ່ຄົນນັ້ນ ໝູ່ທີ່ເຫັນຄວາມສາມາດໃນໂຕເຮົາ ກ່ອນທີ່ເຮົາຈະເຫັນໃນໂຕເອງ\nຫວັງວ່າປີນີ້ເປັນອີກປີໜຶ່ງທີ່ດີສຳລັບທຸກຄົນ. ໂຊກດີປີໃໝ່ :)","title":"2024 ສອນຫຍັງຂ້ອຍ"},{"content":"ໜັງສື The Psychology of money ມີທັງໝົດ 200 ປາຍໜ້າ\nປະກອບດ້ວຍບົດຮຽນການເງິນ 20 ບົດທີ່ແຕກຕ່າງຈາກໜັງສືການເງິນທົ່ວໄປ ໂດຍເຮັດໃຫ້ເຮົາເຂົ້າໃຈເຖິງສິ່ງທີ່ຢູ່ເບື້ອງຫຼັງຄວາມຮັ່ງມີ ແລະ ຄວາມທຸກຈົນ\nຄົນລວຍ ອາດບໍ່ແມ່ນຄົນທີ່ຫາເງິນເກັ່ງ ແລະ ຄົນຈົນອາດບໍ່ແມ່ນຄົນທີ່ມີລາຍໄດ້ໜ້ອຍ\n.\nໜັງສືເຫຼັ້ມນີ້ ໄດ້ຂຽນບອກເລົ່າເຖິງປະຫວັດສາດວິກິດທາງເສດຖະກິດທີ່ມີຜົນຕໍ່ສະພາບເສດຖະກິດປັດຈຸບັນ ຈຸດເລັກນ້ອຍທີ່ເຮັດໃຫ້ເກີດການປ່ຽນແປງ ຫຼື ເກີດວິກິດທາງການເງິນ ແລະ ເປັນບັນຫາໄປທົ່ວໂລກ ແຕ່ວິກິດເຫຼົ່ານັ້ນກໍໄດ້ສົ່ງຜົນດີຫຼາຍຢ່າງທີ່ເຮົາສ່ວນຫຼາຍມັກເບິ່ງຂ້າມ ຖ້າຫາກຢາກຮູ້ວ່າທີ່ຂ້ອຍເວົ້ານັ້ນແມ່ນຫຍັງ ສາມາດໄປຊື້ປຶ້ມມາອ່ານໄດ້ທີ່ Caphe17 Books Store\n.\nໃນໂພສນີ້ ຄັດຫຍໍ້ເອົາບົດຮຽນທີ່ຖອດຖອນໄດ້ ເຊິ່ງໄດ້ສະຫຼຸບໄວ້ໃນບົດທີ 19 ຂອງໜັງສື ກ່ຽວກັບບົດຮຽນທາງການເງິນທີ່ເຮົາສາມາດນຳໄປໃຊ້ໄດ້ເຊິ່ງມີດັ່ງນີ້:\n.\n1. ຖ່ອມຕົວ ເມື່ອທຸກຢ່າງເປັນໄປຕາມທີ່ເຮົາຄິດ ແລະ ໃຫ້ອະໄພ ເຫັນອົກເຫັນໃຈ ເມື່ອທຸກຢ່າງບໍ່ເປັນໄປຕາມທີ່ຄິດ: ເຄົາລົບໃນໂຊກ ແລະ ຄວາມສ່ຽງເພາະທັງສອງມີໂອກາດເກີດຂຶ້ນໄດ້ເທົ່າກັນ\n2. ຄວາມຕ້ອງການໜ້ອຍ ຄວາມຮັ່ງມີເພີ່ມຂຶ້ນ: ຄວາມຮັ່ງມີ ແມ່ນອີງຕາມຄວາມສາມາດໃນການຫ້າມໃຈໂຕເອງ\n3. ບໍລິຫານຈັດການເງິນ ໃນແບບທີ່ເຮັດໃຫ້ເຮົາສາມາດນອນຫຼັບໄດ້ສະບາຍ: ບໍ່ມີວິທີທີ່ຖືກຕ້ອງແນ່ນອນໃນການບໍລິຫານເງິນ ແຕ່ໃຫ້ເລືອກວິທີທີ່ຈະເຮັດໃຫ້ເຮົານອນຫຼັບໂດຍບໍ່ຕ້ອງຄິດຫຼາຍ\n4. ສິ່ງດຽວທີ່ຈະເຮັດໃຫ້ເຮົາເປັນນັກລົງທຶນທີ່ດີ ຄືໄລຍະເວລາໃນການລົງທຶນ: ເວລາເປັນສິ່ງທີ່ມີອິດທິພົນທີ່ສຸດໃນການລົງທຶນ\n5. ຍອມຮັບຄວາມຜິດພາດຂອງຕົນເອງ: ເຖິງເຮົາຜິດພາດໃນການບໍລິຫານເງິນ ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດເຮັດໃຫ້ມັນດີຂຶ້ນໄດ້\n6. ຈົ່ງໃຊ້ເງິນ ເພື່ອຄວບຄຸມເວລາ: ຄວາມສາມາດທີ່ຈະະເຮັດໃນສິ່ງທີ່ຢາກເຮັດ ຕອນທີ່ຢາກເຮັດ ກັບຄົນທີ່ເຮົາຕ້ອງການຄືປັນຜົນທີ່ດີທີ່ສຸດຈາກເງິນ\n7. ຈົ່ງເປັນຄົນທີ່ດີຂຶ້ນ ແຕ່ຫຼູຫຼາໜ້ອຍລົງ: ຄົນບໍ່ຊື່ນຊົມເຮົາທີ່ມີລົດຫຼູ ພວກເຂົາຊື່ນຊົມລົດ ແລະ ຄິດວ່າຈະເປັນແນວໃດຖ້າພວກເຂົາໄດ້ຂັບລົດຄັນນັ້ນ\n8. ການອອມເງິນ ບໍ່ຈຳເປັນຕ້ອງງມີເຫດຜົນ: ມັນດີຖ້າມີເປົ້າໝາຍໃນການອອມເງິນ ແຕ່ຖ້າບໍ່ມີເປົ້າໝາຍໃນການອອມ ກໍອອມໂລດ ເພາະຊີວິດມັກມີເລື່ອງບໍ່ຄາດຄິດເກີດຂຶ້ນຕະຫຼອດ\n9. ທຸກຄວາມສຳເລັດ ມີຕົ້ນທຶນ ແລະເຮົາຕ້ອງເຕັມໃຈທີ່ຈະຈ່າຍໃຫ້ມັນ: ບໍ່ມີຫຍັງໄດ້ມາຟຣີ ທຸກຢ່າງມັນຕ້ອງແລກ ແລະ ອາດຕ້ອງແລກດ້ວຍສິ່ງທີ່ເຮົາຄິດບໍ່ເຖິງ\n10. ເພື່ອໃຈໃຫ້ກົບຄວາມຜິດພາດ: ເຊື່ອສະເໝີວ່າເຮົາສາມາດຜິດພາດໄດ້\n11. ຫຼີກລ່ຽງການຕັດສິນໃຈທາງການເງິນທີ່ສຸດໂຕ່ງ: ເປົ້າໝາຍ ແລະ ຄວາມຕ້ອງການຂອງເຮົາຈະປ່ຽນໄປຕາມໄລຍະເວລາ ສິ່ງທີ່ເຮົາຕ້ອງການຕອນນີ້ເຮົາອາດຈະບໍ່ມີຄວາມໝາຍໃນອະນາຄົດ\n12. ຈົ່ງມັກຄວາມສ່ຽງ ທີ່ຈະຈ່າຍຜົນຕອບແທນເມື່ອເວລາຜ່ານໄປ: ບໍ່ຄວນເສຍເວລາກັບຄວາມສ່ຽງທີ່ຈະເຫັນຜົນໄວວາ ແຕ່ຈົ່ງອົດທົນກັບຄວາມສ່ຽງທີ່ຈະເຫັນຜົນໃນອະນາຄົດ\n13. ເຂົ້າໃຈເກມທີ່ຕົນເອງກຳລັງຫຼີ້ນຢູ່: ບໍ່ຄວນຖາມຄຳແນະນຳກ່ຽວກັບເກມນີ້ ກັບຄົນທີ່ບໍ່ເຄີຍຫຼິ້ນເກມນີ້\n14. ບໍ່ມີຄຳຕອບທີ່ຖືກຕ້ອງ: ເປົ້າໝາຍແຕ່ລະຄົນຕ່າງກັນ ເຮົາຄວນຫາຄຳຕອບທີ່ເຮົາຮູ້ສຶກວ່າແມ່ນສຳລັບເຮົາ\nສາມາດໄປຊື້ໜັງສືໄດ້ທີ່ Caphe17 Books Store\n","permalink":"https://pinkeo.netlify.app/posts/sum-psycology-of-money/","summary":"ໜັງສື The Psychology of money ມີທັງໝົດ 200 ປາຍໜ້າ\nປະກອບດ້ວຍບົດຮຽນການເງິນ 20 ບົດທີ່ແຕກຕ່າງຈາກໜັງສືການເງິນທົ່ວໄປ ໂດຍເຮັດໃຫ້ເຮົາເຂົ້າໃຈເຖິງສິ່ງທີ່ຢູ່ເບື້ອງຫຼັງຄວາມຮັ່ງມີ ແລະ ຄວາມທຸກຈົນ\nຄົນລວຍ ອາດບໍ່ແມ່ນຄົນທີ່ຫາເງິນເກັ່ງ ແລະ ຄົນຈົນອາດບໍ່ແມ່ນຄົນທີ່ມີລາຍໄດ້ໜ້ອຍ\n.\nໜັງສືເຫຼັ້ມນີ້ ໄດ້ຂຽນບອກເລົ່າເຖິງປະຫວັດສາດວິກິດທາງເສດຖະກິດທີ່ມີຜົນຕໍ່ສະພາບເສດຖະກິດປັດຈຸບັນ ຈຸດເລັກນ້ອຍທີ່ເຮັດໃຫ້ເກີດການປ່ຽນແປງ ຫຼື ເກີດວິກິດທາງການເງິນ ແລະ ເປັນບັນຫາໄປທົ່ວໂລກ ແຕ່ວິກິດເຫຼົ່ານັ້ນກໍໄດ້ສົ່ງຜົນດີຫຼາຍຢ່າງທີ່ເຮົາສ່ວນຫຼາຍມັກເບິ່ງຂ້າມ ຖ້າຫາກຢາກຮູ້ວ່າທີ່ຂ້ອຍເວົ້ານັ້ນແມ່ນຫຍັງ ສາມາດໄປຊື້ປຶ້ມມາອ່ານໄດ້ທີ່ Caphe17 Books Store\n.\nໃນໂພສນີ້ ຄັດຫຍໍ້ເອົາບົດຮຽນທີ່ຖອດຖອນໄດ້ ເຊິ່ງໄດ້ສະຫຼຸບໄວ້ໃນບົດທີ 19 ຂອງໜັງສື ກ່ຽວກັບບົດຮຽນທາງການເງິນທີ່ເຮົາສາມາດນຳໄປໃຊ້ໄດ້ເຊິ່ງມີດັ່ງນີ້:\n.\n1. ຖ່ອມຕົວ ເມື່ອທຸກຢ່າງເປັນໄປຕາມທີ່ເຮົາຄິດ ແລະ ໃຫ້ອະໄພ ເຫັນອົກເຫັນໃຈ ເມື່ອທຸກຢ່າງບໍ່ເປັນໄປຕາມທີ່ຄິດ: ເຄົາລົບໃນໂຊກ ແລະ ຄວາມສ່ຽງເພາະທັງສອງມີໂອກາດເກີດຂຶ້ນໄດ້ເທົ່າກັນ\n2. ຄວາມຕ້ອງການໜ້ອຍ ຄວາມຮັ່ງມີເພີ່ມຂຶ້ນ: ຄວາມຮັ່ງມີ ແມ່ນອີງຕາມຄວາມສາມາດໃນການຫ້າມໃຈໂຕເອງ\n3. ບໍລິຫານຈັດການເງິນ ໃນແບບທີ່ເຮັດໃຫ້ເຮົາສາມາດນອນຫຼັບໄດ້ສະບາຍ: ບໍ່ມີວິທີທີ່ຖືກຕ້ອງແນ່ນອນໃນການບໍລິຫານເງິນ ແຕ່ໃຫ້ເລືອກວິທີທີ່ຈະເຮັດໃຫ້ເຮົານອນຫຼັບໂດຍບໍ່ຕ້ອງຄິດຫຼາຍ\n4. ສິ່ງດຽວທີ່ຈະເຮັດໃຫ້ເຮົາເປັນນັກລົງທຶນທີ່ດີ ຄືໄລຍະເວລາໃນການລົງທຶນ: ເວລາເປັນສິ່ງທີ່ມີອິດທິພົນທີ່ສຸດໃນການລົງທຶນ\n5. ຍອມຮັບຄວາມຜິດພາດຂອງຕົນເອງ: ເຖິງເຮົາຜິດພາດໃນການບໍລິຫານເງິນ ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດເຮັດໃຫ້ມັນດີຂຶ້ນໄດ້\n6. ຈົ່ງໃຊ້ເງິນ ເພື່ອຄວບຄຸມເວລາ: ຄວາມສາມາດທີ່ຈະະເຮັດໃນສິ່ງທີ່ຢາກເຮັດ ຕອນທີ່ຢາກເຮັດ ກັບຄົນທີ່ເຮົາຕ້ອງການຄືປັນຜົນທີ່ດີທີ່ສຸດຈາກເງິນ","title":"ສະຫຼຸບໜັງສື The Psycology of Money "},{"content":"ເຄີຍສົງໃສບໍ່ວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກດີກັບຄົນບາງຄົນ?\nອາດຈະເປັນໄດ້ທັງຄົນສະໜິດ ຫຼື ບໍ່ສະໜິດທີ່ເຮົາສາມາດຮູ້ສຶກໄດ້ເຖິງພະລັງງານດ້ານບວກຈາກຄົນໆນັ້ນ\n.\nນີ້ບໍ່ແມ່ນອາການດຽວກັນກັບການຕົກຂຸມຮັກ ຫຼື ອາການ have a crush on ຜູ້ໃດໄດ໋ 😃, ມັນບໍ່ແມ່ນຄວາມຮູ້ສຶກດຽວກັນ ແຕ່ໃກ້ຄຽງກັນເຊິ່ງມັນອາດພັດທະນາໄປໃນທາງນັ້ນໄດ້, ແຕ່ຫຼາຍຄັ້ງແລ້ວມັນກະເປັນພຽງຄວາມຮູ້ສຶກດີໆທີ່ມີຕໍ່ຄົນໆນັ້ນທີ່ບໍ່ໄດ້ໄປໃນທາງ romantic (ຄວາມຄິດເຫັນສ່ວນໂຕ) 🙂\n.\nມີຫຼາຍຄັ້ງທີ່ການກະທຳເລັກນ້ອຍຂອງບາງຄົນມັນເຮັດໃຫ້ຂ້ອຍຮູ້ສຶກດີ ແລະ ກາຍເປັນ highlight ດີໆຂອງມື້ນັ້ນໄປເລີຍ\n.\nແລະ ຂ້ອຍກໍສັງເກດມາຕະຫຼອດວ່າມັນມີຫຍັງແນ່ຫວະ!! ທີ່ຈະສາມາດເຮັດໃຫ້ຄົນເຮົາຮູ້ສຶກດີກັບຄົນໆໜຶ່ງໄດ້ ສະຫຼຸບໄດ້ 10 ຂໍ້ ສິ່ງເລັກໆນ້ອຍໆທີ່ຂ້ອຍເຊື່ອວ່າມັນຈະເຮັດໃຫ້ຄົນອື່ນຮູ້ສຶກດີກັບເຮົາ:\n1.ຍິ້ມ.\n2.ທັກທາຍຄົນທີ່ຮູ້ຈັກເວລາເຫັນກັນ ເຖິງວ່າຈະບໍ່ຄ່ອຍສະໜິດ ຢ່າງໜ້ອຍກະຍິ້ມໃຫ້.\n3.ໃຫ້ຄຳຊົມ ແລະ ຊົມດ້ວຍຄວາມຈິງໃຈ.\n4.ເວົ້າຂອບໃຈ ເຖິງມັນຈະເລັກນ້ອຍ.\n5.ເປີດປະຕູໄວ້ໃຫ້ຄົນທີ່ມານຳຫຼັງ ແລະ ສຳລັບຜູ້ຊາຍ ຖ້າໄປກັບຜູ້ຍິງ ກໍຄວນເປີດປະຕູໃຫ້ຜູ້ຍິງເຂົ້າກ່ອນ ເຖິງມັນບໍ່ແມ່ນສິ່ງທີ່ພວກເຂົາຂໍ ແຕ່ເຮັດໃຫ້ກະດີ 😊.\n6.ຟັງ ໃຫ້ຫຼາຍກ່ອນເວົ້າ.\n7.ຖາມໃຫ້ໝັ້ນໃຈວ່າໝູ່ຮອດເຮືອນປອດໄພ ຫຼັງຈາກໄປຫຼິ້ນນຳກັນ.\n8.ກ່າວຊົມຄົນອື່ນ ລັບຫຼັງຂະເຈົ້າ.\n9.ຖາມວ່າ “ໂອເຄຢູ່ຫວາ?” ເມື່ອຮູ້ສຶກວ່າພວກເຂົາຮູ້ສຶກບໍ່ດີ (ແລ້ວໝູ່ກະຕອບວ່າ i’m ok i’m fine gwenchana teng neng neng ne neng 🤣).\n10.ຄິດບວກ.\n.\nທັງໝົດທີ່ຂ້ອຍກ່າວມາຂ້ອຍເອງກໍບໍ່ໄດ້ເຮັດຕະຫຼອດ ແລະ ເຈົ້າເອງກໍຄົງຈະບໍ່ໄດ້ເຮັດເລື້ອຍໆຄືກັນ ແນ່ນອນແຫຼະວ່າ ເຮົາຫຍຸ້ງກັບຕົນເອງເກີນໄປທີ່ຈະສົນໃຈວ່າໃຜຈະຮູ້ສຶກຈັ່ງໃດກັບເຮົາ ແຕ່ທີ່ເຮົາຄວນຫຼີກລ່ຽງຄືການເຮັດຫຍັງທີ່ມັນທຳຮ້າຍຈິດໃຈຜູ້ອື່ນ ເພາະເຮົາບໍ່ຮູ້ວ່າຄົນໆນັ້ນກຳລັງປະສົບກັບຫຍັງ .\nສະນັ້ນ, ເຖິງຈະເຮັດບໍ່ໄດ້ທັງ 10 ຂໍ້ທີ່ກ່າວມາ ແຕ່ຢ່າງໜ້ອຍກະເປັນຄົນດີ ດີກັບຕົນເອງ ແລະ ຄົນອື່ນ 🙂 .\n","permalink":"https://pinkeo.netlify.app/posts/10-things-that-make-people-feel-good-about-you/","summary":"ເຄີຍສົງໃສບໍ່ວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກດີກັບຄົນບາງຄົນ?\nອາດຈະເປັນໄດ້ທັງຄົນສະໜິດ ຫຼື ບໍ່ສະໜິດທີ່ເຮົາສາມາດຮູ້ສຶກໄດ້ເຖິງພະລັງງານດ້ານບວກຈາກຄົນໆນັ້ນ\n.\nນີ້ບໍ່ແມ່ນອາການດຽວກັນກັບການຕົກຂຸມຮັກ ຫຼື ອາການ have a crush on ຜູ້ໃດໄດ໋ 😃, ມັນບໍ່ແມ່ນຄວາມຮູ້ສຶກດຽວກັນ ແຕ່ໃກ້ຄຽງກັນເຊິ່ງມັນອາດພັດທະນາໄປໃນທາງນັ້ນໄດ້, ແຕ່ຫຼາຍຄັ້ງແລ້ວມັນກະເປັນພຽງຄວາມຮູ້ສຶກດີໆທີ່ມີຕໍ່ຄົນໆນັ້ນທີ່ບໍ່ໄດ້ໄປໃນທາງ romantic (ຄວາມຄິດເຫັນສ່ວນໂຕ) 🙂\n.\nມີຫຼາຍຄັ້ງທີ່ການກະທຳເລັກນ້ອຍຂອງບາງຄົນມັນເຮັດໃຫ້ຂ້ອຍຮູ້ສຶກດີ ແລະ ກາຍເປັນ highlight ດີໆຂອງມື້ນັ້ນໄປເລີຍ\n.\nແລະ ຂ້ອຍກໍສັງເກດມາຕະຫຼອດວ່າມັນມີຫຍັງແນ່ຫວະ!! ທີ່ຈະສາມາດເຮັດໃຫ້ຄົນເຮົາຮູ້ສຶກດີກັບຄົນໆໜຶ່ງໄດ້ ສະຫຼຸບໄດ້ 10 ຂໍ້ ສິ່ງເລັກໆນ້ອຍໆທີ່ຂ້ອຍເຊື່ອວ່າມັນຈະເຮັດໃຫ້ຄົນອື່ນຮູ້ສຶກດີກັບເຮົາ:\n1.ຍິ້ມ.\n2.ທັກທາຍຄົນທີ່ຮູ້ຈັກເວລາເຫັນກັນ ເຖິງວ່າຈະບໍ່ຄ່ອຍສະໜິດ ຢ່າງໜ້ອຍກະຍິ້ມໃຫ້.\n3.ໃຫ້ຄຳຊົມ ແລະ ຊົມດ້ວຍຄວາມຈິງໃຈ.\n4.ເວົ້າຂອບໃຈ ເຖິງມັນຈະເລັກນ້ອຍ.\n5.ເປີດປະຕູໄວ້ໃຫ້ຄົນທີ່ມານຳຫຼັງ ແລະ ສຳລັບຜູ້ຊາຍ ຖ້າໄປກັບຜູ້ຍິງ ກໍຄວນເປີດປະຕູໃຫ້ຜູ້ຍິງເຂົ້າກ່ອນ ເຖິງມັນບໍ່ແມ່ນສິ່ງທີ່ພວກເຂົາຂໍ ແຕ່ເຮັດໃຫ້ກະດີ 😊.\n6.ຟັງ ໃຫ້ຫຼາຍກ່ອນເວົ້າ.\n7.ຖາມໃຫ້ໝັ້ນໃຈວ່າໝູ່ຮອດເຮືອນປອດໄພ ຫຼັງຈາກໄປຫຼິ້ນນຳກັນ.\n8.ກ່າວຊົມຄົນອື່ນ ລັບຫຼັງຂະເຈົ້າ.