ເຮົາຖືກສອນມາຕັ້ງແຕ່ຍັງນ້ອຍວ່າສິ່ງໃດດີ ສິ່ງໃດບໍ່ດີ ອັນໃດຄວນເຮັດ ແລະບໍ່ເຮັດ ສອນໃຫ້ເຮົາມີຄວາມເມດຕາເພື່ອນມະນຸູດດ້ວຍກັນ ແຕ່ທັງໆທີ່ເຮົາຫຼາຍໆຄົນຖືກສັ່ງສອນອົບຮົມມາດີປານນັ້ນ ແຕ່ເປັນຫຍັງສັງຄົມຍັງເປັນແບບນີ້? ເປັນຫຍັງຍັງມີຄວາມວຸ່ນວາຍ ສົງຄາມ ຄວາມບໍ່ສະເໝີພາບ ຍັງມີການເອົາປຽບ ກົດຂີ່ຂົ່ມເຫັງ… ແລ້ວຄົນດີທີ່ວ່າຢູ່ໃສ?

ນັ້ນກໍເພາະວ່າຄົນດີ ບໍ່ມີຢູ່ຈິງຕ່າງຫາກ

ເປັນຫຍັງຄົນດີຈຶ່ງບໍ່ມີຢູ່ຈິງ?

ການທົດລອງທີ່ພິສູດວ່າ ຄົນດີ ບໍ່ມີຢູ່ຈິງໃນສັງຄົມ

Stanley Milgram ນັກຈິດຕະວິທະຍາຊາວອະເມຣິກາ ໄດ້ເຮັດການທົດລອງໃນປີ1961

ໂດຍການໃຫ້ອາສາສະໝັກຈັບຄູ່ກັນ ອາສາສະໝັກ A ມີໜ້າທີ່ຖາມຄຳຖາມ ແລະກົດປຸ່ມຊັອດໄຟຟ້າຫາກອາສາສະໝັກ B ຕອບຜິດເພື່ອເປັນການລົງໂທດ ໂດຍກະແສໄຟຟ້າຈະແຮງຂຶ້ນເລື້ອຍໆທຸກຄັ້ງທີ່ຖືກຊັອດຕັ້ງແຕ່ 15 volts ໄປເຖິງແຮງສຸດ 450 volts ທີ່ສາມາດເຮັດໃຫ້ເສຍຊີວິດໄດ້

(ເຊິ່ງຄວາມຈິງ ອາສາສະໝັກ B ເປັນພຽງຕົວສະແດງ ລາວມີໜ້າທີ່ພຽງແຕ່ສະແດງວ່າຖືກໄຟຟ້າຊັອດ ແລະ ບໍ່ມີກະແສໄຟຟ້າໃນເຄື່ອງຊັອດໄຟຟ້ານັ້ນເລີຍ). ເປົ້າໝາຍໃນການທົດລອງ Stanley Milgram

ຢາກທົດສອບວ່າຫາກມະນຸດຕ້ອງຕົກຢູ່ໃນສະຖານະການທີ່ບີບບັງຄັບໃຫ້ເຮັດເລື່ອງບໍ່ດີ ມະນຸດຍັງຈະຄົງຄວາມມີສິນລະທຳຢູ່ຫຼືບໍ່?

ຜົນການທົດລອງປາກົດວ່າ ຄົນສ່ວນໃຫຍ່ເກີດມີຄວາມລັງເລໃຈທີ່ຈະກົດປຸ່ມ ແຕ່ເມື່ອໄດ້ຮັບການຢືນຢັນວ່າໂຄງການຈະຮັບຜິດຊອບຄ່າເສຍຫາຍທັງໝົດ ອາສາສະໝັກເກືອບທັງໝົດສືບຕໍ່ກົດປຸ່ມລົງໂທດອາສາສະໝັກ B ຕໍ່ໄປ ໂດຍ **65%**ຂອງອາສາສະໝັກທີ່ເຂົ້າຮ່ວມສືບຕໍ່ກົດປຸ່ມລົງໂທດໄປຈົນເຖິງຂັ້ນແຮງສຸດທີ່ 450 volts ແລະອີກສ່ວນໜຶ່ງສືບຕໍ່ໄປຈົນເຖິງ 300 volts

ກະແສໄຟທີ່ສູງລະດັບນັ້ນສາມາຂ້າຄົນໄດ້ແຕ່ເປັນຫຍັງອາສາສະໝັກຍັງສືບຕໍ່ທຳຮ້າຍອີກຝ່າຍເຊິ່ງເປັນຄົນແປກໜ້າ.ນີ້ເປັນການສະແດງອອກໃຫ້ເຫັນເຖິງຄວາມດໍາມືດພາຍໃນຈິດໃຈ ແລະຄວາມບໍ່ມີສິນລະທໍາຂອງມະນຸດໃນຂະນະທີ່ພວກເຂົາຕົກຢູ່ໃນສະຖານະການທີ່ບໍ່ເອື້ອອໍານວຍ.

ແຕ່ໃນກຸ່ມອາສາສະໝັກທຳມະດາເຫຼົ່ານັ້ນບໍ່ມີໃຜມີຄວາມເມດຕາພໍທີ່ຈະຢຸດການກະທຳຂອງຕົວເອງເລີຍຫວາ? ແລ້ວຈະເກີດຫຍັງຂຶ້ນຖ້າໃຫ້ອິດສະຫຼະຄົນດີເພື່ອເຮັດສົ່ວ ແລະ ຖ້າຄົນດີຖືກຂົ່ມເຫັງພຶດຕິກຳຂອງພວກເຂົາຍັງຈະປ່ຽນໄປແນວໃດ?

