ເຄີຍສົງໃສບໍ່ວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກດີກັບຄົນບາງຄົນ?

ອາດຈະເປັນໄດ້ທັງຄົນສະໜິດ ຫຼື ບໍ່ສະໜິດທີ່ເຮົາສາມາດຮູ້ສຶກໄດ້ເຖິງພະລັງງານດ້ານບວກຈາກຄົນໆນັ້ນ

.

ນີ້ບໍ່ແມ່ນອາການດຽວກັນກັບການຕົກຂຸມຮັກ ຫຼື ອາການ have a crush on ຜູ້ໃດໄດ໋ 😃, ມັນບໍ່ແມ່ນຄວາມຮູ້ສຶກດຽວກັນ ແຕ່ໃກ້ຄຽງກັນເຊິ່ງມັນອາດພັດທະນາໄປໃນທາງນັ້ນໄດ້, ແຕ່ຫຼາຍຄັ້ງແລ້ວມັນກະເປັນພຽງຄວາມຮູ້ສຶກດີໆທີ່ມີຕໍ່ຄົນໆນັ້ນທີ່ບໍ່ໄດ້ໄປໃນທາງ romantic (ຄວາມຄິດເຫັນສ່ວນໂຕ) 🙂

.

ມີຫຼາຍຄັ້ງທີ່ການກະທຳເລັກນ້ອຍຂອງບາງຄົນມັນເຮັດໃຫ້ຂ້ອຍຮູ້ສຶກດີ ແລະ ກາຍເປັນ highlight ດີໆຂອງມື້ນັ້ນໄປເລີຍ

.

ແລະ ຂ້ອຍກໍສັງເກດມາຕະຫຼອດວ່າມັນມີຫຍັງແນ່ຫວະ!! ທີ່ຈະສາມາດເຮັດໃຫ້ຄົນເຮົາຮູ້ສຶກດີກັບຄົນໆໜຶ່ງໄດ້ ສະຫຼຸບໄດ້ 10 ຂໍ້ ສິ່ງເລັກໆນ້ອຍໆທີ່ຂ້ອຍເຊື່ອວ່າມັນຈະເຮັດໃຫ້ຄົນອື່ນຮູ້ສຶກດີກັບເຮົາ:

  1. 1.ຍິ້ມ.

  2. 2.ທັກທາຍຄົນທີ່ຮູ້ຈັກເວລາເຫັນກັນ ເຖິງວ່າຈະບໍ່ຄ່ອຍສະໜິດ ຢ່າງໜ້ອຍກະຍິ້ມໃຫ້.

  3. 3.ໃຫ້ຄຳຊົມ ແລະ ຊົມດ້ວຍຄວາມຈິງໃຈ.

  4. 4.ເວົ້າຂອບໃຈ ເຖິງມັນຈະເລັກນ້ອຍ.

  5. 5.ເປີດປະຕູໄວ້ໃຫ້ຄົນທີ່ມານຳຫຼັງ ແລະ ສຳລັບຜູ້ຊາຍ ຖ້າໄປກັບຜູ້ຍິງ ກໍຄວນເປີດປະຕູໃຫ້ຜູ້ຍິງເຂົ້າກ່ອນ ເຖິງມັນບໍ່ແມ່ນສິ່ງທີ່ພວກເຂົາຂໍ ແຕ່ເຮັດໃຫ້ກະດີ 😊.

  6. 6.ຟັງ ໃຫ້ຫຼາຍກ່ອນເວົ້າ.

  7. 7.ຖາມໃຫ້ໝັ້ນໃຈວ່າໝູ່ຮອດເຮືອນປອດໄພ ຫຼັງຈາກໄປຫຼິ້ນນຳກັນ.

  8. 8.ກ່າວຊົມຄົນອື່ນ ລັບຫຼັງຂະເຈົ້າ.

  9. 9.ຖາມວ່າ “ໂອເຄຢູ່ຫວາ?” ເມື່ອຮູ້ສຶກວ່າພວກເຂົາຮູ້ສຶກບໍ່ດີ (ແລ້ວໝູ່ກະຕອບວ່າ i’m ok i’m fine gwenchana teng neng neng ne neng 🤣).

  10. 10.ຄິດບວກ.

.

ທັງໝົດທີ່ຂ້ອຍກ່າວມາຂ້ອຍເອງກໍບໍ່ໄດ້ເຮັດຕະຫຼອດ ແລະ ເຈົ້າເອງກໍຄົງຈະບໍ່ໄດ້ເຮັດເລື້ອຍໆຄືກັນ ແນ່ນອນແຫຼະວ່າ ເຮົາຫຍຸ້ງກັບຕົນເອງເກີນໄປທີ່ຈະສົນໃຈວ່າໃຜຈະຮູ້ສຶກຈັ່ງໃດກັບເຮົາ ແຕ່ທີ່ເຮົາຄວນຫຼີກລ່ຽງຄືການເຮັດຫຍັງທີ່ມັນທຳຮ້າຍຈິດໃຈຜູ້ອື່ນ ເພາະເຮົາບໍ່ຮູ້ວ່າຄົນໆນັ້ນກຳລັງປະສົບກັບຫຍັງ .

ສະນັ້ນ, ເຖິງຈະເຮັດບໍ່ໄດ້ທັງ 10 ຂໍ້ທີ່ກ່າວມາ ແຕ່ຢ່າງໜ້ອຍກະເປັນຄົນດີ ດີກັບຕົນເອງ ແລະ ຄົນອື່ນ 🙂 .