\n9.ຖາມວ່າ “ໂອເຄຢູ່ຫວາ?” ເມື່ອຮູ້ສຶກວ່າພວກເຂົາຮູ້ສຶກບໍ່ດີ (ແລ້ວໝູ່ກະຕອບວ່າ i’m ok i’m fine gwenchana teng neng neng ne neng 🤣).","title":"10 ສິ່ງເລັກໆນ້ອຍໆທີ່ເຮັດໃຫ້ຄົນອື່ນຮູ້ສຶກດີກັບເຮົາ"},{"content":"ທີ່ຈິງ MATLAB ສາມາດນຳໃຊ້ອອນລາຍໃນບຣາວເຊີໄດ້ຟຣີໂດຍບໍ່ຕ້ອງຕິດຕັ້ງໂປຣແກຣມ ແຕ່ວ່າໃນການໃຊ້ງານທີ່ຈຳເປັນທີ່ຕ້ອງໃຊ້ເຄື່ອງມີເສີມເຮົາຕ້ອງໄດ້ຕິດຕັ້ງໂປຣແກຣມກ່ອນຈຶ່ງນຳໃຊ້ໄດ້, ແນ່ນອນມັນເສຍເງິນ ແຕ່ເຮົາທົດລອງໃຊ້ຟຣີໄດ້ 1 ເດືອນຫຼັງຈາກໜຶ່ງເດືອນເຮົາກໍໃຊ້ຕໍ່ບໍ່ໄດ້ (ແຕ່ຂ້ອຍມີວິທີ ອ່ານຕໍ່ໃຫ້ຈົບ)\nຈາກທີ່ເວົ້າມາສາມາດເຮັດຕາມຂັ້ນຕອນຕໍ່ໄປນີ້:\n1._ ເຂົ້າໄປທີ່ໜ້າເວັບໄຊ້ https://www.mathworks.com/campaigns/products/trials.html ລັອກອິນດ້ວຍບັນຊີໂດຍໃສ່ອີເມວ ຖ້າຍັງບໍ່ມີບັນຊີມັນຈະພາໄປໜ້າຕັ້ງບັນຊີ 2._ ຫຼັງຈາກຕັ້ງບັນແລະລັອກອິນແລ້ວ ເລືອກ student ແລະຕື່ມຂໍ້ມູນໃສ່ໃຫ້ຄົບ ສຳລັບໃຜທີ່ຮຽນວິສະວະກຳໂທລະຄົມມະນາຄົມ ໃຫ້ເລືອກ Wireless Communication ແລະກົດ Submit 3._ ຫຼັງຈາກເຂົ້າມາໜ້າຫຼັກແລ້ວ ກົດທີ່ Install MATLAB 4._ ກົດທີ່ Download For Windows ຄັນບໍ່ໄດ້ໃຊ້ Window ກະກົດລູກສອນນ້ອຍໆເພື່ອເລືອກ ແລ້ວກໍຖ້າມັນດາວໂຫລດ 5._ ຫຼັງຈາກດາວໂຫລດແລ້ວໃຫ້ເປີດໄຟລ ມັນຈະຂຶ້ນໜ້າຕ່າງນີ້ໃຫ້ລັອກອິນ ໃຫ້ໃສ່ອີເມວ ແລະ ລະຫັດຜ່ານເພື່ອລັອກອິນ 6._ ຕິກທີ່ yes ແລ້ວກົດ Next ແລະກົດ Next ໄປເລື້ອຍໆ 7._ ໃນຂັ້ນຕອນນີ້ໃຫ້ໝາຍຕິກໃສ່ເຄື່ອງມືທີ່ຈະໃຊ້ມີ\nMATLAB\nAntenna Toolbox\nBluetooth Toolbox\nCommunication Toolbox\nເຊິ່ງຂ້ອຍຄິດວ່າອາດຈະໄດ້ໃຊ້ ຍິ່ງໝາຍເອົາຫຼາຍອັນຍິ່ງໃຊ້ພື້ນທີ່ ແລະເວລາໃນການຕິດຕັ້ງດົນ ຖ້າບໍ່ໝັ້ນໃຈວ່າຊິໄດ້ໃຊ້ເຄື່ອງມືໃດແນ່ ໝາຍເອົາ MATLAB ຢ່າງດຽວກໍໄດ້ ແລ້ວຈຶ່ງຕິດຕັ້ງເຄື່ອງມືພວກນັ້ນພາຍຫຼັງ ແລ້ວກົດ Next ຖ້າມັນຂຶ້ນແບບນີ້ໃຫ້ຄິກ Add ຕາມທີ່ມັນບອກ 8._ ຕິກ Add shortcut to desktop ແລ້ວກົດ Next 9._ ກົດ Begin Install ແລະ ລໍຖ້າາາາາາາາາາາາາາາາາາາາາາາາາາາາາາາ ຫຼັງຈາກຕິດຕັ້ງແລ້ວກໍສຳເລັດເຮົາກໍຈະເຂົາມາທີ່ໂປຣແກຣມ ແລະສາມາດນຳໃຊ້ໄດ້ (ເຊິ່ງຂ້ອຍກໍບໍ່ໝັ້ນໃຈວ່າມີຂັ້ນຕອນອື່ນອີກບໍ່ຫຼັງຈາກຕິດຕັ້ງແລ້ວ ເພາະຂ້ອຍບໍ່ໄດ້ຖ້າຈົນມັນຕິດຕັ້ງແລ້ວ ເພາະຂ້ອຍໄດ້ຕິດຕັ້ງໄວ້ກ່ອນໜ້ານີ້ແຕ່ດົນແລ້ວ) ແຕ່ຖ້າມີແນວຖາມສາມາດຖາມຂ້ອຍໄດ້ເດີ້ ແຕ່ບໍ່ຮັບປະກັນວ່າຂ້ອຍຈະຕອບໄວ\nສຳລັບໃຜທີ່ຢາກຮູ້ວ່າຖ້າຄົບ 1 ເດືອນແລ້ວເຮັດແນວໃດຈຶ່ງຈະໃຊ້ຕໍ່ໄດ້ ໄປອ່ານຕື່ມໄດ້ທີ່\nວິທີຕໍ່ License MATLAB ໃໝ່ ","permalink":"https://pinkeo.netlify.app/posts/matlab-trial-installation/","summary":"ທີ່ຈິງ MATLAB ສາມາດນຳໃຊ້ອອນລາຍໃນບຣາວເຊີໄດ້ຟຣີໂດຍບໍ່ຕ້ອງຕິດຕັ້ງໂປຣແກຣມ ແຕ່ວ່າໃນການໃຊ້ງານທີ່ຈຳເປັນທີ່ຕ້ອງໃຊ້ເຄື່ອງມີເສີມເຮົາຕ້ອງໄດ້ຕິດຕັ້ງໂປຣແກຣມກ່ອນຈຶ່ງນຳໃຊ້ໄດ້, ແນ່ນອນມັນເສຍເງິນ ແຕ່ເຮົາທົດລອງໃຊ້ຟຣີໄດ້ 1 ເດືອນຫຼັງຈາກໜຶ່ງເດືອນເຮົາກໍໃຊ້ຕໍ່ບໍ່ໄດ້ (ແຕ່ຂ້ອຍມີວິທີ ອ່ານຕໍ່ໃຫ້ຈົບ)\nຈາກທີ່ເວົ້າມາສາມາດເຮັດຕາມຂັ້ນຕອນຕໍ່ໄປນີ້:\n1._ ເຂົ້າໄປທີ່ໜ້າເວັບໄຊ້ https://www.mathworks.com/campaigns/products/trials.html ລັອກອິນດ້ວຍບັນຊີໂດຍໃສ່ອີເມວ ຖ້າຍັງບໍ່ມີບັນຊີມັນຈະພາໄປໜ້າຕັ້ງບັນຊີ 2._ ຫຼັງຈາກຕັ້ງບັນແລະລັອກອິນແລ້ວ ເລືອກ student ແລະຕື່ມຂໍ້ມູນໃສ່ໃຫ້ຄົບ ສຳລັບໃຜທີ່ຮຽນວິສະວະກຳໂທລະຄົມມະນາຄົມ ໃຫ້ເລືອກ Wireless Communication ແລະກົດ Submit 3._ ຫຼັງຈາກເຂົ້າມາໜ້າຫຼັກແລ້ວ ກົດທີ່ Install MATLAB 4._ ກົດທີ່ Download For Windows ຄັນບໍ່ໄດ້ໃຊ້ Window ກະກົດລູກສອນນ້ອຍໆເພື່ອເລືອກ ແລ້ວກໍຖ້າມັນດາວໂຫລດ 5._ ຫຼັງຈາກດາວໂຫລດແລ້ວໃຫ້ເປີດໄຟລ ມັນຈະຂຶ້ນໜ້າຕ່າງນີ້ໃຫ້ລັອກອິນ ໃຫ້ໃສ່ອີເມວ ແລະ ລະຫັດຜ່ານເພື່ອລັອກອິນ 6._ ຕິກທີ່ yes ແລ້ວກົດ Next ແລະກົດ Next ໄປເລື້ອຍໆ 7._ ໃນຂັ້ນຕອນນີ້ໃຫ້ໝາຍຕິກໃສ່ເຄື່ອງມືທີ່ຈະໃຊ້ມີ\nMATLAB\nAntenna Toolbox\nBluetooth Toolbox\nCommunication Toolbox\nເຊິ່ງຂ້ອຍຄິດວ່າອາດຈະໄດ້ໃຊ້ ຍິ່ງໝາຍເອົາຫຼາຍອັນຍິ່ງໃຊ້ພື້ນທີ່ ແລະເວລາໃນການຕິດຕັ້ງດົນ ຖ້າບໍ່ໝັ້ນໃຈວ່າຊິໄດ້ໃຊ້ເຄື່ອງມືໃດແນ່ ໝາຍເອົາ MATLAB ຢ່າງດຽວກໍໄດ້ ແລ້ວຈຶ່ງຕິດຕັ້ງເຄື່ອງມືພວກນັ້ນພາຍຫຼັງ ແລ້ວກົດ Next ຖ້າມັນຂຶ້ນແບບນີ້ໃຫ້ຄິກ Add ຕາມທີ່ມັນບອກ 8.","title":"ວິທີຕັ້ງ MATLAB ຟຣີດ້ວຍ License ທົດລອງໃຊ້ 1 ເດືອນ"},{"content":"ໝາຍເຫດ: ນີ້ເປັນໜຶ່ງໃນ assignment ທີ່ຂ້ອຍໄດ້ໃນລະຫວ່າງການຮຽນກັບມະຫາໄລ Vanderbilt ຕັ້ງແຕ່ປີ 2 ແລະ ເບິ່ງຄືວ່າປີນີ້ເຮົາຈະໄດ້ຮຽນ MATLAB ອີກຮອບເລີຍເອົາຟັງຊັ້ນເຈັງໆມາແຈກ\nສຳລັບໂພສນີ້ ເປັນການຂຽນຟັງຊັນເພື່ອກວດຈັບຂອບຂອງຕົວໜັງສືໃນຮູບພາບ ດັ່ງຮູບລຸ່ມນີ້ ມາເປັນຮູບນີ້ ເລີ່ມດ້ວຍການຂຽນຟັງຊັນ\nfunction output = edgy(input) input = uint8(input); % ປ່ຽນ input ເປັນ uint8 input = double(input); % ປ່ຽນ input ເປັນ double image = zeros(size(input)); % ປ່ຽນຂະໜາດຂອງຮູບພາບໃຫ້ເປັນ 0 px = [-1 0 1; -2 0 2; -1 0 1]; py = [-1 -2 -1; 0 0 0; 1 2 1]; for i = 1:size(input, 1) - 2 for j = 1:size(input, 2) - 2 Gx = sum(sum(px.*input(i:i+2, j:j+2))); Gy = sum(sum(py.*input(i:i+2, j:j+2))); image(i+1, j+1) = sqrt(Gx.^2 + Gy.^2); end end image = image(2:(end-1), 2:(end-1)); output = uint8(image); end ສຳລັບການເອີ້ນໃຊ້ຟັງຊັນແມ່ນເຮັດຢູ່ໃນ command window\nc = imread(\u0026#34;CocaCola.png\u0026#34;); figure imshow(c); edge = edgy(c); figure imshow(edge); ລອງຮູບອື່ນ Output\nແລະນີ້ຄືຟັງຊັນສຳລັບການກວດຈັບຂອບໃນຮູບພາບທີ່ຂຽນໃນ MATLAB\nThankyou :)❤\n","permalink":"https://pinkeo.netlify.app/posts/edge-detection-%E0%BA%81%E0%BA%A7%E0%BA%94%E0%BA%88%E0%BA%B1%E0%BA%9A%E0%BA%82%E0%BA%AD%E0%BA%9A%E0%BA%82%E0%BA%AD%E0%BA%87%E0%BA%95%E0%BA%BB%E0%BA%A7%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BB%83%E0%BA%99%E0%BA%AE%E0%BA%B9%E0%BA%9A%E0%BA%9E%E0%BA%B2%E0%BA%9A%E0%BA%94%E0%BB%89%E0%BA%A7%E0%BA%8D-matlab/","summary":"ໝາຍເຫດ: ນີ້ເປັນໜຶ່ງໃນ assignment ທີ່ຂ້ອຍໄດ້ໃນລະຫວ່າງການຮຽນກັບມະຫາໄລ Vanderbilt ຕັ້ງແຕ່ປີ 2 ແລະ ເບິ່ງຄືວ່າປີນີ້ເຮົາຈະໄດ້ຮຽນ MATLAB ອີກຮອບເລີຍເອົາຟັງຊັ້ນເຈັງໆມາແຈກ\nສຳລັບໂພສນີ້ ເປັນການຂຽນຟັງຊັນເພື່ອກວດຈັບຂອບຂອງຕົວໜັງສືໃນຮູບພາບ ດັ່ງຮູບລຸ່ມນີ້ ມາເປັນຮູບນີ້ ເລີ່ມດ້ວຍການຂຽນຟັງຊັນ\nfunction output = edgy(input) input = uint8(input); % ປ່ຽນ input ເປັນ uint8 input = double(input); % ປ່ຽນ input ເປັນ double image = zeros(size(input)); % ປ່ຽນຂະໜາດຂອງຮູບພາບໃຫ້ເປັນ 0 px = [-1 0 1; -2 0 2; -1 0 1]; py = [-1 -2 -1; 0 0 0; 1 2 1]; for i = 1:size(input, 1) - 2 for j = 1:size(input, 2) - 2 Gx = sum(sum(px.","title":"Edge Detection ກວດຈັບຂອບຂອງຕົວໜັງສືໃນຮູບພາບດ້ວຍ MATLAB"},{"content":"5 ປຶ້ມທີ່ຂ້ອຍຢາກແນະນຳໃຫ້ໝູ່ອ່ານກ່ອນທີ່ທຸກຄົນຈະເຖົ້າໄປກວ່ານີ້ 😅\nປຶ້ມເຫຼົ່ານີ້ດີເກີນໄປທີ່ຈະເກັບໄວ້ອ່ານຄົນດຽວ\n1.Atomics Habits: ໜັງສືເຫຼັ້ມນີ້ແນະນຳວິທີໃນການປ່ຽນແປງຕົວເອງເລີ່ມຈາກສິ່ງເລັກໆນ້ອຍໆ ແລະຍັງຈະໄດ້ເຂົ້າໃຈພ້ອມວ່າເປັນຫຍັງເຮົາຈຶ່ງມີນິໄສແນວນີ້ ແຕ່ໃນລະຫວ່າງທີ່ອ່ານຂ້ອຍແນະນຳໃຫ້ຝຶກນິໄສໄປພ້ອມ ເມື່ອອ່ານຈົບເຈົ້າອາດຈະໄດ້ນິໄສດີໆຈັກຢ່າງສອງຢ່າງຕິດຕົວມາ ແລະຈະຮູ້ສຶກວ່າເຈົ້າປ່ຽນໄປ.\n\u0026ndash;\n2.How to Win Friends and Influence People: ເປັນຫນັງສືແນວຈິດຕະວິທະຍາທີ່ດີຫຼາຍ ມັນຈະເຮັດໃຫ້ເຈົ້າໄດ້ເຂົ້າໃຈພື້ນຖານຈິດໃຈຂອງມະນຸດ ແລະຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ເຮັດແນວໃດຄົນຈຶ່ງຮັກ ເຮັດແນວໃດໃຫ້ຄົນບໍ່ຊັງ ເວົ້າຈັ່ງໃດໃຫ້ຄົນເຊື່ອ ແລະ ຍັງໄດ້ລວມວິທີການຮັກສາຄວາມສຳພັນທີ່ດີ (ຫຼັງອ່ານຈົບເຈົ້າອາດຈະຈີບສາວຄົນນັ້ນຕິດກໍເປັນໄດ້ 😉) ເຫຼັ້ມນີ້ຂ້ອຍໃຫ້ຄະແນນ 9.5/10\n\u0026ndash;\n3.Rich Dad Poor Dad (ພໍ່ລວຍສອນລູກ): ເຖິງພໍ່ເຈົ້າຈະລວຍແລ້ວກໍຕາມຂ້ອຍກໍຍັງຢາກໃຫ້ອ່ານ ໜັງສືເຫຼັ້ມນີ້ຈະເຮັດໃຫ້ຄວາມເຂົ້າໃຈດ້ານການເງິນຂອງເຈົ້າປ່ຽນໄປ ຈະໄດ້ຮູ້ວ່າອັນໃດຄືໜີ້ ອັນໃດຄືຊັບສິນ ຄົນລວຍມີແນວຄິດແບບໃດ ເປັນຫຍັງຄົນລວຍຈຶ່ງຍິ່ງລວຍຂຶ້ນ ເປັນຫຍັງພວກເຂົາຈຶ່ງມັກຢືມເງິນ. ອ່ານຈົບເຈົ້າອາດຈະບໍ່ຢາກຊື້ລົດທີ່ເຈົ້າຢາກໄດ້ມາຕະຫຼອດເລີຍກະໄດ້ ແລະອີກເຫຼັ້ມໜຶ່ງກ່ຽວກັບການເງິນທີ່ຢາກແນະນຳຄື Psychology of Money (ຂ້ອຍຍັງອ່ານບໍ່ຈົບ).\n\u0026ndash;\n4.Mindset: ‘’ ພອນສະຫວັນບໍ່ມີຄ່າເທົ່າຄວາມພະຍາຍາມ ’’ ເຈົ້າຈະໄດ້ຮູ້ຈັກກັບຄົນທີ່ມີ mindset ສອງແບບວ່າພວກເຂົາຕ່າງກັນແນວໃດ ແລະເຈົ້າເປັນຄົນທີ່ມີ mindset ແບບໃດ, ການມີຊຸດຄວາມຄິດແບບໃດຈຶ່ງຈະເຮັດໃຫ້ເຈົ້າພັດທະນາ, ແລ້ວເຈົ້າຈະໄດ້ຮູ້ວ່າ ການທີ່ຈະປະສົບຄວາມສຳເລັດ ເລີ່ມຈາກການມີ mindset ທີ່ດີ.\n\u0026ndash;\n5.ສາຍຕານົກອິນຊີ: ນີ້ເປັນຜົນງານຂຽນຂອງຄົນລາວ ຂ້ອຍອ່ານດົນແລ້ວຈື່ເນື້ອໃນບໍ່ໄດ້ຫຼາຍປານໃດ ແຕ່ຍັງຈື່ຄວາມຮູ້ສຶກຫຼັງອ່ານຈົບໄດ້, ມັນເປັນໜັງສືທີ່ຈະປຸກໄຟໃນຕົວເຈົ້າ ແລະ ຈະເຮັດໃຫ້ເຈົ້າເຫັນຄວາມເປັນໄປໄດ້ຂອງທຸກໆຢ່າງທີ່ເຈົ້າເຄີຍຄິດ ຫຼັງອ່ານຈົບເຈົ້າອາດຈະຢາກລຸກຂຶ້ນມາເຮັດຫຍັງບາງຢ່າງເພື່ອປ່ຽນໂລກເລີຍແຫຼະ.