ນີ້ເປັນຖາມທີ່ນຳໄປສູ່ການທົດລອງອີກງານໜຶ່ງທີ່ມີຊື່ສຽງຂອງ philip zimbardo ການທົດລອງນີ້ມີຊື່ວ່າ The Stanford Prison Experiment ມີອາສາສະໝັກ 14 ຄົນ ແບ່ງເປັນສອງກກຸ່ມ, ກຸ່ມໜຶ່ງເປັນຜູ້ຄຸມ ສ່ວນອີກກຸ່ມເປັນນັກໂທດ ໂດຍຜູ້ຄຸມສາມາດອອກຄຳສັ່ງລົງໂທດນັກໂທດໄດ້ຕາມໃຈ ແຕ່ບໍ່ໃຫ້ທຳຮ້າຍເຖິງຕົວນັກໂທດ ການທົດລອງຈະດຳເນີນໄປເປັນເວລາ 14 ມື້ ແຕ່ຄວາມເປັນຈິງການທົດລອງນີ້ສິ້ນສຸດພາຍໃນເວລາ 5 ມື້. ກຸ່ມອາສາສະໝັກເຫຼົ່ານີ້ເປັນພຽງຄົນທຳມະດາ ການທົດລອງໃນມື້ທຳອິດມີນັກໂທດຖືກຕີໂດຍຜູ້ຄຸມ, ມື້ທີສອງນັກໂທດຮວມຕົວກັນປະທ້ວງ ແຕ່ກໍຄອຍຖືກຂົ່ມເຫັງຈາກຜູ້ຄຸມ, ມື້ທີສາມນັກໂທດບາງຄົນເລີ່ມມີອາການຈິດຕົກ ຮ້ອງໃຫ້ ຄວບຄຸມຕົນເອງບໍ່ໄດ້ ບາງຄົນອົດອາຫານເພື່ອປະທ້ວງ

ຜົນການທົດລອງນີ້ເປັນໜຶ່ງໃນການທົດລອງທີ່ມີຊື່ສຽງ ມີການນຳໄປສ້າງເປັນໜັງ ຊື່ວ່າ Stanford Prison Experimentການທົດລອງນີ້ມັນເຮັດໃຫ້ເຫັນວ່າເມື່ອຄົນດີໄດ້ຮັບອຳນາດໃນການຂົ່ມເຫັງຄົນອື່ນ ຫາກພວກເຂົາຮູ້ວ່າມັນບໍ່ສົ່ງຜົນຮ້າຍຫຍັງແກ່ພວກເຂົາ ພວກເຂົາຈະເຮັດມັນ.

ນີ້ເປັນຄຳຕອບທີ່ວ່າເປັນຫຍັງໃນສັງຄົມ ຈຶ່ງມີຄົນບໍ່ດີ ເປັນຫຍັງສັງຄົມຍັງມີຄວາມວຸ່ນວາຍ ມີການເອົາລັດເອົາປຽບ ມີການສໍ້ລາດບັງຫຼວງ ພວກເຂົາຮູ້ວ່າມັນເປັນເລື່ອງບໍ່ດີ ແຕ່ເມື່ອມັນສ້າງຜົນດີແກ່ພວກເຂົາ ພວກເຂົາກໍຈະເຮັດ. ແລະໃນສະຖານະການທີ່ກົງກັນຂ້າມ ເມື່ອຄົນບໍ່ມີທາງເລືອກ ພວກເຂົາກໍອາດຈະເຮັດທຸກຢ່າງລວມທັງເລື່ອງທີ່ຜິດສິນລະທຳເພື່ອເອົາຕົວລອດ, ການປົ້ນ ຂະໂມຍ ຕົວະ ຫຼື ແມ້ແຕ່ທຳຮ້າຍຜູ້ອື່ນ.

ມັນຄົງບໍ່ມີຫຍັງທີ່ຈະເຮັດໃຫ້ຄົນທຸກຄົນເປັນຄົນດີ ມີສິນລະທຳພ້ອມພຽງກັນ ແນ່ນອນມັນຕ້ອງມີທັງຄົນດີ ແລະ ບໍ່ດີ ແມ້ແຕ່ຄົນທີ່ບອກວ່າຕົນເອງເປັນຄົນດີ ມີສິນລະທຳ ກໍຍັງມີບາງຄັ້ງທີ່ຕ້ອງເຮັດຜິດສິນລະທຳ ເພາະຄວາມເຫັນແກ່ຕົວຄືທຳມະຊາດຂອງມະນຸດ. ນີ້ຄືຄວາມຈິງ ແຕ່ຢ່າປ່ອຍໃຫ້ຄວາມຈິງນີ້ເຮັດໃຫ້ເຈົ້າຍອມແພ້ກັບການເປັນຄົນດີ ຄວາມດີທີ່ເຈົ້າກຳລັງເຮັດ ໃຫເຮັດມັນຕໍ່ໄປ ແຕ່ຫາກເຈົ້າຮູ້ຕົວວ່າສິ່ງທີ່ເຮັດຢູ່ ມັນສົ່ງຜົນຮ້າຍຕໍ່ຄົນອື່ນ ກໍໃຫ້ຢຸດ.


simplypsychology

verywellmind

ຕົວຢ່າງໜັງ