\nແລະນີ້ກໍຄື 5 ປຶ້ມທີ່ຂ້ອຍຢາກໃຫ້ອ່ານກ່ອນທີ່ຈະເປັນຜູ້ໃຫຍ່ເຕັມຕົວເພາະຊ່ວງອາຍຸ 18-23 ມັນເປັນຊ່ວງສຳຄັນທີ່ຈະກຳນົດໄດ້ວ່າເຮົາຈະເຕີບໂຕເປັນຜູ້ໃຫຍ່ແບບໃດໃນອະນາຄົດ (ຄວາມຄິດສ່ວນຕົວ)\nສາມາດຊື້ປຶ້ມເຫຼົ່ານີ້ໄດ້ທີ່ຮ້ານ Caphe17\nແລະ ຝາກໄປ subscribe\n","permalink":"https://pinkeo.netlify.app/posts/5-%E0%BA%9B%E0%BA%B6%E0%BB%89%E0%BA%A1%E0%BA%97%E0%BA%B5%E0%BB%88%E0%BA%82%E0%BB%89%E0%BA%AD%E0%BA%8D%E0%BA%A2%E0%BA%B2%E0%BA%81%E0%BB%83%E0%BA%AB%E0%BB%89%E0%BA%AD%E0%BB%88%E0%BA%B2%E0%BA%99%E0%BA%81%E0%BB%88%E0%BA%AD%E0%BA%99%E0%BA%97%E0%BA%B5%E0%BB%88%E0%BA%88%E0%BA%B0%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%9C%E0%BA%B9%E0%BB%89%E0%BB%83%E0%BA%AB%E0%BA%8D%E0%BB%88%E0%BB%80%E0%BA%95%E0%BA%B1%E0%BA%A1%E0%BA%95%E0%BA%BB%E0%BA%A7/","summary":"5 ປຶ້ມທີ່ຂ້ອຍຢາກແນະນຳໃຫ້ໝູ່ອ່ານກ່ອນທີ່ທຸກຄົນຈະເຖົ້າໄປກວ່ານີ້ 😅\nປຶ້ມເຫຼົ່ານີ້ດີເກີນໄປທີ່ຈະເກັບໄວ້ອ່ານຄົນດຽວ\n1.Atomics Habits: ໜັງສືເຫຼັ້ມນີ້ແນະນຳວິທີໃນການປ່ຽນແປງຕົວເອງເລີ່ມຈາກສິ່ງເລັກໆນ້ອຍໆ ແລະຍັງຈະໄດ້ເຂົ້າໃຈພ້ອມວ່າເປັນຫຍັງເຮົາຈຶ່ງມີນິໄສແນວນີ້ ແຕ່ໃນລະຫວ່າງທີ່ອ່ານຂ້ອຍແນະນຳໃຫ້ຝຶກນິໄສໄປພ້ອມ ເມື່ອອ່ານຈົບເຈົ້າອາດຈະໄດ້ນິໄສດີໆຈັກຢ່າງສອງຢ່າງຕິດຕົວມາ ແລະຈະຮູ້ສຶກວ່າເຈົ້າປ່ຽນໄປ.\n\u0026ndash;\n2.How to Win Friends and Influence People: ເປັນຫນັງສືແນວຈິດຕະວິທະຍາທີ່ດີຫຼາຍ ມັນຈະເຮັດໃຫ້ເຈົ້າໄດ້ເຂົ້າໃຈພື້ນຖານຈິດໃຈຂອງມະນຸດ ແລະຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ເຮັດແນວໃດຄົນຈຶ່ງຮັກ ເຮັດແນວໃດໃຫ້ຄົນບໍ່ຊັງ ເວົ້າຈັ່ງໃດໃຫ້ຄົນເຊື່ອ ແລະ ຍັງໄດ້ລວມວິທີການຮັກສາຄວາມສຳພັນທີ່ດີ (ຫຼັງອ່ານຈົບເຈົ້າອາດຈະຈີບສາວຄົນນັ້ນຕິດກໍເປັນໄດ້ 😉) ເຫຼັ້ມນີ້ຂ້ອຍໃຫ້ຄະແນນ 9.5/10\n\u0026ndash;\n3.Rich Dad Poor Dad (ພໍ່ລວຍສອນລູກ): ເຖິງພໍ່ເຈົ້າຈະລວຍແລ້ວກໍຕາມຂ້ອຍກໍຍັງຢາກໃຫ້ອ່ານ ໜັງສືເຫຼັ້ມນີ້ຈະເຮັດໃຫ້ຄວາມເຂົ້າໃຈດ້ານການເງິນຂອງເຈົ້າປ່ຽນໄປ ຈະໄດ້ຮູ້ວ່າອັນໃດຄືໜີ້ ອັນໃດຄືຊັບສິນ ຄົນລວຍມີແນວຄິດແບບໃດ ເປັນຫຍັງຄົນລວຍຈຶ່ງຍິ່ງລວຍຂຶ້ນ ເປັນຫຍັງພວກເຂົາຈຶ່ງມັກຢືມເງິນ. ອ່ານຈົບເຈົ້າອາດຈະບໍ່ຢາກຊື້ລົດທີ່ເຈົ້າຢາກໄດ້ມາຕະຫຼອດເລີຍກະໄດ້ ແລະອີກເຫຼັ້ມໜຶ່ງກ່ຽວກັບການເງິນທີ່ຢາກແນະນຳຄື Psychology of Money (ຂ້ອຍຍັງອ່ານບໍ່ຈົບ).\n\u0026ndash;\n4.Mindset: ‘’ ພອນສະຫວັນບໍ່ມີຄ່າເທົ່າຄວາມພະຍາຍາມ ’’ ເຈົ້າຈະໄດ້ຮູ້ຈັກກັບຄົນທີ່ມີ mindset ສອງແບບວ່າພວກເຂົາຕ່າງກັນແນວໃດ ແລະເຈົ້າເປັນຄົນທີ່ມີ mindset ແບບໃດ, ການມີຊຸດຄວາມຄິດແບບໃດຈຶ່ງຈະເຮັດໃຫ້ເຈົ້າພັດທະນາ, ແລ້ວເຈົ້າຈະໄດ້ຮູ້ວ່າ ການທີ່ຈະປະສົບຄວາມສຳເລັດ ເລີ່ມຈາກການມີ mindset ທີ່ດີ.\n\u0026ndash;\n5.ສາຍຕານົກອິນຊີ: ນີ້ເປັນຜົນງານຂຽນຂອງຄົນລາວ ຂ້ອຍອ່ານດົນແລ້ວຈື່ເນື້ອໃນບໍ່ໄດ້ຫຼາຍປານໃດ ແຕ່ຍັງຈື່ຄວາມຮູ້ສຶກຫຼັງອ່ານຈົບໄດ້, ມັນເປັນໜັງສືທີ່ຈະປຸກໄຟໃນຕົວເຈົ້າ ແລະ ຈະເຮັດໃຫ້ເຈົ້າເຫັນຄວາມເປັນໄປໄດ້ຂອງທຸກໆຢ່າງທີ່ເຈົ້າເຄີຍຄິດ ຫຼັງອ່ານຈົບເຈົ້າອາດຈະຢາກລຸກຂຶ້ນມາເຮັດຫຍັງບາງຢ່າງເພື່ອປ່ຽນໂລກເລີຍແຫຼະ.","title":"5 ປຶ້ມທີ່ຢາກແນະນຳໃຫ້ອ່ານກ່ອນທີ່ຈະເປັນຜູ້ໃຫຍ່ເຕັມຕົວ"},{"content":"ສອງທິດກ່ອນ ຂ້ອຍໄດ້ມີໂອກາດໄປພົບກັບໝູ່ທີ່ຮຽນມະຫາໄລນຳກັນນີ້ແຫຼະແຕ່ຮຽນຕ່າງຄະນະກັນຢູ່ງານໜຶ່ງທີ່ມະຫາໄລຈັດ, ມັນດີຫຼາຍທີ່ໄດ້ພົບເຂົາເຈົ້າ, ເຮົາໄດ້ມີໂອກາດສົນທະນາກັນເລື່ອງສະພາບສັງຄົມ, ເສດຖະກິດ ແລະ ການເມືອງປັດຈຸບັນ.\nຂ້ອຍໄດ້ຮູ້ເຖິງແນວຄິດຂອງແຕ່ລະຄົນທີ່ມີຕໍ່ສະພາບປັດຈຸບັນ ໂດຍສະເພາະເລື່ອງເສດຖະກິດ, ທີ່ມ່ວນໄປກ່ວານັ້ນ ເຮົາໄດ້ສວມບົດບາດເປັນນັກການເມືອງທີ່ເຮົາເອີ້ນວ່າ ສ.ສ (ເຊິ່ງຂ້ອຍກໍບໍ່ໝັ້ນໃຈວ່າມັນຫຍໍ້ມາຈາກຫຍັງ ຮາຮາ) ແລະຍົກວິທີແກ້ໄຂບັນຫາປັດຈຸບັນໃນແບບຂອງເຮົາເອງ ຫາກເຮົາມີຄວາມສາມາດພໍທີ່ຈະເຮັດຫຍັງບາງຢ່າງເພື່ອແກ້ໄຂ ເຮົາຊິເຮັດຫຍັງ?\nແລະແຕ່ລະຄົນກໍມີວິທີໃນແບບຂອງຕົນເອງ ແຕ່ທີ່ຂ້ອຍສັງເກດເຫັນສິ່ງໜຶ່ງທີ່ເຮົາເຫັນຕົງກັນຄື ການປັບປຸງຄຸນນະພາບການສຶກສາ , ກໍບໍ່ແປກໃຈເພາະເຮົາເອງກໍເປັນນັກສຶກສາ ແລະກໍເຫັນໄດ້ຊັດເຈນວ່າການສຶກສາຢູ່ລາວມັນເປັນແນວໃດ. ນີ້ນຳໄປສູ່ການຕັ້ງຄຳຖາມທີ່ວ່າ, ‘’ເປັນຫຍັງ ນັກສຶກສາທີ່ໄປຮຽນຢູ່ຕ່າງປະເທດຫຼາຍຄົນຈຶ່ງບໍ່ຢາກກັບມາເຮັດວຽກຢູ່ປະເທດໂຕເອງ? ’’ ຄຳຕອບກໍແນ່ນອນຢູ່ແລ້ວວ່າ… (ເຈົ້າກະຮູ້)\nແຕ່ມີຄົນໜຶ່ງໄດ້ກ່າວເຖິງຄວາມເປັນ ຊາດນິຍົມ ແລະນັ້ນແຫຼະທີ່ເປັນສິ່ງທີ່ໜ້າສົນໃຈ\nເປັນຫຍັງຄົນລາວຫຼາຍຄົນບໍ່ມັກນຳໃຊ້ຜະລິດຕະພັນຂອງລາວ? ຄຸນນະພາບບໍ່ດີ ຄົງເປັນຄຳຕອບຂອງຫຼາຍໆຄົນ (ລວມທັງຂ້ອຍ)\nລອງເບິ່ງຂ້າມເຫດຜົນທາງກາຍະພາບເຫຼົ່ານັ້ນ ແລ້ວເບິ່ງເລິກໆເຂົ້າໄປໃນຈິດໃຈຂອງຄົນ, ເຮົາມີຄວາມພູມໃຈໃນຄວາມເປັນລາວຫຼາຍປານໃດ?\nເຮົາຮູ້ສຶກພູມໃຈທີ່ໄດ້ໃສ່ Nike, Adidas, ຮູ້ສຶກເທ້ທີ່ໄດ້ໃສ່ເສື້ອວິນເທຈທີ່ມີທຸງຊາດອະເມຣິກາ, ຂ້ອຍເຫັນໄວລຸ້ນໃສ່ເສື້ອທີ່ມີພາສາໄທຂຽນວ່າ ພະລັງໃບ ໃຫ້ຂ້ອຍເດົາມັນຄົງເປັນໃບກະທ່ອມ ບາງໂຕມີທຸງຊາດໄທພ້ອມ ແລະຂ້ອຍກໍບອກໄດ້ວ່າພວກເຂົາມັກເສື້ອໂຕນັ້ນບໍ່ໜ້ອຍ\nໃນເມື່ອກ່ອນ ໄທ ມາຊື້ເກືອບ້ານເກິນຢູ່ລາວ ນີ້ເປັນສິ່ງທີ່ຢັ້ງຢືນວ່າເກືອລາວກໍມີຄຸນນະພາບ ແລ້ວຕອນນີ້ເຮົາໄດ້ນຳເຂົ້າເກືອຈາກໄທ ແລ້ວຄົນລາວກໍເລືອກເກືອໄທ, ແນ່ນອນຍ້ອນວ່າຄຸນນະພາບມັນດີກວ່າ ແຕ່ລອງສົມມຸດວ່າ ຖ້າຄຸນນະພາບເກືອລາວກັບໄທດີເທົ່າກັນລາຄາເທົ່າກັນ ເຈົ້າຊິເລືອກໂຕໃດ?\nເຈົ້າຄົງເລືອກຂອງລາວແລະບອກວ່າ ’’ຂ້ອຍຢາກສະໜັບສະໜຸນສິນຄ້າລາວ’’ (ເປັນເລື່ອງດີທີ່ມີແນວຄີດແບບນີ້)\nແຕ່ເຊື່ອບໍ່ວ່າຈະມີຫຼາຍຄົນທີ່ເລືອກຂອງໄທດ້ວຍຄວາມເຊື່ອເຕັມໃຈທີ່ວ່າຈັ່ງໃດມັນກໍດີກວ່າ ແລະພວກເຂົາຮູ້ສຶກພູມໃຈທີ່ໄດ້ໃຊ້ຂອງຕ່າງປະເທດ\nມັນມີຫຼາຍຜະລິດຕະພັນຂອງລາວທີ່ຄຸນນະພາບດີ ແລະ ລາຄາຖືກກ່ວາ ແຕ່ຄົນລາວໃຊ້ມັນແຕ່ຕອນທີ່ຢາກປະຢັດເງິນ ຖ້າມີເງິນເຮົາກໍຈະເລືອກໃຊ້ຂອງທີ່ນຳເຂົ້າຈາກຕ່າງປະເທດ\nເຮົາບໍ່ມີຄວາມເຊື່ອໝັ້ນໃນຜະລິດຕະພັນລາວ ເຮົາຮູ້ສຶກພູມໃຈຫຼາຍກວ່າເມື່ອໄດ້ໃຊ້ຂອງຕ່າງປະເທດ\n.\nແລ້ວລອງໄປເບິ່ງຕ່າງປະເທດເຊັ່ນຈີນ ເຂົາເຈົ້າເຮັດໂຄງການກໍ່ສ້າງຢູ່ລາວວັດສະດຸກໍນຳເຂົ້າຈາກຈີນທັງໆທີ່ຢູ່ລາວກະມີ, ນັກທ່ອງທ່ຽວຈີນມາລາວ ພວກເຂົາກໍອຸດໜຸນຄົນຈີນນຳກັນເປັນສ່ວນໃຫຍ່ ແລະບໍ່ແມ່ນແຕ່ຈີນ, ລອງເບິ່ງເກົາຫຼີ ໃນຂະນະທີ່ຄົນທັງໂລກຫຼົງໄຫຼ iPhone ແຕ່ພວກເຂົາເລືອກ Samsung ແລະມີຄົນບອກຂ້ອຍມາວ່າສະຖານທູດເກົາຫຼີບໍ່ໃຊ້ລົດ Toyota ຂອງຢີ່ປຸ່ນ. ເຂົາເຈົ້າມີຄວາມພູມໃຈໃນຄວາມເປັນເກົາຫຼີ, ເປັນຈີນ ເປັນຊາດຂອງພວກເຂົາ ຫຼືກ່າວຄື ພວກເຂົາມີຄວາມເປັນຊາດນິຍົມ.\n.\nກັບມາທີ່ຄຳວ່າ ‘’ຊາດນິຍົມ’’ ຄຳວ່າ ຊາດນິຍົມ ຫຼື nationalism ຄື ຄວາມຄິດຫຼືການເຄື່ອນໃຫວທີ່ຖືວ່າປະເທດຊາດຄວນຈະສອດຄ່ອງກັບລັດ ການເຄື່ອນໃຫວເຫຼົ່ານັ້ນສົ່ງຜົນປະໂຫຍດກັບຊາດ ມີຈຸດມຸ່ງໝາຍໃນການຮັກສາອຳນາດອະທິປະໄຕຂອງຊາດ ໃນຄວາມເຊື່ອທີ່ວ່າແຕ່ລະປະເທດຄວນປົກຄອງຕົນເອງໂດຍປາສະຈາກການແຊກແຊງຈາກຊາດອື່ນ, ມີເປົ້າໝາຍໃນການສ້າງແລະຮັກສາເອກະລັກປະຈຳຊາດ ວັດທະນະທຳ ຊາດຕິພັນ ພາສາ ການເມືອງ ສາສະໜາ ປະເພນີ ແລະ ຄວາມເຊື່ອໃນປະຫວັດສາດ. (ນິຍາມຈາກ Wikipedia : https://th.wikipedia.org/wiki/ชาตินิยม )\nຫຼືເວົ້າກໍຄື ຊາດນິຍົມຄືສິ່ງທີ່ສະແດງເຖິງຄວາມຮັກ ແລະ ພູມໃຈໃນປະເທດຊາດຂອງຕົນເອງ.\nແລ້ວຄິດວ່າລາວມີຄວາມເປັນຊາດນິຍົມຫຼາຍປານໃດ ໂດຍສະເພາະໄວໜຸ່ມ? ນ້ອງຊາຍອາຍຸ 8 ປີຂ້ອຍ ເວົ້າໄທປົນລາວບາງຄັ້ງເພາະບໍ່ຮູ້ຄຳສັບພາສາລາວ ແລະ ຄົງບໍ່ແມ່ນແຕ່ນ້ອງຂ້ອຍ, ອິດທິພົນທີ່ໄດ້ຮັບຈາກຕ່າງຊາດເຮັດໃຫ້ເຮົາເລີ່ມລືມຄວາມເປັນລາວໄປເທື່ອລະໜ້ອຍ. ເບິ່ງຄືຂ້ອຍເວົ້າເກີນໄປ ແຕ່ມັນຄືສິ່ງທີ່ກຳລັງເກີດຂຶ້ນ.\nເຮົາຄົງຄຸ້ນເຄີຍກັບຄຳວ່າ ຮັກຊາດ ຮັກທ່ານຜູ້ນຳ , ເຮົາຖືກສອນດ້ວຍປະໂຫຍກນີ້ມາຕະຫຼອດສະໄໝມັດທະຍົມ ແຕ່ຄວາມຈິງເຮົາເລືອກຮັກໄດ້ໄດ໋ ເຮົາສາມາດຮັກຊາດໂດຍບໍ່ຮັກທ່ານຜູ້ນຳໄດ້.\n🤎 ຮັກຊາດບໍ່ຈຳເປັນຕ້ອງຮັກຜູ້ນຳ (ຖ້າຜູ້ນຳບໍ່ໜ້າຮັກ)\nປລ. ຂ້ອຍບໍ່ໄດ້ໝົກໝຸ້ນຫຼືຄິດຫຼາຍເລື່ອງພວກນີ້ ແຕ່ການສົນທະນາຄັ້ງນັ້ນເຮັດໃຫ້ຂ້ອຍໄດ້ມາຄິດໄຕ່ຕອງຕົວເອງ ການຂຽນເປັນວິທີການຈັດການຄວາມຄິດຂອງຂ້ອຍ. ເຈົ້າຄົງເປັນຄົນມັກອ່ານຈຶ່ງອ່ານມາຮອດນີ້ :)\n","permalink":"https://pinkeo.netlify.app/posts/lets-talk-about-%E0%BA%8A%E0%BA%B2%E0%BA%94%E0%BA%99%E0%BA%B4%E0%BA%8D%E0%BA%BB%E0%BA%A1-%E0%BB%80%E0%BA%AE%E0%BA%BB%E0%BA%B2%E0%BA%9E%E0%BA%B9%E0%BA%A1%E0%BB%83%E0%BA%88%E0%BB%83%E0%BA%99%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%A5%E0%BA%B2%E0%BA%A7%E0%BA%AB%E0%BA%BC%E0%BA%B2%E0%BA%8D%E0%BA%9B%E0%BA%B2%E0%BA%99%E0%BB%83%E0%BA%94/","summary":"ສອງທິດກ່ອນ ຂ້ອຍໄດ້ມີໂອກາດໄປພົບກັບໝູ່ທີ່ຮຽນມະຫາໄລນຳກັນນີ້ແຫຼະແຕ່ຮຽນຕ່າງຄະນະກັນຢູ່ງານໜຶ່ງທີ່ມະຫາໄລຈັດ, ມັນດີຫຼາຍທີ່ໄດ້ພົບເຂົາເຈົ້າ, ເຮົາໄດ້ມີໂອກາດສົນທະນາກັນເລື່ອງສະພາບສັງຄົມ, ເສດຖະກິດ ແລະ ການເມືອງປັດຈຸບັນ.\nຂ້ອຍໄດ້ຮູ້ເຖິງແນວຄິດຂອງແຕ່ລະຄົນທີ່ມີຕໍ່ສະພາບປັດຈຸບັນ ໂດຍສະເພາະເລື່ອງເສດຖະກິດ, ທີ່ມ່ວນໄປກ່ວານັ້ນ ເຮົາໄດ້ສວມບົດບາດເປັນນັກການເມືອງທີ່ເຮົາເອີ້ນວ່າ ສ.ສ (ເຊິ່ງຂ້ອຍກໍບໍ່ໝັ້ນໃຈວ່າມັນຫຍໍ້ມາຈາກຫຍັງ ຮາຮາ) ແລະຍົກວິທີແກ້ໄຂບັນຫາປັດຈຸບັນໃນແບບຂອງເຮົາເອງ ຫາກເຮົາມີຄວາມສາມາດພໍທີ່ຈະເຮັດຫຍັງບາງຢ່າງເພື່ອແກ້ໄຂ ເຮົາຊິເຮັດຫຍັງ?\nແລະແຕ່ລະຄົນກໍມີວິທີໃນແບບຂອງຕົນເອງ ແຕ່ທີ່ຂ້ອຍສັງເກດເຫັນສິ່ງໜຶ່ງທີ່ເຮົາເຫັນຕົງກັນຄື ການປັບປຸງຄຸນນະພາບການສຶກສາ , ກໍບໍ່ແປກໃຈເພາະເຮົາເອງກໍເປັນນັກສຶກສາ ແລະກໍເຫັນໄດ້ຊັດເຈນວ່າການສຶກສາຢູ່ລາວມັນເປັນແນວໃດ. ນີ້ນຳໄປສູ່ການຕັ້ງຄຳຖາມທີ່ວ່າ, ‘’ເປັນຫຍັງ ນັກສຶກສາທີ່ໄປຮຽນຢູ່ຕ່າງປະເທດຫຼາຍຄົນຈຶ່ງບໍ່ຢາກກັບມາເຮັດວຽກຢູ່ປະເທດໂຕເອງ? ’’ ຄຳຕອບກໍແນ່ນອນຢູ່ແລ້ວວ່າ… (ເຈົ້າກະຮູ້)\nແຕ່ມີຄົນໜຶ່ງໄດ້ກ່າວເຖິງຄວາມເປັນ ຊາດນິຍົມ ແລະນັ້ນແຫຼະທີ່ເປັນສິ່ງທີ່ໜ້າສົນໃຈ\nເປັນຫຍັງຄົນລາວຫຼາຍຄົນບໍ່ມັກນຳໃຊ້ຜະລິດຕະພັນຂອງລາວ? ຄຸນນະພາບບໍ່ດີ ຄົງເປັນຄຳຕອບຂອງຫຼາຍໆຄົນ (ລວມທັງຂ້ອຍ)\nລອງເບິ່ງຂ້າມເຫດຜົນທາງກາຍະພາບເຫຼົ່ານັ້ນ ແລ້ວເບິ່ງເລິກໆເຂົ້າໄປໃນຈິດໃຈຂອງຄົນ, ເຮົາມີຄວາມພູມໃຈໃນຄວາມເປັນລາວຫຼາຍປານໃດ?\nເຮົາຮູ້ສຶກພູມໃຈທີ່ໄດ້ໃສ່ Nike, Adidas, ຮູ້ສຶກເທ້ທີ່ໄດ້ໃສ່ເສື້ອວິນເທຈທີ່ມີທຸງຊາດອະເມຣິກາ, ຂ້ອຍເຫັນໄວລຸ້ນໃສ່ເສື້ອທີ່ມີພາສາໄທຂຽນວ່າ ພະລັງໃບ ໃຫ້ຂ້ອຍເດົາມັນຄົງເປັນໃບກະທ່ອມ ບາງໂຕມີທຸງຊາດໄທພ້ອມ ແລະຂ້ອຍກໍບອກໄດ້ວ່າພວກເຂົາມັກເສື້ອໂຕນັ້ນບໍ່ໜ້ອຍ\nໃນເມື່ອກ່ອນ ໄທ ມາຊື້ເກືອບ້ານເກິນຢູ່ລາວ ນີ້ເປັນສິ່ງທີ່ຢັ້ງຢືນວ່າເກືອລາວກໍມີຄຸນນະພາບ ແລ້ວຕອນນີ້ເຮົາໄດ້ນຳເຂົ້າເກືອຈາກໄທ ແລ້ວຄົນລາວກໍເລືອກເກືອໄທ, ແນ່ນອນຍ້ອນວ່າຄຸນນະພາບມັນດີກວ່າ ແຕ່ລອງສົມມຸດວ່າ ຖ້າຄຸນນະພາບເກືອລາວກັບໄທດີເທົ່າກັນລາຄາເທົ່າກັນ ເຈົ້າຊິເລືອກໂຕໃດ?\nເຈົ້າຄົງເລືອກຂອງລາວແລະບອກວ່າ ’’ຂ້ອຍຢາກສະໜັບສະໜຸນສິນຄ້າລາວ’’ (ເປັນເລື່ອງດີທີ່ມີແນວຄີດແບບນີ້)\nແຕ່ເຊື່ອບໍ່ວ່າຈະມີຫຼາຍຄົນທີ່ເລືອກຂອງໄທດ້ວຍຄວາມເຊື່ອເຕັມໃຈທີ່ວ່າຈັ່ງໃດມັນກໍດີກວ່າ ແລະພວກເຂົາຮູ້ສຶກພູມໃຈທີ່ໄດ້ໃຊ້ຂອງຕ່າງປະເທດ\nມັນມີຫຼາຍຜະລິດຕະພັນຂອງລາວທີ່ຄຸນນະພາບດີ ແລະ ລາຄາຖືກກ່ວາ ແຕ່ຄົນລາວໃຊ້ມັນແຕ່ຕອນທີ່ຢາກປະຢັດເງິນ ຖ້າມີເງິນເຮົາກໍຈະເລືອກໃຊ້ຂອງທີ່ນຳເຂົ້າຈາກຕ່າງປະເທດ\nເຮົາບໍ່ມີຄວາມເຊື່ອໝັ້ນໃນຜະລິດຕະພັນລາວ ເຮົາຮູ້ສຶກພູມໃຈຫຼາຍກວ່າເມື່ອໄດ້ໃຊ້ຂອງຕ່າງປະເທດ","title":"Let’s talk about “ຊາດນິຍົມ” ເຮົາພູມໃຈໃນຄວາມເປັນລາວຫຼາຍປານໃດ?"},{"content":"ໃນຂະນະທີ່ ChatGPT ທີ່ເປັນ AI ທີ່ມີປະສິດທິພາບໃນປັດຈຸບັນ ກຳລັງເຮັດໃຫ້ຫຼາຍຄົນຮູ້ສຶກວ້າວກັບຄວາມສາມາດຂອງປັນຍາປະດິດ ກໍມີອີກຫຼາຍໆ AI ທີ່ເກີດຂຶ້ນຕາມໆທີ່ມີປະໂຫຍດ ແລະມີປະສິດທິພາບແຕກຕ່າງກັນໄປ. ແລະມື້ນີ້ຈະມາເວົ້າເຖິງ CatGPT (ເອະ ຊື່ຄຸ້ນໆ)\nCatGPT ກາຍກຳລັງໄດ້ຮັບຄວາມສົນໃຈຈາກ social media, ນີ້ເປັນ AI ທີ່ແຕກຕ່າງຈາກ ChatGPT (ເຖິງຊື່ຈະຟັງເບິ່ງຄ້າຍໆກັນ), ມັນອາດຈະບໍ່ສາມາດສອບໝໍ ຫຼື ກົດໝາຍຜ່ານໄດ້ຄື ChatGPT ແຕ່ມັນສາມາດຕອບໂຕ້ໄດ້ຄືແມວ\nນັ້ນແຫຼະ, ຕາມຊື່ເລີຍ CatGPT ແມ່ນ AI ແມວ ທີ່ຈະຕອບໂຕ້ກັບເຮົາຄືແມວ ບໍ່ວ່າເຮົາຈະຖາມຫຍັງມັນກໍຈະຕອບ ແມ່ວ ແມ່ວ ຢູ່ແບບນັ້ນ\nໜ້າເວັບໄຊ້ຂອງ CatGPT ຖືກອອກແບບໃຫ້ຄ້າຍຄືກັບ ChatGPT, ເມື່ອເຂົ້າໄປທີ່ໜ້າເວັບໄຊ້ ມັນຈະໂຊຕົວຢ່າງຄຳຖາມທີ່ສາມາດຖາມໄດ້ ມັນສາມາດໃຫ້ຄຳຕອບເປັນ GIF ແມວຕະຫຼົກຕະຫຼົກ ແລະ ຄຳວ່າ Meow meow [UPDATE] ຫຼັງຈາກການອັບເດດລ່າສຸດ ຕອນນີ້ CatGPT ສາມາດຕອບໂຕ້ໄດ້ຄືກັບມະນຸດແລ້ວ ຟີເຈີ GPT-Furr ຖືກເພີ່ມມາເປັນ AI ທີ່ນຳໃຊ້ໄດ້ແທ້, ແລະຂອ້ນຂ້າງມີຄວາມກວນຕີນໜ້ອຍໜຶ່ງ ເຊິ່ງເປັນຄາແລັກເຕີຂອງມັນເອງ ແລະ ມັນໃຫ້ຄວາມຮູ້ສຶກທີ່ແຕກຕ່າງອອກໄປຈາກການນຳໃຊ້ AI ຕົວອື່ນຄືມັນມີຄວາມເປັນທຳມະຊາດໃນການຕອບຄຳຖາມ ເຮັດໃຫ້ຄືກຳລັງສົນທະນາກັບມະນຸດແມວຄົນໜຶ່ງ. ແມວໂຕນີ້ສະຫຼາດກວ່າທີ່ຄິດ, ທີມງານທີ່ສ້າງມັນຕ້ອງເປັນຄົນທີ່ມີຄວາມ creative ຢູ່ບໍ່ໜ້ອຍ, ເອົາເປັນວ່າໃຜທີ່ຢາກລອງໄປລົມກັບແມວສາມາດເຂົ້າໄປໄດ້ທີ່ https://www.cat-gpt.com/\nທີ່ມາ\nhttps://www.ndtv.com/feature/after-chatgpt-new-ai-chatbot-called-catgpt-becomes-internets-favourite-3909740\n","permalink":"https://pinkeo.netlify.app/posts/catgpt-%E0%BA%84%E0%BA%B9%E0%BB%88%E0%BB%81%E0%BA%82%E0%BB%88%E0%BA%87-chatgpt/","summary":"ໃນຂະນະທີ່ ChatGPT ທີ່ເປັນ AI ທີ່ມີປະສິດທິພາບໃນປັດຈຸບັນ ກຳລັງເຮັດໃຫ້ຫຼາຍຄົນຮູ້ສຶກວ້າວກັບຄວາມສາມາດຂອງປັນຍາປະດິດ ກໍມີອີກຫຼາຍໆ AI ທີ່ເກີດຂຶ້ນຕາມໆທີ່ມີປະໂຫຍດ ແລະມີປະສິດທິພາບແຕກຕ່າງກັນໄປ. ແລະມື້ນີ້ຈະມາເວົ້າເຖິງ CatGPT (ເອະ ຊື່ຄຸ້ນໆ)\nCatGPT ກາຍກຳລັງໄດ້ຮັບຄວາມສົນໃຈຈາກ social media, ນີ້ເປັນ AI ທີ່ແຕກຕ່າງຈາກ ChatGPT (ເຖິງຊື່ຈະຟັງເບິ່ງຄ້າຍໆກັນ), ມັນອາດຈະບໍ່ສາມາດສອບໝໍ ຫຼື ກົດໝາຍຜ່ານໄດ້ຄື ChatGPT ແຕ່ມັນສາມາດຕອບໂຕ້ໄດ້ຄືແມວ\nນັ້ນແຫຼະ, ຕາມຊື່ເລີຍ CatGPT ແມ່ນ AI ແມວ ທີ່ຈະຕອບໂຕ້ກັບເຮົາຄືແມວ ບໍ່ວ່າເຮົາຈະຖາມຫຍັງມັນກໍຈະຕອບ ແມ່ວ ແມ່ວ ຢູ່ແບບນັ້ນ\nໜ້າເວັບໄຊ້ຂອງ CatGPT ຖືກອອກແບບໃຫ້ຄ້າຍຄືກັບ ChatGPT, ເມື່ອເຂົ້າໄປທີ່ໜ້າເວັບໄຊ້ ມັນຈະໂຊຕົວຢ່າງຄຳຖາມທີ່ສາມາດຖາມໄດ້ ມັນສາມາດໃຫ້ຄຳຕອບເປັນ GIF ແມວຕະຫຼົກຕະຫຼົກ ແລະ ຄຳວ່າ Meow meow [UPDATE] ຫຼັງຈາກການອັບເດດລ່າສຸດ ຕອນນີ້ CatGPT ສາມາດຕອບໂຕ້ໄດ້ຄືກັບມະນຸດແລ້ວ ຟີເຈີ GPT-Furr ຖືກເພີ່ມມາເປັນ AI ທີ່ນຳໃຊ້ໄດ້ແທ້, ແລະຂອ້ນຂ້າງມີຄວາມກວນຕີນໜ້ອຍໜຶ່ງ ເຊິ່ງເປັນຄາແລັກເຕີຂອງມັນເອງ ແລະ ມັນໃຫ້ຄວາມຮູ້ສຶກທີ່ແຕກຕ່າງອອກໄປຈາກການນຳໃຊ້ AI ຕົວອື່ນຄືມັນມີຄວາມເປັນທຳມະຊາດໃນການຕອບຄຳຖາມ ເຮັດໃຫ້ຄືກຳລັງສົນທະນາກັບມະນຸດແມວຄົນໜຶ່ງ. ແມວໂຕນີ້ສະຫຼາດກວ່າທີ່ຄິດ, ທີມງານທີ່ສ້າງມັນຕ້ອງເປັນຄົນທີ່ມີຄວາມ creative ຢູ່ບໍ່ໜ້ອຍ, ເອົາເປັນວ່າໃຜທີ່ຢາກລອງໄປລົມກັບແມວສາມາດເຂົ້າໄປໄດ້ທີ່ https://www.","title":"CatGPT AI ສຸດ Creative ຄູ່ແຂ່ງໃໝ່ ChatGPT"},{"content":"ສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນຊ່ວງ 20 ປີຜ່ານມາຂອງຊີວິດ o(￣▽￣)ブ\n1. ຈົ່ງຮັກສາສຸຂະພາບ ແລະໃຊ້ເວລາໃຫ້ຄຸ້ມຄ່າ: ສອງຢ່າງນີ້ຄືສິ່ງທີ່ສູນເສຍໄປ ແລ້ວເອົາກັບຄືນມາບໍ່ໄດ້, ສຸຂະພາບຂອງເຮົາຈະເຊື່ອມໂຊມຕາມການເວລາ ເຊັ່ນດຽວກັນກັບເວລາທີ່ກຳລັງມີໜ້ອຍລົງ,ໃຊ້ເວລາ ເຮັດໃນສິ່ງທີ່ມີຄວາມສຸກ, ມີຄວາມໝາຍຕໍ່ຕົນເອງ ແລະຄົນອື່ນ.\n2. ຢ່າອິນກັບຄວາມຮັກຊ່ວງອາຍຸກ່ອນ 20 : ຂ້ອຍຍຶດຕິດກົດຂໍ້ນີ້ມາຕະຫຼອດ ບໍ່ແມ່ນວ່າຂ້ອຍບໍ່ສົນເລື່ອງຄວາມຮັກ ແຕ່ເຊື່ອບໍ່ວ່າ ຄົນທີ່ເຮົາຄົບຕອນທີ່ຍັງເປັນໄວລຸ້ນ ຈະບໍ່ແມ່ນຄົນຄົນນັ້ນທີ່ເຮົາຈະແຕ່ງງານນຳໃນອະນາຄົດ,ທຳຄວາມຮູ້ຈັກຄົນໃຫ້ຫຼາຍໆ ໃຊ້ເວລາຮ່ວມກັນກັບພວກເຂົາ ແລະເປັນຄວາມຊົງຈຳດີໆໃຫ້ກັນແລະກັນ.\n3. Discipline \u0026gt; Motivation: ການມີແຮງບັນດານໃຈເປັນສິ່ງທີ່ດີ ແຕ່ມັນບໍ່ແມ່ນສິ່ງທີ່ຈະເຮັດໃຫ້ເຮົາປະສົບຜົນສຳເລັດ ມັນຊ່ວຍໃນການເລີ່ມຕົ້ນ ແຕ່ວິໄນຕ່າງຫາກທີ່ຈະເຮັດໃຫ້ເຮົາບັນລຸເປົ້າໝາຍໄດ້, ຝຶກການມີວິໄນກັບຕົນເອງ 💪\n4. ຢ່າຢ້ານທີ່ຈະບອກຄວາມຮູ້ສຶກດີໆທີ່ຕົນເອງມີຕໍ່ຄົນອື່ນ: ມັກໃຜກະບອກໄປໂລດ, ມັກຮອຍຍິ້ມ ສຽງຫົວ ແວວຕາ ຫຼືອີ່ຫັຍງກະບອກໄປໂລດ ເຖິງມັນເປັນສິ່ງເລັກໆນ້ອຍໆ ແຕ່ເຊື່ອບໍ່ວ່າຄຳເວົ້າເຫຼົ່ານີ້ ເຮັດໃຫ້ພວກເຂົາຮູ້ສຶກດີໃດ້ຫຼາຍເທົ່າ\n5. ການເຂົ້າໃຈໂລກໃຫ້ຫຼາຍ ສາມາດປ້ອງກັນຄວາມເຈັບປວດທີ່ໂລກຈະເຮັດກັບເຮົາໄດ້: ເຂົ້າໃຈກົດເກນທຸກຢ່າງຂອງໂລກ ເຂົ້າໃຈຄວາມຮູ້ສຶກຄົນ ເຂົ້າໃຈວ່າທຸກຢ່າງທີ່ເກີດຂຶ້ນມີເຫດຜົນ ແລ້ວຍອມຮັບມັນ\n6. ຮັກໂຕເອງ ຄືຮັກທີ່ວິເສດ: ເຮົາຈະມີຄວາມສຸກຂຶ້ນຫຼາຍເທົ່າຖ້າເຮົາຮັກໂຕເອງຫຼາຍຂຶ້ນ 💖\n7. ລະຫວ່າງຄວາມຮູ້ສຶກ ແລະຄວາມຈິງ ໃຫ້ເລືອກຄວາມຮູ້ສຶກ: ຄວາມຈິງ ຈັ່ງໃດມັນກະຍັງຄົງຈະເປັນຄວາມຈິງ ແຕ່ຖ່າໃຫ້ເລືອກເວົ້າ ກໍຈົ່ງເວົ້າສິ່ງທີ່ມັນຮັກສາຄວາມຮູ້ສຶກຂອງຄົນອື່ນ ເພາະບາງຄວາມຈິງມັນກໍເປັນສິ່ງທີ່ເຈັບປວດ\nຕະຫຼອດ 20 ປີທີ່ຜ່ານມາ ມີຫຼາຍເລື່ອງຫຼາຍຄວາມຊົງຈຳ\nແລະແນ່ນອນວ່າເມື່ອຂ້ອຍນຶກຍ້ອນກັບໄປ ບໍ່ວ່າຈະຍ້ອນໄປໃນຊ່ວງເວລາທີ່ດີ ຫຼືຮ້າຍ….ຂ້ອຍກໍຈະຍິ້ມໄດ້. 😊\nຢາກຂອບໃຈທຸກຄົນທີ່ເຂົ້າມາໃນຊີວິດ ແລະທຸກໆເລື່ອງທັງດີ ແລະຮ້າຍທີ່ເກີດຂຶ້ນ.\nແລະຕ້ອງຂໍໂທດ ຖ້າຂ້ອຍເຄີຍເປັນຄວາມຊົງຈຳທີ່ບໍ່ດີໃຫ້ກັບໃຜ.\nແຕ່ຫວັງວ່າ ມື້ນັ້ນ ມື້ທີ່ເຈົ້ານຶກຍ້ອນກັບໄປ ແລ້ວໄປເຫັນປິ່ນແກ້ວຄົນນັ້ນ ຂ້ອຍຫວັງວ່າເຈົ້າຈະມີຮອຍຍິ້ມ ( *︾▽︾)\nມື້ນີ້ ຂ້ອຍຂຽນໃນຖານະເດັກອາຍຸ 20 ຄົນໜຶ່ງ ແຕ່ອີກ 10 ປີຂ້າງໜ້າ ຂ້ອຍຈະກັບມາຂຽນໃນຖານະຫຍັງຂ້ອຍກໍຕື່ນເຕັ້ນທີ່ຈະໄດ້ຮູ້ຄືກັນ.\n04/06/2003 - 04/06/2023\n","permalink":"https://pinkeo.netlify.app/posts/things-i-have-learnt-in-my-teenage-year/","summary":"ສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນຊ່ວງ 20 ປີຜ່ານມາຂອງຊີວິດ o(￣▽￣)ブ\n1. ຈົ່ງຮັກສາສຸຂະພາບ ແລະໃຊ້ເວລາໃຫ້ຄຸ້ມຄ່າ: ສອງຢ່າງນີ້ຄືສິ່ງທີ່ສູນເສຍໄປ ແລ້ວເອົາກັບຄືນມາບໍ່ໄດ້, ສຸຂະພາບຂອງເຮົາຈະເຊື່ອມໂຊມຕາມການເວລາ ເຊັ່ນດຽວກັນກັບເວລາທີ່ກຳລັງມີໜ້ອຍລົງ,ໃຊ້ເວລາ ເຮັດໃນສິ່ງທີ່ມີຄວາມສຸກ, ມີຄວາມໝາຍຕໍ່ຕົນເອງ ແລະຄົນອື່ນ.\n2. ຢ່າອິນກັບຄວາມຮັກຊ່ວງອາຍຸກ່ອນ 20 : ຂ້ອຍຍຶດຕິດກົດຂໍ້ນີ້ມາຕະຫຼອດ ບໍ່ແມ່ນວ່າຂ້ອຍບໍ່ສົນເລື່ອງຄວາມຮັກ ແຕ່ເຊື່ອບໍ່ວ່າ ຄົນທີ່ເຮົາຄົບຕອນທີ່ຍັງເປັນໄວລຸ້ນ ຈະບໍ່ແມ່ນຄົນຄົນນັ້ນທີ່ເຮົາຈະແຕ່ງງານນຳໃນອະນາຄົດ,ທຳຄວາມຮູ້ຈັກຄົນໃຫ້ຫຼາຍໆ ໃຊ້ເວລາຮ່ວມກັນກັບພວກເຂົາ ແລະເປັນຄວາມຊົງຈຳດີໆໃຫ້ກັນແລະກັນ.\n3. Discipline \u0026gt; Motivation: ການມີແຮງບັນດານໃຈເປັນສິ່ງທີ່ດີ ແຕ່ມັນບໍ່ແມ່ນສິ່ງທີ່ຈະເຮັດໃຫ້ເຮົາປະສົບຜົນສຳເລັດ ມັນຊ່ວຍໃນການເລີ່ມຕົ້ນ ແຕ່ວິໄນຕ່າງຫາກທີ່ຈະເຮັດໃຫ້ເຮົາບັນລຸເປົ້າໝາຍໄດ້, ຝຶກການມີວິໄນກັບຕົນເອງ 💪\n4. ຢ່າຢ້ານທີ່ຈະບອກຄວາມຮູ້ສຶກດີໆທີ່ຕົນເອງມີຕໍ່ຄົນອື່ນ: ມັກໃຜກະບອກໄປໂລດ, ມັກຮອຍຍິ້ມ ສຽງຫົວ ແວວຕາ ຫຼືອີ່ຫັຍງກະບອກໄປໂລດ ເຖິງມັນເປັນສິ່ງເລັກໆນ້ອຍໆ ແຕ່ເຊື່ອບໍ່ວ່າຄຳເວົ້າເຫຼົ່ານີ້ ເຮັດໃຫ້ພວກເຂົາຮູ້ສຶກດີໃດ້ຫຼາຍເທົ່າ\n5. ການເຂົ້າໃຈໂລກໃຫ້ຫຼາຍ ສາມາດປ້ອງກັນຄວາມເຈັບປວດທີ່ໂລກຈະເຮັດກັບເຮົາໄດ້: ເຂົ້າໃຈກົດເກນທຸກຢ່າງຂອງໂລກ ເຂົ້າໃຈຄວາມຮູ້ສຶກຄົນ ເຂົ້າໃຈວ່າທຸກຢ່າງທີ່ເກີດຂຶ້ນມີເຫດຜົນ ແລ້ວຍອມຮັບມັນ\n6. ຮັກໂຕເອງ ຄືຮັກທີ່ວິເສດ: ເຮົາຈະມີຄວາມສຸກຂຶ້ນຫຼາຍເທົ່າຖ້າເຮົາຮັກໂຕເອງຫຼາຍຂຶ້ນ 💖\n7. ລະຫວ່າງຄວາມຮູ້ສຶກ ແລະຄວາມຈິງ ໃຫ້ເລືອກຄວາມຮູ້ສຶກ: ຄວາມຈິງ ຈັ່ງໃດມັນກະຍັງຄົງຈະເປັນຄວາມຈິງ ແຕ່ຖ່າໃຫ້ເລືອກເວົ້າ ກໍຈົ່ງເວົ້າສິ່ງທີ່ມັນຮັກສາຄວາມຮູ້ສຶກຂອງຄົນອື່ນ ເພາະບາງຄວາມຈິງມັນກໍເປັນສິ່ງທີ່ເຈັບປວດ\nຕະຫຼອດ 20 ປີທີ່ຜ່ານມາ ມີຫຼາຍເລື່ອງຫຼາຍຄວາມຊົງຈຳ","title":"ສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນ20ປີຜ່ານມາຂອງຊີວິດ 👩"},{"content":"ບໍ່ໄດ້ເນັ້ນຄວາມສຳພັນແບບໃດໜຶ່ງ ແຕ່ມັນຄືຄວາມສຳພັນທຸກຮູບແບບ\nສຳລັບຂ້ອຍ\nຄວາມສຳພັນທີ່ມີອິດທິພົນກັບຂ້ອຍຫຼາຍທີ່ສຸດ ຄື ຄອບຄົວ ແລະໝູ່ເພື່ອນ\nເຮົາເຄີຍເປັນກັນໝົດທຸກຄົນແຫຼະ\nເມື່ອບໍ່ໄດ້ຮັບຄວາມສົນໃຈກໍຄຽດ\nມັນເປັນທຳມະຊາດຂອງມະນຸດ\nແລະມັນເກີດກັບທຸກຄົນ ທັງຜູ້ຍິງ ແລະຊາຍ\n.\nໃນຊີວິດເຮົາ\nເຮົາຈະໄດ້ຮູ້ຈັກຫຼາຍໆຄົນ\nແລະເຮົາເລືອກໄດ້ວ່າຈະເກັບໃຜໄວ້\nໃນນັ້ນຕ້ອງມີຈັກຄົນແຫຼະ\nທີ່ເຮົາຍັງຄົງຈະໄປຫາ ຫຼືໂທຫາ ເມື່ອເຮົາອາຍຸ 70 80 ນະ\nແຕ່ມັນກໍມີຫຼາຍຄັ້ງ\nທີ່ເຮົາເຮັດຫຍັງໂງ່ໆໄປ ແລ້ວມັນເຮັດໃຫ້ຄວາມສຳພັນພັງລົງ ມັນເຈັບ ບໍ່ວ່າຈະເປັນຄວາມສຳພັນຮູບແບບໃດກໍຕາມ ມັນມີຫຼາຍຄັ້ງ ທີ່ໝູ່ຄູ່ ຄອບຄົບ\nເຮັດບາງຢ່າງທີ່ທຳຮ້າຍຈິດໃຈຂ້ອຍ\nເຮັດໃຫ້ຮູ້ສຶກບໍ່ດີ\nແລະສິ່ງນັ້ນເອງ\nກໍເປັນສິ່ງທີ່ເຮັດໃຫ້ຂ້ອຍ ຕັດຄົນບາງຄົນອອກຈາກຊິວິດ\nແຕ່ຖ້າໃຊ້ເກນນີ້ມາໃຊ້ກັບທຸກຄົນ\nຕອນນີ້ຂ້ອຍຄົງບໍ່ເຫຼືອໃຜ\nມັນໃຊ້ກັບທຸກຄົນບໍ່ໄດ້\nຄົນທີ່ໃຫ້ໃຫ້ເຮົາຮູ້ສຶກສຳຄັນ\nຮູ້ສຶກຖືກຮັກ\nຮູ້ສຶກປອດໄພ\nຮູ້ສຶກວ່າຊີວິດມີຫຍັງມ່ວນໆໃຫ້ເຮັດ\nຮູ້ສຶກວ່າເຮົາໂຊກດີ\n… ແລະອີກຫຼາຍຄວາມຮູ້ສຶກ\nມີບາງຄັ້ງ\nພວກເຂົາເຮັດໃຫ້ເຮົາຮູ້ສຶກໄປໃນທາງລົບ\nແລ້ວເຮົາ ເກັບມາຄຽດ\nນ້ອຍໃຈ\nບໍ່ເວົ້າ ບໍ່ປັບຄວາມເຂົ້າໃຈ\nຫຼືຮ້າຍໄປກວ່ານັ້ນ\nຄືການ ສົ່ງກັບຄວາມຮູ້ສຶກດ້ານລົບ ທີ່ຮຸນແຮງກວ່າຫຼາຍເທົ່າ ກັບໄປຫາພວກເຂົາ\nມັນຍິ່ງຈະເຮັດໃຫ້ທຸກຢ່າງບໍ່ດີລົງ\n.\nລ່າສຸດ\nຂ້ອຍກໍເກືອບເສຍໝູ່ດີໆຄົນໜຶ່ງໄປ\nມັນເປັນພຽງຄຳເວົ້າປະໂຫຍກດຽວທີ່ທຳຮ້າຍ\nຂ້ອຍເຜີສົ່ງພະລັງງານລົບໆນັ້ນກັບໄປຫາລາວ\nມັນເຮັດໃຫ້ເຮົາອຶດອັດ\nພວກເຮົາ ຖອຍຫຼັງຄົນລະກ້າວ\nສະຫງົບສະຕິ\nເພາະບໍ່ຢາກທຳລາຍຄວາມເປັນໝູ່\nການທີ່ຈະຕ້ອງເສຍຄົນດີໆຄົນໜຶ່ງໄປ\nພຽງເພາະປະໂຫຍກລົບໆອັນດຽວ\nຄົງເປັນຫຍັງທີ່ໂງ່ຫຼາຍ\n.\nເວົ້າ \u0026ldquo;ຂໍໂທດ\u0026rdquo; ຈາກໃຈຈິງເມື່ອເຮັດຜິດ\nເຖິງຈະເປັນຝ່າຍຖືກ\nຖ້າການກະທຳເຮົາເຮັດໃຫ້ໃຜຮູ້ສຶກບໍ່ດີ\nເຮົາກໍຕ້ອງຂໍໂທດ\nເຮົາບໍ່ແມ່ນສູນລວມຂອງຈັກກະວານ\nໂລກບໍ່ໄດ້ໝຸນອ້ອມຕົວເຮົາ\nຕ້ອງໃຊ້ເຫດຜົນ ເໜືອກວ່າອາລົມ ໃນການຕັດສິນໃຈເຮັດຫຍັງໄປ\nແລະຍິ່ງໃນເລື່ອງຄວາມສຳພັນ\nເຊື່ອເທາະ ວ່າມັນຈະຮູ້ສຶກເ.້ຍຫຼາຍ ຖ້າເຮັດຫຍັງໂງ່ໆໄປ ພຽງເພາະອາລົມຊົ່ວວູບ. :)\n","permalink":"https://pinkeo.netlify.app/posts/24052023/","summary":"ບໍ່ໄດ້ເນັ້ນຄວາມສຳພັນແບບໃດໜຶ່ງ ແຕ່ມັນຄືຄວາມສຳພັນທຸກຮູບແບບ\nສຳລັບຂ້ອຍ\nຄວາມສຳພັນທີ່ມີອິດທິພົນກັບຂ້ອຍຫຼາຍທີ່ສຸດ ຄື ຄອບຄົວ ແລະໝູ່ເພື່ອນ\nເຮົາເຄີຍເປັນກັນໝົດທຸກຄົນແຫຼະ\nເມື່ອບໍ່ໄດ້ຮັບຄວາມສົນໃຈກໍຄຽດ\nມັນເປັນທຳມະຊາດຂອງມະນຸດ\nແລະມັນເກີດກັບທຸກຄົນ ທັງຜູ້ຍິງ ແລະຊາຍ\n.\nໃນຊີວິດເຮົາ\nເຮົາຈະໄດ້ຮູ້ຈັກຫຼາຍໆຄົນ\nແລະເຮົາເລືອກໄດ້ວ່າຈະເກັບໃຜໄວ້\nໃນນັ້ນຕ້ອງມີຈັກຄົນແຫຼະ\nທີ່ເຮົາຍັງຄົງຈະໄປຫາ ຫຼືໂທຫາ ເມື່ອເຮົາອາຍຸ 70 80 ນະ\nແຕ່ມັນກໍມີຫຼາຍຄັ້ງ\nທີ່ເຮົາເຮັດຫຍັງໂງ່ໆໄປ ແລ້ວມັນເຮັດໃຫ້ຄວາມສຳພັນພັງລົງ ມັນເຈັບ ບໍ່ວ່າຈະເປັນຄວາມສຳພັນຮູບແບບໃດກໍຕາມ ມັນມີຫຼາຍຄັ້ງ ທີ່ໝູ່ຄູ່ ຄອບຄົບ\nເຮັດບາງຢ່າງທີ່ທຳຮ້າຍຈິດໃຈຂ້ອຍ\nເຮັດໃຫ້ຮູ້ສຶກບໍ່ດີ\nແລະສິ່ງນັ້ນເອງ\nກໍເປັນສິ່ງທີ່ເຮັດໃຫ້ຂ້ອຍ ຕັດຄົນບາງຄົນອອກຈາກຊິວິດ\nແຕ່ຖ້າໃຊ້ເກນນີ້ມາໃຊ້ກັບທຸກຄົນ\nຕອນນີ້ຂ້ອຍຄົງບໍ່ເຫຼືອໃຜ\nມັນໃຊ້ກັບທຸກຄົນບໍ່ໄດ້\nຄົນທີ່ໃຫ້ໃຫ້ເຮົາຮູ້ສຶກສຳຄັນ\nຮູ້ສຶກຖືກຮັກ\nຮູ້ສຶກປອດໄພ\nຮູ້ສຶກວ່າຊີວິດມີຫຍັງມ່ວນໆໃຫ້ເຮັດ\nຮູ້ສຶກວ່າເຮົາໂຊກດີ\n… ແລະອີກຫຼາຍຄວາມຮູ້ສຶກ\nມີບາງຄັ້ງ\nພວກເຂົາເຮັດໃຫ້ເຮົາຮູ້ສຶກໄປໃນທາງລົບ\nແລ້ວເຮົາ ເກັບມາຄຽດ\nນ້ອຍໃຈ\nບໍ່ເວົ້າ ບໍ່ປັບຄວາມເຂົ້າໃຈ\nຫຼືຮ້າຍໄປກວ່ານັ້ນ\nຄືການ ສົ່ງກັບຄວາມຮູ້ສຶກດ້ານລົບ ທີ່ຮຸນແຮງກວ່າຫຼາຍເທົ່າ ກັບໄປຫາພວກເຂົາ\nມັນຍິ່ງຈະເຮັດໃຫ້ທຸກຢ່າງບໍ່ດີລົງ\n.\nລ່າສຸດ\nຂ້ອຍກໍເກືອບເສຍໝູ່ດີໆຄົນໜຶ່ງໄປ\nມັນເປັນພຽງຄຳເວົ້າປະໂຫຍກດຽວທີ່ທຳຮ້າຍ\nຂ້ອຍເຜີສົ່ງພະລັງງານລົບໆນັ້ນກັບໄປຫາລາວ\nມັນເຮັດໃຫ້ເຮົາອຶດອັດ\nພວກເຮົາ ຖອຍຫຼັງຄົນລະກ້າວ\nສະຫງົບສະຕິ\nເພາະບໍ່ຢາກທຳລາຍຄວາມເປັນໝູ່","title":"ຢ່າເຮັດຫຍັງໂງ່ໆ ຈົນທຳລາຍຄວາມສຳພັນ"},{"content":"The Flat Earth Society ໂລກໃບນີ້ມັນແບນ\nຖ້າຂ້ອຍບອກວ່າໂລກນີ້ມັນແບນ ມັນບໍ່ໄດ້ເປັນໜ່ວຍມົນເຈົ້າຈະເຊື່ອບໍ່? ແນ່ນອນວ່າເຈົ້າບໍ່ເຊື່ອ ບໍ່ມີໃຜເຊື່ອແນ່ນອນ,\nແລ້ວໂລກມັນເປັນໜ່ວຍມົນຫວາ?\nຮູ້ໄດ້ຈັ່ງໃດວ່າມັນເປັນໜ່ວຍມົນ?\nເຄີຍເຫັນໂລກຈາກນອກຈາກອາວະກາດກັບຕາແລ້ວຫວາ?\nມີຫຼັກຖານຫຼາຍຢ່າງທີ່ຍັ້ງຍືນວ່າໂລກເປັນໜ່ວຍມົນ\u0026hellip;.\nດຽວໆ! ຢ່າຟ້າວຕັດສິນຂ້ອຍ ຂ້ອຍບໍ່ທັນໄດ້ບອກວ່າຂ້ອຍເຊື່ອວ່າໂລກມັນແບນ ແຕ່ທີ່ຂ້ອຍຈະບອກຄືມັນມີຄົນທີ່ເຊື່ອແບບນີ້ ແລະບໍ່ໄດ້ມີໜ້ອຍອີກ.\nຂໍແນະນຳໃຫ້ຮູຈັກກັບ The Flat Earth Society\nThe Flat Earth Society ຫຼື ສະມາຄົມໂລກແບນ ( ແມ່ນລະ ມັນມີສະມາຄົມນີ້ແທ້ ) ມັນເປັນການລວມຕົວກັນຂອງຄົນທີ່ເຊື່ອວ່າໂລກແບນ ດ້ວຍເຫດຜົນຕ່າງໆນາໆທີ່ເຂົາເຈົ້າຄິດຂຶ້ນມາ ເຊິ່ງມັນມີຄວາມເປັນໄປໄດ້ບໍ່ ຂ້ອຍບໍ່ຮູ້ (ເພາະຂ້ອຍບໍ່ແມ່ນນັກດາລາສາດ) ແຕ່ຖ້າໃຫ້ໄປສຶກສາເຖິງທິດສະດີທີ່ເຮັດໃຫ້ເຊື່ອວ່າໂລກແບນ ຂ້ອຍອາດຈະກາຍເປັນຊາວໂລກແບນ ແລະອາດກາຍເປັນສະມາຊິກຄົນໃໝ່ຂອງສະມາຄົມ ( ຂ້ອຍເລີຍບໍ່ເຮັດດີກວ່າ )\nແຕ່ຂ້ອຍໄປສຶກສາວ່າ ແມ່ນຫຍັງທີ່ເຮັດໃຫ້ເຂົາເຈົ້າເຊື່ອແບບນີ້\nຄຳຕອບທີ່ໄດ້ຄື YouTube ແລະ ສື່ Social Media ອື່ນໆ ຄົນສວ່ນຫຼາຍໄດ້ຄວາມເຊື່ອແບບນີ້ຈາກສິ່ງທີ່ເຫັນທຸກມື້ ຄື Social Media ແລະໂລກ ທີ່ເບິ່ງຈາກພື້ນໂລກແລັວບໍ່ເຫັນເລີຍວ່າມັນເປັນວົງມົນ.\nຖ້າລອງຄົ້ນຫາຄຳວ່າ \u0026ldquo;Flat Earth\u0026rdquo; ໃນ YouTube ກໍຈະເຫັນຫຼາຍວິດີໂວກ່ຽວກັບໂລກແບນ ສ່ວນຫຼາຍກໍຈະເປັນແນວທີ່ອະທິບາຍວ່າໂລກມັນບໍ່ໄດ້ແບນ ແລ້ວເຈົ້າລອງເບິ່ງວິດີໂອເຫຼົ່ານັ້ນໄປຈັກ 2-3 ວິດີໂອ ແລ້ວເຈົ້າຈະສັງເກດວ່າວິດີໂອຕໍ່ໄປທີ່ YouTube ແນະນຳກໍເປັນວິດີໂອທີ່ມີເນື້ອຫາຄ້າຍຄືກັນ. ນີ້ແຫຼະຄືສິ່ງທີ່ເກີດຂຶ້ນກັບຊາວໂລກແບນ ພວກເຂົາອາດຈະເບິ່ງວິດີໂອໃດໜື່ງທີ່ບອກວ່າໂລກແບນ ແລ້ວວິດີໂອຕໍ່ໄປທີ່ມີຄວາມຄ້າຍຄືກັນກໍຖືກນຳສະເໜີ ເຊິ່ງມັນເປັນ Algorithm ຂອງ YouTube ແລະ ແພລດຟອມອື່ນໆກໍເຊັ່ນດຽວກັນ. ຖ້າເຈົ້າກຳລັງຄິດວ່າຊາວໂລກແບນ ເປັນພວກ Idiot ທີ່ບໍ່ຕັ້ງໃຈຮຽນວິຊາວິທະຍາສາດ ແລະພູມສາດ ຢາກໃຫ້ຢຸດຄິດກ່ອນ ຂ້ອຍກໍຄິດວ່າມັນຕະຫຼົກທີ່ຍັງມີຄົນຄິດແບບນີ້ຢູ່ ແຕ່ຖ້າຂ້ອຍຖາມເຈົ້າວ່າເຈົ້າເຊື່ອເລື່ອງຜີ ວິນຍານ ພະເຈົ້າ ເທວະດາ ນະລົກ ຫຼື ສະຫວັນບໍ່ ເຈົ້າຊິຕອບວ່າຈັງໃດ? ມີຫຼາຍຄົນທີ່ເຊື່ອເລື່ອງນີ້ທົ່ວໂລກ ແລ້ວມັນກໍຄືທິດສະດີໂລກແບນນັ້ນແຫຼະ ວິທະຍາສາດຢັ້ງຢືນແລ້ວບໍວ່າຜີ ຫຼືວິນຍານມີແທ້ ເທວະດາ ຫຼືພະເຈົ້າທີ່ເຮົາເອີ້ນຫາຕະຫຼອດ ມີຢູ່ແທ້ຫວາ? ແລ້ວເປັນຫຍັງຄົນທີ່ເຊື່ອເລື່ອງພວກນີ້ຈຶ່ງບໍ່ຖືກມອງວ່າ Idiot\nທຸກຄົນມີສິດທີ່ຈະເຊື່ອໃນສິ່ງໃດກໍໄດ້ ແຕ່ສິດທີ່ເຮົາບໍ່ມີຄືສິດລ່ວງລະເມີດສິດຂອງຄົນອື່ນ ( ອ່ານໃຫມ່ກະໄດ້ຄັນງົງ ) ທ້າຍນີ້ຢາກຈະບອກວ່າຂ້ອຍບໍ່ໄດ້ເຊື່ອວ່າໂລກແບນ ແລະຢ່າເຊື່ອສິ່ງທີ່ເຫັນເພາະມັນອາດບໍ່ແມ່ນຄວາມຈິງສະເໝີໄປ.\nThe Flat Earth Society ມີເພຈເປັນທາງການຢູ່ Facebook ແລະ Twitter ໃຜຢາກໄປແວ່ເບິ່ງກະໄປໄດ້\nແລະຂໍຂອບໃຈທີ່ອ່ານຈົນຈົບ\nhttps://www.facebook.com/FlatEarthToday/\nhttps://twitter.com/FlatEarthOrg\u0026hellip;\nເຈົ້າອາດຈະສົນໃຈ ເຮົາໃຊ້ WhatsApp ຟຣີ ແລ້ວ WhatsApp ໄດ້ເງິນມາຈາກໃສ? ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ? meme ທຳອິດຂອງໂລກ ","permalink":"https://pinkeo.netlify.app/posts/the-flat-earth-society--%E0%BB%82%E0%BA%A5%E0%BA%81%E0%BB%83%E0%BA%9A%E0%BA%99%E0%BA%B5%E0%BB%89%E0%BA%A1%E0%BA%B1%E0%BA%99%E0%BB%81%E0%BA%9A%E0%BA%99/","summary":"The Flat Earth Society ໂລກໃບນີ້ມັນແບນ\nຖ້າຂ້ອຍບອກວ່າໂລກນີ້ມັນແບນ ມັນບໍ່ໄດ້ເປັນໜ່ວຍມົນເຈົ້າຈະເຊື່ອບໍ່? ແນ່ນອນວ່າເຈົ້າບໍ່ເຊື່ອ ບໍ່ມີໃຜເຊື່ອແນ່ນອນ,\nແລ້ວໂລກມັນເປັນໜ່ວຍມົນຫວາ?\nຮູ້ໄດ້ຈັ່ງໃດວ່າມັນເປັນໜ່ວຍມົນ?\nເຄີຍເຫັນໂລກຈາກນອກຈາກອາວະກາດກັບຕາແລ້ວຫວາ?\nມີຫຼັກຖານຫຼາຍຢ່າງທີ່ຍັ້ງຍືນວ່າໂລກເປັນໜ່ວຍມົນ\u0026hellip;.\nດຽວໆ! ຢ່າຟ້າວຕັດສິນຂ້ອຍ ຂ້ອຍບໍ່ທັນໄດ້ບອກວ່າຂ້ອຍເຊື່ອວ່າໂລກມັນແບນ ແຕ່ທີ່ຂ້ອຍຈະບອກຄືມັນມີຄົນທີ່ເຊື່ອແບບນີ້ ແລະບໍ່ໄດ້ມີໜ້ອຍອີກ.\nຂໍແນະນຳໃຫ້ຮູຈັກກັບ The Flat Earth Society\nThe Flat Earth Society ຫຼື ສະມາຄົມໂລກແບນ ( ແມ່ນລະ ມັນມີສະມາຄົມນີ້ແທ້ ) ມັນເປັນການລວມຕົວກັນຂອງຄົນທີ່ເຊື່ອວ່າໂລກແບນ ດ້ວຍເຫດຜົນຕ່າງໆນາໆທີ່ເຂົາເຈົ້າຄິດຂຶ້ນມາ ເຊິ່ງມັນມີຄວາມເປັນໄປໄດ້ບໍ່ ຂ້ອຍບໍ່ຮູ້ (ເພາະຂ້ອຍບໍ່ແມ່ນນັກດາລາສາດ) ແຕ່ຖ້າໃຫ້ໄປສຶກສາເຖິງທິດສະດີທີ່ເຮັດໃຫ້ເຊື່ອວ່າໂລກແບນ ຂ້ອຍອາດຈະກາຍເປັນຊາວໂລກແບນ ແລະອາດກາຍເປັນສະມາຊິກຄົນໃໝ່ຂອງສະມາຄົມ ( ຂ້ອຍເລີຍບໍ່ເຮັດດີກວ່າ )\nແຕ່ຂ້ອຍໄປສຶກສາວ່າ ແມ່ນຫຍັງທີ່ເຮັດໃຫ້ເຂົາເຈົ້າເຊື່ອແບບນີ້\nຄຳຕອບທີ່ໄດ້ຄື YouTube ແລະ ສື່ Social Media ອື່ນໆ ຄົນສວ່ນຫຼາຍໄດ້ຄວາມເຊື່ອແບບນີ້ຈາກສິ່ງທີ່ເຫັນທຸກມື້ ຄື Social Media ແລະໂລກ ທີ່ເບິ່ງຈາກພື້ນໂລກແລັວບໍ່ເຫັນເລີຍວ່າມັນເປັນວົງມົນ.\nຖ້າລອງຄົ້ນຫາຄຳວ່າ \u0026ldquo;Flat Earth\u0026rdquo; ໃນ YouTube ກໍຈະເຫັນຫຼາຍວິດີໂວກ່ຽວກັບໂລກແບນ ສ່ວນຫຼາຍກໍຈະເປັນແນວທີ່ອະທິບາຍວ່າໂລກມັນບໍ່ໄດ້ແບນ ແລ້ວເຈົ້າລອງເບິ່ງວິດີໂອເຫຼົ່ານັ້ນໄປຈັກ 2-3 ວິດີໂອ ແລ້ວເຈົ້າຈະສັງເກດວ່າວິດີໂອຕໍ່ໄປທີ່ YouTube ແນະນຳກໍເປັນວິດີໂອທີ່ມີເນື້ອຫາຄ້າຍຄືກັນ.","title":"The Flat Earth Society ໂລກໃບນີ້ມັນແບນ"},{"content":"ຄຳວ່າ meme (ມີມ) ຫຼາຍຄົນຄົງເຄີຍໄດ້ຍິນ ແລະ ຄົງເຂົ້າໃຈກັນດີວ່າ ມັນມີຄວາມໝາຍສື່ເຖິງຮູບພາບການເຢາະເຢີ້ຍ ຮຽນແບບໄປໃນທາງຕະຫຼົກເຮຮາ ເຊັ່ນຮູບເຫຼົ່ານີ້\nຄວາມໝາຍ ແລະ ທີ່ມາຂອງຄຳວ່າ meme ຄຳວ່າ meme ມີເຄົ້າມາຈາກພາສາເກັຣກຄຳວ່າ mīmēma (μίμημα; ອອກສຽງວ່າ [míːmɛːma]) ເຊິ່ງໝາຍຄວາມວ່າການລອກຮຽນແບບ. ຖືກກ່າວເຖິງຄັ້ງທຳອິດໃນປຶ້ມ The Selfish Gene ຂອງ Dawkins ປີ 1976.\nສະໄໝກ່ອນຄຳວ່າມີມຖືກໃຊ້ດ້ານຊີວະສາດດ້ານຢີນແຕ່ປັດຈຸບັນຄວາມໝາຍຂອງມັນໄດ້ປ່ຽນໄປຫຼາຍ.\nອີງຕາມ Oxford Dictionary ໄດ້ໃຫ້ຄວາມໝາຍຂອງຄຳວ່າ meme ໄວ້ວ່າ:\nan idea that is passed from one member of society to another, not in the gene but often by people copying it ຄວາມຄິດທີ່ຖືກຖ່າຍທອດຈາກຄົນໜຶ່ງໃນໄປສູ່ຄົນອື່ນໃນສັງຄົມ ບໍ່ໄດ້ຢູ່ໃນຢີນ ແຕ່ຄົນມີການຮຽນແບບໄປຕາມໆກັນ an image, a video, a piece of text, etc. that is passed very quickly from one internet user to another, often with slight changes that make it humorous ຮູບພາບ, ວິດີໂອ, ຂໍ້ຄວາມສັ້ນໆ ແລະ ອື່ນໆ ທີ່ຖືກສົ່ງຕໍ່ໃນອິນເຕີເນັດຢ່າງໄວ, ມັກມີການປ່ຽນແປງເລັກນ້ອຍເຮັດໃຫ້ມີຄວາມຕະຫຼົກ\nMeme ທຳອິດຂອງໂລກ ນີ້ເປັນພາບກາຕູນເຢາະເຢີ້ຍທຳອິດ ທີ່ຢູ່ໃນວາລະສານ Octopus ສະບັບເດືອນ ພຶດສະພາ ປີ 1921 ເຊິ່ງເປັນວາລະສານແນວຕະຫຼົກທີ່ຕີພິນໃນມະຫາວິທະຍາໄລວິນສຄອນຊິນ-ເມດີສັນ ໃນຊ່ວງປີ 1919 ຫາ 1959 ໂດຍກາຕູນນີ້ຖືກຖືວ່າເປັນມີມທຳອິດຂອງໂລກ\nຊ້າຍມື “ສິ່ງທີ່ເຈົ້າຄິດກ່ຽວກັບໜ້າຕາຂອງເຈົ້າ ຕອນທີ່ຖືກຖ່າຍຮູບດ້ວຍໄຟແຟລຊ” ຂວາມື “ຄວາມເປັນຈິງ” ເຈົ້າອາດຈະສົນໃຈ ເຮົາໃຊ້ WhatsApp ຟຣີ ແລ້ວ WhatsApp ໄດ້ເງິນມາຈາກໃສ? ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ? ຄົນດີ ບໍ່ມີຢູ່ຈິງໃນສັງຄົມ ແລະນອກຈາກນັ້ນຍັງມີ ເຫຼົ່ານີ້ຄືມີມຈາກ 100 ປີກ່ອນ. ໃນຕອນນັ້ນຍັງບໍ່ມີໃຜເອີ້ນຮູບລັກສະນະນີ້ວ່າມີມ ແຕ່ຫຼັງຈາກທີ່ມີອິນເຕີເນັດຈຶ່ງໄດ້ມີການສົ່ງຕໍ່ຮູບພາບຕະຫຼົກໆ ແລະຮຽນແບບໄປຕ່າງໆນາໆມັນຈຶ່ງການເປັນທີ່ມາຂອງມີມທີ່ເຮົາເຫັນໃນອິນເຕີເນັດທຸກມື້ນີ້\nBBC\nWikipedia\nOxford\n","permalink":"https://pinkeo.netlify.app/posts/meme-%E0%BA%97%E0%BA%B3%E0%BA%AD%E0%BA%B4%E0%BA%94%E0%BA%82%E0%BA%AD%E0%BA%87%E0%BB%82%E0%BA%A5%E0%BA%81/","summary":"ຄຳວ່າ meme (ມີມ) ຫຼາຍຄົນຄົງເຄີຍໄດ້ຍິນ ແລະ ຄົງເຂົ້າໃຈກັນດີວ່າ ມັນມີຄວາມໝາຍສື່ເຖິງຮູບພາບການເຢາະເຢີ້ຍ ຮຽນແບບໄປໃນທາງຕະຫຼົກເຮຮາ ເຊັ່ນຮູບເຫຼົ່ານີ້\nຄວາມໝາຍ ແລະ ທີ່ມາຂອງຄຳວ່າ meme ຄຳວ່າ meme ມີເຄົ້າມາຈາກພາສາເກັຣກຄຳວ່າ mīmēma (μίμημα; ອອກສຽງວ່າ [míːmɛːma]) ເຊິ່ງໝາຍຄວາມວ່າການລອກຮຽນແບບ. ຖືກກ່າວເຖິງຄັ້ງທຳອິດໃນປຶ້ມ The Selfish Gene ຂອງ Dawkins ປີ 1976.\nສະໄໝກ່ອນຄຳວ່າມີມຖືກໃຊ້ດ້ານຊີວະສາດດ້ານຢີນແຕ່ປັດຈຸບັນຄວາມໝາຍຂອງມັນໄດ້ປ່ຽນໄປຫຼາຍ.\nອີງຕາມ Oxford Dictionary ໄດ້ໃຫ້ຄວາມໝາຍຂອງຄຳວ່າ meme ໄວ້ວ່າ:\nan idea that is passed from one member of society to another, not in the gene but often by people copying it ຄວາມຄິດທີ່ຖືກຖ່າຍທອດຈາກຄົນໜຶ່ງໃນໄປສູ່ຄົນອື່ນໃນສັງຄົມ ບໍ່ໄດ້ຢູ່ໃນຢີນ ແຕ່ຄົນມີການຮຽນແບບໄປຕາມໆກັນ an image, a video, a piece of text, etc. that is passed very quickly from one internet user to another, often with slight changes that make it humorous ຮູບພາບ, ວິດີໂອ, ຂໍ້ຄວາມສັ້ນໆ ແລະ ອື່ນໆ ທີ່ຖືກສົ່ງຕໍ່ໃນອິນເຕີເນັດຢ່າງໄວ, ມັກມີການປ່ຽນແປງເລັກນ້ອຍເຮັດໃຫ້ມີຄວາມຕະຫຼົກ","title":"meme ທຳອິດຂອງໂລກ"},{"content":"ວັນທີ 17 ເດີອນ ພະຈິກ ປີກ່ອນ ຂ້ອຍຕັດສິນໃຈເຮັດຫຍັງທີ່ຂ້ອຍຄິດວ່າມັນແປກດີ ຄືການຢຸດຫຼິ້ນ social media (Facebook, Instagram, Twitter, Tiktok, Discord) ແຕ່ຂ້ອຍຍັງໃຊ້ Youtube ແລະ Pinterest ເປັນບາງຄັ້ງຄາວ .\nນີ້ປັນການທົດລອງບ້າໆ ທີ່ຈິງຂ້ອຍຕັ້ງໃຈຈະເຮັດໃຫ້ໄດ້ໜຶ່ງປີ ແຕ່\u0026hellip;ນັ້ນແຫຼະ ຂ້ອຍເຮັດບໍ່ໄດ້ 😅 ແຕ່ວ່າຊ່ວງຫົກເດືອນຜ່ານມາຂ້ອຍໄດ້ຮຽນຮູ້ຄວາມຈິງບາງຢ່າງຈາກການທົດລອງຄັ້ງນີ້:\n1. ໝູ່ ທີ່ຈິງແລ້ວມີໜ້ອຍຫຼາຍ ແລະມັນເປັນເລື່ອງໂອເຄ: ເຮົາອາດຈະມີໝູ່ເປັນພັນຄົນໃນເຟສບຸກ ແຕ່ເມື່ອເຮົາຫາຍໄປຈາກເຟສບຸກ ມີໝູ່ໜ້ອຍຫຼາຍທີ່ຈະຖາມຫາເຮົາ.\n2. ບໍ່ແມ່ນທຸກເລື່ອງທີ່ສຳຄັນກັບເຮົາ: ກ່ອນໜ້າທີ່ຂ້ອຍຈະຢຸດໃຊ້ເຟສບຸກ ຂ້ອຍເປັນຄົນໜຶ່ງທີ່ມີອາການ FOMO (Fear Of Missing Out) ຢູ່ລະດັບໜຶ່ງ ຄືອາການຢ້ານບໍ່ຮູ້ວ່າມີຫຍັງເກີດຂຶ້ນ (ເວົ້າງ່າຍໆຄື ຢ້ານນຳກະແສບໍ່ທັນ) ແຕ່ຄວາມຈິງຄື ເລື່ອງພວກນັ້ນມັນບໍ່ໄດ້ສົ່ງຜົນກັບຊີວິດຂ້ອຍປານນັ້ນ ແຕ່ຖ້າມັນເປັນເລື່ອງຄໍຂາດບາດຕາຍອີ່ຫຼີ ຄົນຂ້າງບ້ານຫາກເອົາມາເຫຼົ່າສູ່ຟັງເອງ ບໍ່ຕ້ອງຢ້ານຕົກຂ່າວດອກ.\n3. ເວລາຄືສິ່ງທີ່ຄວນໃຊ້ໃຫ້ຄຸ້ມ: ລະຫວ່າງຫົກເດືອນຜ່ານມາ ມັນເຮັດໃຫ້ຂ້ອຍໄດ້ຮູ້ສຶກວ່າ ໜຶ່ງມື້ = 24 ຊົ່ວໂມງ ( 😂) ແລະຂ້ອຍເສຍເວລາໃປກັບການນອນ 8 ຊມ ຕໍ່ມື້(ບາງມື້) ແລະຫຼາຍກວ່າ 2 ຊມ ກັບການຫຼິ້ນໂທລະສັບ ເຊິ່ງເວລາສອງຊົ່ວໂມງນັ້ນ ຂ້ອຍສາມາດເອົາໄປເຮັດຫຍັງໄດ້ຕັ້ງຫຼາຍຢ່າງເຊັ່ນ ນອນເວັນ.. ຫຼືເຮັດແນວມີປະໂຫຍດກວ່ານັ້ນເຊັ່ນ ອ່ານໜັງສື, ແຕ້ມຮູບ, ຝືກພາສາ, ຫຼືແກ້ bug code ທີ່ຂ້ອຍຂຽນບໍ່ແລ້ວຈັກເທື່ອ\u0026hellip; ແລະເຮົາຍັງໜຸ່ມ ເຮົາຍັງມີເວລາຫຼາຍ ຖ້າໃຊ້ເວລາມື້ລະ 2 ຊມ ໃນການພັດທະນາຕົວເອງທຸກໆມື້ ໜຶ່ງປີຄິດເບິ່ງວ່າເຮົາຈະເກັ່ງຂຶ້ນຫຼາຍປານໃດ.\nເຈົ້າອາດຈະສົນໃຈ meme ທຳອິດຂອງໂລກ ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ? ຄົນດີ ບໍ່ມີຢູ່ຈິງໃນສັງຄົມ 4. ສິ່ງທີ່ເຮົາເຫັນໃນໂລກອອນລາຍບໍ່ແມ່ນຄວາມຈິງສະເໝີໄປ: ຄວາມຈິງຄື ທຸກຄົນເລືອກໂຊແຕ່ດ້ານດີຂອງຕົວເອງ ເອົາສິ່ງທີ່ດີທີ່ສຸດມາໂຊ ບໍ່ມີໃຜຢາກໂຊຮູບຂີ້ຮ້າຍຂອງໂຕເອງແລ້ວຫຼາຍຄົນກໍຈະມັກປຽບທຽບຕົວເອງກັບຄົນອື່ນ ທັງໆທີ່ບໍ່ຮູ້ວ່າສິ່ງທີ່ເຫັນ ເປັນຄວາມຈິງຫຼືບໍ່.\n5. ຄວາມຕ້ອງການ connect ກັບໂລກອອນລາຍ ອາດເຮັດໃຫ້ເຮົາ disconnect ກັບໂລກແຫ່ງຄວາມເປັນຈິງ: ການໄດ້ສົນທະນາກັບຄົນແບບເຊິ່ງໜ້າ ເປັນຫຍັງທີ່ມີຄຸນຄ່າກວ່າການລົມກັນຜ່ານໂທລະສັບ, ການສຳຜັດກັບທຳມະຊາດ ສຽງນົກຮ້ອງ, ການໄດ້ຕື່ນມາຕອນເຊົ້າມືດ ແລະອອກໄປແລ່ນໃຫ້ໝາແຖວບ້ານເຫົ່າ ເປັນເລື່ອງໜຶ່ງທີ່ໜ້າຕື່ນເຕັ້ນສຳລັບຂ້ອຍຊ່ວງໜຶ່ງ 🤣. ບາງຄັ້ງ ຄົນເຮົາໂຫຍຫາສິ່ງທີ່ເຮົາຕ້ອງການ ຈົນລືມວ່າສິ່ງທີ່ເຮົາມີຢູ່ນັ້ນພິເສດ.\nນີ້ເປັນການຕັດສິນໃຈທີ່ດີທີ່ສຸດທີ່ຂ້ອຍເຄີຍເຮັດໃນຊ່ວງອາຍຸ 18. ຫົກເດືອນ ເປັນຫຍັງທີ່ຜ່ານໄປໄວຫຼາຍ ຂ້ອຍອາດພາດຫຼາຍໆຢ່າງທີ່ເກີດຂຶ້ນໃນສັງຄົມໃນຊ່ວງຜ່ານມາ ແຕ່ມັນຈະໜ້າເສຍດາຍຫຼາຍ ຫາກຕ້ອງເສຍເວລາຫຼາຍຮ້ອຍຊົ່ວໂມງໄປລ້າໆ.\n","permalink":"https://pinkeo.netlify.app/posts/what-ive-learn-after-6-months-without-social-media/","summary":"ວັນທີ 17 ເດີອນ ພະຈິກ ປີກ່ອນ ຂ້ອຍຕັດສິນໃຈເຮັດຫຍັງທີ່ຂ້ອຍຄິດວ່າມັນແປກດີ ຄືການຢຸດຫຼິ້ນ social media (Facebook, Instagram, Twitter, Tiktok, Discord) ແຕ່ຂ້ອຍຍັງໃຊ້ Youtube ແລະ Pinterest ເປັນບາງຄັ້ງຄາວ .\nນີ້ປັນການທົດລອງບ້າໆ ທີ່ຈິງຂ້ອຍຕັ້ງໃຈຈະເຮັດໃຫ້ໄດ້ໜຶ່ງປີ ແຕ່\u0026hellip;ນັ້ນແຫຼະ ຂ້ອຍເຮັດບໍ່ໄດ້ 😅 ແຕ່ວ່າຊ່ວງຫົກເດືອນຜ່ານມາຂ້ອຍໄດ້ຮຽນຮູ້ຄວາມຈິງບາງຢ່າງຈາກການທົດລອງຄັ້ງນີ້:\n1. ໝູ່ ທີ່ຈິງແລ້ວມີໜ້ອຍຫຼາຍ ແລະມັນເປັນເລື່ອງໂອເຄ: ເຮົາອາດຈະມີໝູ່ເປັນພັນຄົນໃນເຟສບຸກ ແຕ່ເມື່ອເຮົາຫາຍໄປຈາກເຟສບຸກ ມີໝູ່ໜ້ອຍຫຼາຍທີ່ຈະຖາມຫາເຮົາ.\n2. ບໍ່ແມ່ນທຸກເລື່ອງທີ່ສຳຄັນກັບເຮົາ: ກ່ອນໜ້າທີ່ຂ້ອຍຈະຢຸດໃຊ້ເຟສບຸກ ຂ້ອຍເປັນຄົນໜຶ່ງທີ່ມີອາການ FOMO (Fear Of Missing Out) ຢູ່ລະດັບໜຶ່ງ ຄືອາການຢ້ານບໍ່ຮູ້ວ່າມີຫຍັງເກີດຂຶ້ນ (ເວົ້າງ່າຍໆຄື ຢ້ານນຳກະແສບໍ່ທັນ) ແຕ່ຄວາມຈິງຄື ເລື່ອງພວກນັ້ນມັນບໍ່ໄດ້ສົ່ງຜົນກັບຊີວິດຂ້ອຍປານນັ້ນ ແຕ່ຖ້າມັນເປັນເລື່ອງຄໍຂາດບາດຕາຍອີ່ຫຼີ ຄົນຂ້າງບ້ານຫາກເອົາມາເຫຼົ່າສູ່ຟັງເອງ ບໍ່ຕ້ອງຢ້ານຕົກຂ່າວດອກ.\n3. ເວລາຄືສິ່ງທີ່ຄວນໃຊ້ໃຫ້ຄຸ້ມ: ລະຫວ່າງຫົກເດືອນຜ່ານມາ ມັນເຮັດໃຫ້ຂ້ອຍໄດ້ຮູ້ສຶກວ່າ ໜຶ່ງມື້ = 24 ຊົ່ວໂມງ ( 😂) ແລະຂ້ອຍເສຍເວລາໃປກັບການນອນ 8 ຊມ ຕໍ່ມື້(ບາງມື້) ແລະຫຼາຍກວ່າ 2 ຊມ ກັບການຫຼິ້ນໂທລະສັບ ເຊິ່ງເວລາສອງຊົ່ວໂມງນັ້ນ ຂ້ອຍສາມາດເອົາໄປເຮັດຫຍັງໄດ້ຕັ້ງຫຼາຍຢ່າງເຊັ່ນ ນອນເວັນ.","title":"ສິ່ງທີ່ຂ້ອຍໄດ້ຮຽນຮູ້ຈາກການບໍ່ຫຼິ້ນ Social media  for 6 ເດີອນ"},{"content":"ເຮົາຖືກສອນມາຕັ້ງແຕ່ຍັງນ້ອຍວ່າສິ່ງໃດດີ ສິ່ງໃດບໍ່ດີ ອັນໃດຄວນເຮັດ ແລະບໍ່ເຮັດ ສອນໃຫ້ເຮົາມີຄວາມເມດຕາເພື່ອນມະນຸູດດ້ວຍກັນ ແຕ່ທັງໆທີ່ເຮົາຫຼາຍໆຄົນຖືກສັ່ງສອນອົບຮົມມາດີປານນັ້ນ ແຕ່ເປັນຫຍັງສັງຄົມຍັງເປັນແບບນີ້? ເປັນຫຍັງຍັງມີຄວາມວຸ່ນວາຍ ສົງຄາມ ຄວາມບໍ່ສະເໝີພາບ ຍັງມີການເອົາປຽບ ກົດຂີ່ຂົ່ມເຫັງ\u0026hellip; ແລ້ວຄົນດີທີ່ວ່າຢູ່ໃສ?\nນັ້ນກໍເພາະວ່າຄົນດີ ບໍ່ມີຢູ່ຈິງຕ່າງຫາກ\nເປັນຫຍັງຄົນດີຈຶ່ງບໍ່ມີຢູ່ຈິງ? ການທົດລອງທີ່ພິສູດວ່າ ຄົນດີ ບໍ່ມີຢູ່ຈິງໃນສັງຄົມ Stanley Milgram ນັກຈິດຕະວິທະຍາຊາວອະເມຣິກາ ໄດ້ເຮັດການທົດລອງໃນປີ1961 ໂດຍການໃຫ້ອາສາສະໝັກຈັບຄູ່ກັນ ອາສາສະໝັກ A ມີໜ້າທີ່ຖາມຄຳຖາມ ແລະກົດປຸ່ມຊັອດໄຟຟ້າຫາກອາສາສະໝັກ B ຕອບຜິດເພື່ອເປັນການລົງໂທດ ໂດຍກະແສໄຟຟ້າຈະແຮງຂຶ້ນເລື້ອຍໆທຸກຄັ້ງທີ່ຖືກຊັອດຕັ້ງແຕ່ 15 volts ໄປເຖິງແຮງສຸດ 450 volts ທີ່ສາມາດເຮັດໃຫ້ເສຍຊີວິດໄດ້\n(ເຊິ່ງຄວາມຈິງ ອາສາສະໝັກ B ເປັນພຽງຕົວສະແດງ ລາວມີໜ້າທີ່ພຽງແຕ່ສະແດງວ່າຖືກໄຟຟ້າຊັອດ ແລະ ບໍ່ມີກະແສໄຟຟ້າໃນເຄື່ອງຊັອດໄຟຟ້ານັ້ນເລີຍ). ເປົ້າໝາຍໃນການທົດລອງ Stanley Milgram\nຢາກທົດສອບວ່າຫາກມະນຸດຕ້ອງຕົກຢູ່ໃນສະຖານະການທີ່ບີບບັງຄັບໃຫ້ເຮັດເລື່ອງບໍ່ດີ ມະນຸດຍັງຈະຄົງຄວາມມີສິນລະທຳຢູ່ຫຼືບໍ່?\nຜົນການທົດລອງປາກົດວ່າ ຄົນສ່ວນໃຫຍ່ເກີດມີຄວາມລັງເລໃຈທີ່ຈະກົດປຸ່ມ ແຕ່ເມື່ອໄດ້ຮັບການຢືນຢັນວ່າໂຄງການຈະຮັບຜິດຊອບຄ່າເສຍຫາຍທັງໝົດ ອາສາສະໝັກເກືອບທັງໝົດສືບຕໍ່ກົດປຸ່ມລົງໂທດອາສາສະໝັກ B ຕໍ່ໄປ ໂດຍ **65%**ຂອງອາສາສະໝັກທີ່ເຂົ້າຮ່ວມສືບຕໍ່ກົດປຸ່ມລົງໂທດໄປຈົນເຖິງຂັ້ນແຮງສຸດທີ່ 450 volts ແລະອີກສ່ວນໜຶ່ງສືບຕໍ່ໄປຈົນເຖິງ 300 volts\nກະແສໄຟທີ່ສູງລະດັບນັ້ນສາມາຂ້າຄົນໄດ້ແຕ່ເປັນຫຍັງອາສາສະໝັກຍັງສືບຕໍ່ທຳຮ້າຍອີກຝ່າຍເຊິ່ງເປັນຄົນແປກໜ້າ.ນີ້ເປັນການສະແດງອອກໃຫ້ເຫັນເຖິງຄວາມດໍາມືດພາຍໃນຈິດໃຈ ແລະຄວາມບໍ່ມີສິນລະທໍາຂອງມະນຸດໃນຂະນະທີ່ພວກເຂົາຕົກຢູ່ໃນສະຖານະການທີ່ບໍ່ເອື້ອອໍານວຍ.\nແຕ່ໃນກຸ່ມອາສາສະໝັກທຳມະດາເຫຼົ່ານັ້ນບໍ່ມີໃຜມີຄວາມເມດຕາພໍທີ່ຈະຢຸດການກະທຳຂອງຕົວເອງເລີຍຫວາ? ແລ້ວຈະເກີດຫຍັງຂຶ້ນຖ້າໃຫ້ອິດສະຫຼະຄົນດີເພື່ອເຮັດສົ່ວ ແລະ ຖ້າຄົນດີຖືກຂົ່ມເຫັງພຶດຕິກຳຂອງພວກເຂົາຍັງຈະປ່ຽນໄປແນວໃດ?\nນີ້ເປັນຖາມທີ່ນຳໄປສູ່ການທົດລອງອີກງານໜຶ່ງທີ່ມີຊື່ສຽງຂອງ philip zimbardo ການທົດລອງນີ້ມີຊື່ວ່າ The Stanford Prison Experiment ມີອາສາສະໝັກ 14 ຄົນ ແບ່ງເປັນສອງກກຸ່ມ, ກຸ່ມໜຶ່ງເປັນຜູ້ຄຸມ ສ່ວນອີກກຸ່ມເປັນນັກໂທດ ໂດຍຜູ້ຄຸມສາມາດອອກຄຳສັ່ງລົງໂທດນັກໂທດໄດ້ຕາມໃຈ ແຕ່ບໍ່ໃຫ້ທຳຮ້າຍເຖິງຕົວນັກໂທດ ການທົດລອງຈະດຳເນີນໄປເປັນເວລາ 14 ມື້ ແຕ່ຄວາມເປັນຈິງການທົດລອງນີ້ສິ້ນສຸດພາຍໃນເວລາ 5 ມື້. ກຸ່ມອາສາສະໝັກເຫຼົ່ານີ້ເປັນພຽງຄົນທຳມະດາ ການທົດລອງໃນມື້ທຳອິດມີນັກໂທດຖືກຕີໂດຍຜູ້ຄຸມ, ມື້ທີສອງນັກໂທດຮວມຕົວກັນປະທ້ວງ ແຕ່ກໍຄອຍຖືກຂົ່ມເຫັງຈາກຜູ້ຄຸມ, ມື້ທີສາມນັກໂທດບາງຄົນເລີ່ມມີອາການຈິດຕົກ ຮ້ອງໃຫ້ ຄວບຄຸມຕົນເອງບໍ່ໄດ້ ບາງຄົນອົດອາຫານເພື່ອປະທ້ວງ\nຜົນການທົດລອງນີ້ເປັນໜຶ່ງໃນການທົດລອງທີ່ມີຊື່ສຽງ ມີການນຳໄປສ້າງເປັນໜັງ ຊື່ວ່າ Stanford Prison Experimentການທົດລອງນີ້ມັນເຮັດໃຫ້ເຫັນວ່າເມື່ອຄົນດີໄດ້ຮັບອຳນາດໃນການຂົ່ມເຫັງຄົນອື່ນ ຫາກພວກເຂົາຮູ້ວ່າມັນບໍ່ສົ່ງຜົນຮ້າຍຫຍັງແກ່ພວກເຂົາ ພວກເຂົາຈະເຮັດມັນ.\nນີ້ເປັນຄຳຕອບທີ່ວ່າເປັນຫຍັງໃນສັງຄົມ ຈຶ່ງມີຄົນບໍ່ດີ ເປັນຫຍັງສັງຄົມຍັງມີຄວາມວຸ່ນວາຍ ມີການເອົາລັດເອົາປຽບ ມີການສໍ້ລາດບັງຫຼວງ ພວກເຂົາຮູ້ວ່າມັນເປັນເລື່ອງບໍ່ດີ ແຕ່ເມື່ອມັນສ້າງຜົນດີແກ່ພວກເຂົາ ພວກເຂົາກໍຈະເຮັດ. ແລະໃນສະຖານະການທີ່ກົງກັນຂ້າມ ເມື່ອຄົນບໍ່ມີທາງເລືອກ ພວກເຂົາກໍອາດຈະເຮັດທຸກຢ່າງລວມທັງເລື່ອງທີ່ຜິດສິນລະທຳເພື່ອເອົາຕົວລອດ, ການປົ້ນ ຂະໂມຍ ຕົວະ ຫຼື ແມ້ແຕ່ທຳຮ້າຍຜູ້ອື່ນ.\nມັນຄົງບໍ່ມີຫຍັງທີ່ຈະເຮັດໃຫ້ຄົນທຸກຄົນເປັນຄົນດີ ມີສິນລະທຳພ້ອມພຽງກັນ ແນ່ນອນມັນຕ້ອງມີທັງຄົນດີ ແລະ ບໍ່ດີ ແມ້ແຕ່ຄົນທີ່ບອກວ່າຕົນເອງເປັນຄົນດີ ມີສິນລະທຳ ກໍຍັງມີບາງຄັ້ງທີ່ຕ້ອງເຮັດຜິດສິນລະທຳ ເພາະຄວາມເຫັນແກ່ຕົວຄືທຳມະຊາດຂອງມະນຸດ. ນີ້ຄືຄວາມຈິງ ແຕ່ຢ່າປ່ອຍໃຫ້ຄວາມຈິງນີ້ເຮັດໃຫ້ເຈົ້າຍອມແພ້ກັບການເປັນຄົນດີ ຄວາມດີທີ່ເຈົ້າກຳລັງເຮັດ ໃຫເຮັດມັນຕໍ່ໄປ ແຕ່ຫາກເຈົ້າຮູ້ຕົວວ່າສິ່ງທີ່ເຮັດຢູ່ ມັນສົ່ງຜົນຮ້າຍຕໍ່ຄົນອື່ນ ກໍໃຫ້ຢຸດ.\nsimplypsychology\nverywellmind\nຕົວຢ່າງໜັງ\n","permalink":"https://pinkeo.netlify.app/posts/%E0%BA%84%E0%BA%BB%E0%BA%99%E0%BA%94%E0%BA%B5-%E0%BA%9A%E0%BB%8D%E0%BB%88%E0%BA%A1%E0%BA%B5%E0%BA%A2%E0%BA%B9%E0%BB%88%E0%BA%88%E0%BA%B4%E0%BA%87/","summary":"ເຮົາຖືກສອນມາຕັ້ງແຕ່ຍັງນ້ອຍວ່າສິ່ງໃດດີ ສິ່ງໃດບໍ່ດີ ອັນໃດຄວນເຮັດ ແລະບໍ່ເຮັດ ສອນໃຫ້ເຮົາມີຄວາມເມດຕາເພື່ອນມະນຸູດດ້ວຍກັນ ແຕ່ທັງໆທີ່ເຮົາຫຼາຍໆຄົນຖືກສັ່ງສອນອົບຮົມມາດີປານນັ້ນ ແຕ່ເປັນຫຍັງສັງຄົມຍັງເປັນແບບນີ້? ເປັນຫຍັງຍັງມີຄວາມວຸ່ນວາຍ ສົງຄາມ ຄວາມບໍ່ສະເໝີພາບ ຍັງມີການເອົາປຽບ ກົດຂີ່ຂົ່ມເຫັງ\u0026hellip; ແລ້ວຄົນດີທີ່ວ່າຢູ່ໃສ?\nນັ້ນກໍເພາະວ່າຄົນດີ ບໍ່ມີຢູ່ຈິງຕ່າງຫາກ\nເປັນຫຍັງຄົນດີຈຶ່ງບໍ່ມີຢູ່ຈິງ? ການທົດລອງທີ່ພິສູດວ່າ ຄົນດີ ບໍ່ມີຢູ່ຈິງໃນສັງຄົມ Stanley Milgram ນັກຈິດຕະວິທະຍາຊາວອະເມຣິກາ ໄດ້ເຮັດການທົດລອງໃນປີ1961 ໂດຍການໃຫ້ອາສາສະໝັກຈັບຄູ່ກັນ ອາສາສະໝັກ A ມີໜ້າທີ່ຖາມຄຳຖາມ ແລະກົດປຸ່ມຊັອດໄຟຟ້າຫາກອາສາສະໝັກ B ຕອບຜິດເພື່ອເປັນການລົງໂທດ ໂດຍກະແສໄຟຟ້າຈະແຮງຂຶ້ນເລື້ອຍໆທຸກຄັ້ງທີ່ຖືກຊັອດຕັ້ງແຕ່ 15 volts ໄປເຖິງແຮງສຸດ 450 volts ທີ່ສາມາດເຮັດໃຫ້ເສຍຊີວິດໄດ້\n(ເຊິ່ງຄວາມຈິງ ອາສາສະໝັກ B ເປັນພຽງຕົວສະແດງ ລາວມີໜ້າທີ່ພຽງແຕ່ສະແດງວ່າຖືກໄຟຟ້າຊັອດ ແລະ ບໍ່ມີກະແສໄຟຟ້າໃນເຄື່ອງຊັອດໄຟຟ້ານັ້ນເລີຍ). ເປົ້າໝາຍໃນການທົດລອງ Stanley Milgram\nຢາກທົດສອບວ່າຫາກມະນຸດຕ້ອງຕົກຢູ່ໃນສະຖານະການທີ່ບີບບັງຄັບໃຫ້ເຮັດເລື່ອງບໍ່ດີ ມະນຸດຍັງຈະຄົງຄວາມມີສິນລະທຳຢູ່ຫຼືບໍ່?\nຜົນການທົດລອງປາກົດວ່າ ຄົນສ່ວນໃຫຍ່ເກີດມີຄວາມລັງເລໃຈທີ່ຈະກົດປຸ່ມ ແຕ່ເມື່ອໄດ້ຮັບການຢືນຢັນວ່າໂຄງການຈະຮັບຜິດຊອບຄ່າເສຍຫາຍທັງໝົດ ອາສາສະໝັກເກືອບທັງໝົດສືບຕໍ່ກົດປຸ່ມລົງໂທດອາສາສະໝັກ B ຕໍ່ໄປ ໂດຍ **65%**ຂອງອາສາສະໝັກທີ່ເຂົ້າຮ່ວມສືບຕໍ່ກົດປຸ່ມລົງໂທດໄປຈົນເຖິງຂັ້ນແຮງສຸດທີ່ 450 volts ແລະອີກສ່ວນໜຶ່ງສືບຕໍ່ໄປຈົນເຖິງ 300 volts\nກະແສໄຟທີ່ສູງລະດັບນັ້ນສາມາຂ້າຄົນໄດ້ແຕ່ເປັນຫຍັງອາສາສະໝັກຍັງສືບຕໍ່ທຳຮ້າຍອີກຝ່າຍເຊິ່ງເປັນຄົນແປກໜ້າ.ນີ້ເປັນການສະແດງອອກໃຫ້ເຫັນເຖິງຄວາມດໍາມືດພາຍໃນຈິດໃຈ ແລະຄວາມບໍ່ມີສິນລະທໍາຂອງມະນຸດໃນຂະນະທີ່ພວກເຂົາຕົກຢູ່ໃນສະຖານະການທີ່ບໍ່ເອື້ອອໍານວຍ.\nແຕ່ໃນກຸ່ມອາສາສະໝັກທຳມະດາເຫຼົ່ານັ້ນບໍ່ມີໃຜມີຄວາມເມດຕາພໍທີ່ຈະຢຸດການກະທຳຂອງຕົວເອງເລີຍຫວາ? ແລ້ວຈະເກີດຫຍັງຂຶ້ນຖ້າໃຫ້ອິດສະຫຼະຄົນດີເພື່ອເຮັດສົ່ວ ແລະ ຖ້າຄົນດີຖືກຂົ່ມເຫັງພຶດຕິກຳຂອງພວກເຂົາຍັງຈະປ່ຽນໄປແນວໃດ?\nນີ້ເປັນຖາມທີ່ນຳໄປສູ່ການທົດລອງອີກງານໜຶ່ງທີ່ມີຊື່ສຽງຂອງ philip zimbardo ການທົດລອງນີ້ມີຊື່ວ່າ The Stanford Prison Experiment ມີອາສາສະໝັກ 14 ຄົນ ແບ່ງເປັນສອງກກຸ່ມ, ກຸ່ມໜຶ່ງເປັນຜູ້ຄຸມ ສ່ວນອີກກຸ່ມເປັນນັກໂທດ ໂດຍຜູ້ຄຸມສາມາດອອກຄຳສັ່ງລົງໂທດນັກໂທດໄດ້ຕາມໃຈ ແຕ່ບໍ່ໃຫ້ທຳຮ້າຍເຖິງຕົວນັກໂທດ ການທົດລອງຈະດຳເນີນໄປເປັນເວລາ 14 ມື້ ແຕ່ຄວາມເປັນຈິງການທົດລອງນີ້ສິ້ນສຸດພາຍໃນເວລາ 5 ມື້.","title":"ຄົນດີ ບໍ່ມີຢູ່ຈິງໃນສັງຄົມ"},{"content":"WhatsApp ເລີ່ມຕົ້ນດ້ວຍການຍຶດຫມັ້ນຄວາມປອດໄພ,ຄວາມເປັນສ່ວນຕົວຂອງຜູ້ໃຊ້ ແລະບໍ່ສະແຫວງຜົນກຳໄລ. ທັງໝົດເລີ່ມເມື່ອປີ 2009 ໂດຍ Jan Koum ແລະ Brian Acton\nໃນຊ່ວງທີ່ພວກເຂົາເລີ່ມພັດທະນາ WhatsApp ພວກເຂົານັ່ງໃນຫ້ອງທີ່ມີໂຕະໄມ້ເກົ່າໆ ເວົ້າໄດ້ວ່າພວກເຂົາເລີ່ມຈາກ 0 ແລະເມື່ອມີການເປີດໂຕແອັບ, ມີຄົນໃຊ້ເພີ່ມຂຶ້ນ ແນ່ນອນວ່າແອັບກໍຕ້ອງມີການພັດທະນາ ພວກເຂົາໄດ້ສະເໜີຕົວເລືອກໃຫ້ຜູ້ໃຊ້ຈ່າຍຄ່າບໍລິການ 1 ດອລລາຕໍ່ປີ ແລະແນ່ນອນ ຜູ້ໃຊ້ສ່ວນຫຼາຍຍອມຈ່າຍເພື່ອແລກກັບຄວາມສະດວກສະບາຍ ແຕ່ຄົນທີ່ບໍ່ຍອມຈ່າຍ ພວກເຂົາກໍຍັງໃຊ້ແອັບໄດ້ຕໍ່ໄປ, ຄ່າບໍລິການ1ດອລລາຕໍ່ປີນີ້ ຄ້າຍຄືກັບການບໍລິຈາກ ໃຜຈ່າຍກໍໄດ້,ໃຜບໍ່ຈ່າຍກໍບໍ່ເປັນຫຍັງ ນອກຈາກນັ້ນພວກເຂົາອາໄສເງິນລົງທຶນຈາກນັກລົງທຶນຫຼາຍໆຄົນເພື່ອພັດທະນາແລະປະຄັບປະຄອງ WhatsApp ໃຫ້ຢູ່ຕໍ່\nແຕ່ເງິນພຽງເທົ່ານັ້ນ ບໍ່ພຽງພໍທີ່ຈະເຮັດໃຫ້ WhatsApp​ ພັດທະນາໄປຕໍ່ໄດ້. ແລະ ພວກເຂົາຈະອາໄສເງິນຈາກນັກລົງທຶນເຫຼົ່ານັ້ນຕະຫຼອດໄປບໍ່ໄດ້ ເພາະວ່າບໍ່ມີໃຜຢາກລົງທຶນກັບສິງທີ່ສ້າງເງິນບໍ່ໄດ້.\nໃນປີ​ 2014,​ Facebook ເຂົ້າຊື້ WhatsApp​ ດ້ວຍເງິນ 19ພັນລ້ານ$ ນັ້ນເປັນການຊື້ແອັບທີ່ລາຄາສູງສຸດໃນປະຫວັດສາດ ໃນຂະນະທີ່ WhatsApp ມີຜູ້ໃຊ້ຫຼັກລ້ານຄົນ.\nແລ້ວ Mark Zuckerberg ຊື້ WhatsAppໃນລາຄາສູງປານນັ້ນເພື່ອຫຍັງ?ໃນເມື່ອ WhatsAppສ້າງເງິນບໍ່ໄດ້ເລີຍ. ແນ່ນອນວ່າ Mark Zuckerberg ຄິດດີແລ້ວກ່ອນຈະຊື້ ທັກສະນະທີ່ແຕກຕ່າງລະຫວ່າງ WhatsApp ແລະ Facebook WhatsApp ຄືແອັບທີ່ໃຫ້ຄວາມສຳຄັນກັບຄວາມເປັນສ່ວນຕົວຂອງຜູ້ໃຊ້Jan Koum ແລະ Brian Acton ເຈົ້າຂອງ WhatsApp ບໍ່ມັກການໂຄສະນາໃນແອັບ, ຕ້ອງການໃຫ້ WhatsApp ຟຣີ ແລະ ບໍ່ຕ້ອງການເກັບ ຫຼືຂາຍຂໍ້ມູນຜູ້ໃຊ້ ເຊິ່ງ Facebook ຄືທຸກສິ່ງທີ່ກົງກັນຂ້າມ.\nFacebook ຄືແອັບ Social Media ທີ່ໃຫຍ່ທີ່ສຸດ ແລະເປັນແພຣັດຟອມໂຄສະນາໜຶ່ງທີ່ໃຫຍ່ສຸດເຊັ່ນກັນ, ມີການເກັບຂໍ້ມູນຜູ້ໃຊ້ ທີ່ຜູ້ໃຊ້ເອງກໍອາດບໍ່ຮູ້ວ່າພວກເຂົາເອົາຂໍ້ມູນຫຍັງໄປແນ່ ແລະ ຄວາມຈິງຄືພວກເຂົາເອົາທຸກຢ່າງທີ່ເອົາໄດ້ ນັບຕັ້ງແຕ່ ຊື່ ເບີໂທລະສັບ ຂໍ້ມູນໂທລະສັບ ທີ່ຢູ່ ລວມເຖິງບົດສົນທະນາທີ່ພວກເຮົາມີໃນ Facebook Messenger ທຸກຂໍ້ຄວາມ, ສຽງ, ຮູບພາບ ຖືກເກັບກຳໄປຈົນໝົດ ເຊິ່ງຂໍ້ມູນເຫຼົ່ານັ້ນຖືກໃຊ້ໃນການກຳນົດເປົ້າໝາຍໂຄສະນາທີ່ມີປະສິດທິພາບ.\nເມື່ອທັງສອງບໍລິສັດມີທັດສະນະທີ່ແຕກຕ່າງກັນປານນີ້ ເປັນຫຍັງ WhatsApp ຍັງຍອມຖືກຊື້?​ ລອງສວມບົດບາດເປັນ Jan Koum ແລະ Brian Acton ເຈົ້າຊິເຮັດແນວໃດກັບເງິນ 19 ພັນລ້ານດອລລາຢູ່ຕໍ່ໜ້າ ໃນຂະນະທີ່ບໍ່ລິສັດເຈົ້າກຳລັງມາເຖິງທາງຕັນ ແລະຫາກເບິ່ງໃນແງ່ຂອງທຸລະກິດ ສິນຄ້າທີ່ບໍ່ມີມູນຄ່າ ມັນບໍ່ແມ່ນສິນຄ້າ ແລະ ບໍ່ແມ່ນທຸລະກິດ ພວກເຂົາເຫັນວ່າ Facebook ຈະຊ່ວຍໃຫ້ WhatsApp ເຕີບໂຕໄດ້ ໂດຍ Mark Zuckerberg ກໍໃຫ້ສັນຍາວ່າພວກເຂົາຈະບໍ່ເອົາ Facebook ໄປຫຍຸ້ງກ່ຽວກັບ WhatsApp ແລະຈະໃຫ້ Jan Koum ແລະ Brian Acton ມີບົດບາດໃນການພັດທະນາ WhatsApp ໄດ້ຕາມໃຈ.\nນີ້ເປັນຂໍ້ສະເໜີທີ່ແນ່ນອນວ່າປະຕິເສດບໍ່ໄດ້ ຫລັງຈາກທີ່ WhatsApp ກາຍເປັນຂອງ Facebook ຜູ້ໃຊ້ກໍກັງວົນກັບຄວາມເປັນສ່ວນຕົວ ເພາະເຟສບຸກເອງກໍມັກມີປະເດັນກ່ຽວກັບການບໍ່ເຄົາລົບຄວາມເປັນສ່ວນຕົວຂອງຜູ້ໃຊ້, ແລະ ມີການເປີດເຜີຍບົດສົນທະນາຂອງ Mark Zuckerberg ກ່ຽວກັບຂໍ້ມູນຜູ້ໃຊ້ ຕັ້ງແຕ່ເລີ່ມສ້າງເຟສບຸກ\n“ຖ້າຕ້ອງການຂໍ້ມູນຂອງໃຜ ກໍພຽງແຕ່ຖາມ, ຂ້ອຍມີຫຼາຍກ່ວາ4ພັນອີເມວ, ຮູບພາບ, ທີ່ຢູ່ ແລະ social network, ພວກເຂົາຕັ້ງເອົາໃຫ້ຂ້ອຍ, ບໍ່ຮູ້ຄືກັນ ພວກເຂົາເຊື່ອໃຈຂ້ອຍ, ໂ_ດໂງ່ເລີຍ ”\nເລື່ອງນີ້ເອງເຮັດໃຫ້ເກີດບັນຫາຄວາມເຊື່ອໃຈຂອງຜູ້ໃຊ້ຕໍ່ເຟສບຸກ ແລະ WhatsApp ເອງ ເຊິ່ງຫລັງທີ່ກາຍເປັນຂອງເຟສບຸກບໍ່ພໍເທົ່າໃດປີ ສິ່ງທີ່ທຸກຄົນບໍ່ຕ້ອງການໃຫ້ເກີດ ມັນກໍເກີດຂຶ້ນ, ຂໍ້ມູນຜູ້ໃຊ້ ຖືກແບ່ງປັນໃຫ້ Facebook ແລະ ພວກເຂົາກໍໄດ້ສ້າງແອັບທີ່ສາມາດສ້າງເງິນໄດ້ຄື WhatsApp Business.\nເຈົ້າອາດຈະສົນໃຈ meme ທຳອິດຂອງໂລກ ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ? ຄົນດີ ບໍ່ມີຢູ່ຈິງໃນສັງຄົມ ຄວາມບໍ່ລົງຮອຍກັນລະຫວ່າງ Brian Acton ແລະ Mark Zuckerberg ເມື່ອຄວາມແຕກຕ່າງແບບສຸດຂົ້ວມາພົບກັນ ແນ່ນອນວ່າມັນຕ້ອງໄປບໍ່ລອດ ແລະມີພຽງຝ່າຍດຽວທີ່ຈະເປັນຜູ້ຊະນະ. Brian Acton ຮັບບໍ່ໄດ້ກັບສິ່ງທີ່ Mark Zuckerberg ເຮັດກັບ WhatsApp ລາວຈຶ່ງລາອອກຈາກ Facebook.​\nລາວຕັດສິນໃຈ ຖິ້ມໜ້າທີ່ການງານທີ່ດີ, ແລະເງີນຫຼາຍຮ້ອຍລ້ານເພື່ອມາເລີ່ມໃໝ່ໂດຍອາໄສເງິນຈາກສ່ວນແບ່ງຈາກຫຸ້ນຂອງ WhatsApp ມາເລີ່ມບໍລິສັດໃໝ່ ແລະສ້າງແອັບໃໝ່ທີ່ຊື່ວ່າ Signal ໃນປີ 2014 ເຊິ່ງເລີ່ມດ້ວຍພື້ນຖານດຽວກັບທີ່ WhatsApp ເລີ່ມຄື ”ວ່ອງໄວ ຟຣີ ແລະປອດໄພ”\nSignal ຄືແອັບສົ່ງຂໍ້ຄວາມຄ້າຍຄື WhatsApp ມີການເຂົ້າລະຫັດແບບສ່ອງຝັ່ງທີ່ປອດໄພຫຼາຍກວ່າ WhatsApp ແລະແນ່ນອນວ່າມີຄວາມເປັນສ່ວນຕົວຫຼາຍກວ່າ ແລະທີ່ສຳຄັນຄືເປັນ Open source. ມັນຄືທຸກຢ່າງທີ່ Jan Koum ແລະ Brian Acton ຢາກໃຫ້ WhatsApp ເປັນແຕ່ແນ່ນອນວ່າມັນເປັນໄປບໍ່ໄດ້ແລ້ວ.\nWhatsApp ໄດ້ເງິນມາຈາກໃສ? ເຮົາໃຊ້ WhatsApp ຟຣີ ຄືກັບທີ່ເຮົາໃຊ້ Facebook ຟຣີ ແລະ ແອັບອື່ນໆເຊັ່ນກັນ ສິ່ງສຳຄັນພວກເຂົາບໍ່ໄດ້ຕ້ອງການເງິນຂອງພວກເຮົາຫຼາຍປານນັ້ນ ແຕ່ມັນຄືຂໍ້ມູນສ່ວນຕົວຕ່າງຫາກທີ່ພວກເຂົາຕ້ອງການ ແລະ ຍິ່ງມີຄົນໃຊ້ຫຼາຍຍິ່ງເປັນເລື່ອງດີ ເຊິ່ງນີ້ເອງເປັນເຫດຜົນໃຫ້ Facebook ຕັດສິນໃຈຊື້ WhatsApp ໃນລາຄາທີ່ສູງສຸດໃນປະຫວັດສາດ. ປັດຈຸບັນມີຜູ້ໃຊ້ WhatsApp ຫຼາຍກວ່າ 2ພັນລ້ານຄົນທົ່ວໂລກ ແລະ ມີຂໍ້ຄວາມທີ່ຖືກສົ່ງຫຼາຍກ່ວາ100ພັນລ້ານຂໍ້ຄວາມຕໍ່ມື້. ຄົນທີ່ນຳໃຊ້ WhatsApp ມີທຸກເພດທຸກໄວ ເຊິ່ງນັ້ນເປັນເປົ້າໝາຍທີ່ເຟສບຸກຕ້ອງການ. ຂໍ້ມູນຜູ້ໃຊ້ທີ່ຖືກແບ່ງປັນໃຫ້ເຟສບຸກ ສ້າງປະໂຫຍດໃນການຂະຫຍາຍເຄືອຂ່າຍຂອງເຟສບຸກເອງ ແລະຍັງຊ່ວຍໃນການກຳນົດເປົ້າໝາຍການໂຄສະນາໄດ້ອີກດ້ວຍ.\nຄົນເລີ່ມບໍ່ເຊື່ອ WhatsApp ແຕ່ເປັນຫຍັງຍັງມີຜູ້ໃຊ້ເພີ່ມຂຶ້ນ? ຄຳຕອບງ່າຍໆກໍຄື “ທຸກຄົນໃຊ້”. ໃນເມື່ອທຸກຄົນໃຊ້ ເຈົ້າກໍຈຳເປັນຕ້ອງໃຊ້ຖ້າຢາກຕິດຕໍ່ສື່ສານກັບຄົນທີ່ໃຊ້ WhatsApp ,ມັນຍາກທີ່ຈະປະຕິເສດ ຫຼືປ່ຽນໄປໃຊ້ແອັບອື່ນ ໃນເມື່ອໝູ່, ຄອບຄົວ, ສັງຄົມຂອງເຮົາບໍ່ປ່ຽນຕາມ. ແລະສິ່ງນັ້ນເອງເຮັດໃຫ້ເຮົາຕ້ອງມອງຂ້າມຄວາມເປັນສ່ວນຕົວໄປ ແລະຄວາມຈິງຄື ເຮົາທຸກຄົນທີ່ໃຊ້ Social Media ບໍ່ສົນເລື່ອງຄວາມເປັນສ່ວນຕົວປານນັ້ນ ພວກເຮົາທຸກຄົນຍອມເສຍມັນໄປເພື່ອແລກກັບຄວາມສະດວກສະບາຍໃນການຕິດຕໍ່ສື່ສານກັບຄົນໃນສັງຄົມ, ຄວາມບັນເທີງ ແລະເຫດຜົນອີກຫຼາຍປະການ ແລະເຮົາເຫັນວ່າມັນຄຸ້ມທີ່ຈະເສຍ.\nສຸດທ້າຍນີ້ ຂ້ອຍຢາກຝາກຄຳເວົ້າໜຶ່ງທີ່ວ່າ:\n“ຖ້າເຮົາບໍ່ເສຍເງິນເພື່ອສິນຄ້າ ເຮົານີ້ແຫຼະທີ່ເປັນສິນຄ້າ”​ “If we are not paying for the product, We are the products” Signal github\ncnbc\nhistory of whatsapp\nວິດີໂອບັນຍາຍ\n","permalink":"https://pinkeo.netlify.app/posts/whatsapp/","summary":"WhatsApp ເລີ່ມຕົ້ນດ້ວຍການຍຶດຫມັ້ນຄວາມປອດໄພ,ຄວາມເປັນສ່ວນຕົວຂອງຜູ້ໃຊ້ ແລະບໍ່ສະແຫວງຜົນກຳໄລ. ທັງໝົດເລີ່ມເມື່ອປີ 2009 ໂດຍ Jan Koum ແລະ Brian Acton\nໃນຊ່ວງທີ່ພວກເຂົາເລີ່ມພັດທະນາ WhatsApp ພວກເຂົານັ່ງໃນຫ້ອງທີ່ມີໂຕະໄມ້ເກົ່າໆ ເວົ້າໄດ້ວ່າພວກເຂົາເລີ່ມຈາກ 0 ແລະເມື່ອມີການເປີດໂຕແອັບ, ມີຄົນໃຊ້ເພີ່ມຂຶ້ນ ແນ່ນອນວ່າແອັບກໍຕ້ອງມີການພັດທະນາ ພວກເຂົາໄດ້ສະເໜີຕົວເລືອກໃຫ້ຜູ້ໃຊ້ຈ່າຍຄ່າບໍລິການ 1 ດອລລາຕໍ່ປີ ແລະແນ່ນອນ ຜູ້ໃຊ້ສ່ວນຫຼາຍຍອມຈ່າຍເພື່ອແລກກັບຄວາມສະດວກສະບາຍ ແຕ່ຄົນທີ່ບໍ່ຍອມຈ່າຍ ພວກເຂົາກໍຍັງໃຊ້ແອັບໄດ້ຕໍ່ໄປ, ຄ່າບໍລິການ1ດອລລາຕໍ່ປີນີ້ ຄ້າຍຄືກັບການບໍລິຈາກ ໃຜຈ່າຍກໍໄດ້,ໃຜບໍ່ຈ່າຍກໍບໍ່ເປັນຫຍັງ ນອກຈາກນັ້ນພວກເຂົາອາໄສເງິນລົງທຶນຈາກນັກລົງທຶນຫຼາຍໆຄົນເພື່ອພັດທະນາແລະປະຄັບປະຄອງ WhatsApp ໃຫ້ຢູ່ຕໍ່\nແຕ່ເງິນພຽງເທົ່ານັ້ນ ບໍ່ພຽງພໍທີ່ຈະເຮັດໃຫ້ WhatsApp​ ພັດທະນາໄປຕໍ່ໄດ້. ແລະ ພວກເຂົາຈະອາໄສເງິນຈາກນັກລົງທຶນເຫຼົ່ານັ້ນຕະຫຼອດໄປບໍ່ໄດ້ ເພາະວ່າບໍ່ມີໃຜຢາກລົງທຶນກັບສິງທີ່ສ້າງເງິນບໍ່ໄດ້.\nໃນປີ​ 2014,​ Facebook ເຂົ້າຊື້ WhatsApp​ ດ້ວຍເງິນ 19ພັນລ້ານ$ ນັ້ນເປັນການຊື້ແອັບທີ່ລາຄາສູງສຸດໃນປະຫວັດສາດ ໃນຂະນະທີ່ WhatsApp ມີຜູ້ໃຊ້ຫຼັກລ້ານຄົນ.\nແລ້ວ Mark Zuckerberg ຊື້ WhatsAppໃນລາຄາສູງປານນັ້ນເພື່ອຫຍັງ?ໃນເມື່ອ WhatsAppສ້າງເງິນບໍ່ໄດ້ເລີຍ. ແນ່ນອນວ່າ Mark Zuckerberg ຄິດດີແລ້ວກ່ອນຈະຊື້ ທັກສະນະທີ່ແຕກຕ່າງລະຫວ່າງ WhatsApp ແລະ Facebook WhatsApp ຄືແອັບທີ່ໃຫ້ຄວາມສຳຄັນກັບຄວາມເປັນສ່ວນຕົວຂອງຜູ້ໃຊ້Jan Koum ແລະ Brian Acton ເຈົ້າຂອງ WhatsApp ບໍ່ມັກການໂຄສະນາໃນແອັບ, ຕ້ອງການໃຫ້ WhatsApp ຟຣີ ແລະ ບໍ່ຕ້ອງການເກັບ ຫຼືຂາຍຂໍ້ມູນຜູ້ໃຊ້ ເຊິ່ງ Facebook ຄືທຸກສິ່ງທີ່ກົງກັນຂ້າມ.","title":"ເຮົາໃຊ້ WhatsApp ຟຣີ ແລ້ວ WhatsApp ໄດ້ເງິນມາຈາກໃສ?"},{"content":"ອ໊ະ!! ຂ້ອຍຍັງບໍທັນຂຽນຫຍັງເພາະຂອງຂ້ອຍກໍຍັງບໍ່ໝົດອາຍຸ, ແຕ່ຂ້ອຍຈະມາບອກແນ່ນອນ ສາມາດໄປຝາກອີເມວ Subscribe ໄວ້ ເພື່ອຈະໄດ້ຮັບການແຈ້ງເຕືອນເມື່ອຂ້ອຍໂພສ Subscribe\nຫຼືຖ້າຕ້ອງການວິທີດ່ວນແມ່ນສົ່ງຂໍ້ຄວາມມາສ່ວນຕົວໄດ້ ຫຼື ໄປຫາເບິ່ງຄິບໃນຢູທູບອາດຈະໄວກວ່າການຖ້າໃຫ້ຂ້ອຍຕອບຂໍ້ຄວາມ:))\n","permalink":"https://pinkeo.netlify.app/posts/%E0%BA%A7%E0%BA%B4%E0%BA%97%E0%BA%B5%E0%BA%95%E0%BB%8D%E0%BB%88-license-matlab-%E0%BB%83%E0%BB%9D%E0%BB%88/","summary":"ອ໊ະ!! ຂ້ອຍຍັງບໍທັນຂຽນຫຍັງເພາະຂອງຂ້ອຍກໍຍັງບໍ່ໝົດອາຍຸ, ແຕ່ຂ້ອຍຈະມາບອກແນ່ນອນ ສາມາດໄປຝາກອີເມວ Subscribe ໄວ້ ເພື່ອຈະໄດ້ຮັບການແຈ້ງເຕືອນເມື່ອຂ້ອຍໂພສ Subscribe\nຫຼືຖ້າຕ້ອງການວິທີດ່ວນແມ່ນສົ່ງຂໍ້ຄວາມມາສ່ວນຕົວໄດ້ ຫຼື ໄປຫາເບິ່ງຄິບໃນຢູທູບອາດຈະໄວກວ່າການຖ້າໃຫ້ຂ້ອຍຕອບຂໍ້ຄວາມ:))","title":"ວິທີຕໍ່ License MATLAB ໃໝ່"},{"content":"Hello guys, This is Pinkeo here is my blog. I write about stuff that i want if you study in the same campus with me (FEN) go check out my digital garden 📚 , There are some cool stuff about engineering ⚙️📐\nand if you want to stay connect: Github. See something not interesting there 😅.\nSpotify\nEmail. If you want to reach out to me :)\nFacebook.\n","permalink":"https://pinkeo.netlify.app/about/","summary":"Hello guys, This is Pinkeo here is my blog. I write about stuff that i want if you study in the same campus with me (FEN) go check out my digital garden 📚 , There are some cool stuff about engineering ⚙️📐\nand if you want to stay connect: Github. See something not interesting there 😅.\nSpotify\nEmail. If you want to reach out to me :)\nFacebook.","title":"Hi :)"},{"content":"","permalink":"https://pinkeo.netlify.app/terms/","summary":"","title":"Terms"},{"content":"👈 ກັບໄປໜ້າຫຼັກ ","permalink":"https://pinkeo.netlify.app/Thankyou/","summary":"👈 ກັບໄປໜ້າຫຼັກ ","title":"Thank you ຂອບໃຈສຳລັບການຕິດຕາມ :) "},{"content":"","permalink":"https://pinkeo.netlify.app/sign-up/","summary":"","title":"ຕິດຕາມຜ່ານອີເມວ"}]