ບໍ່ໄດ້ເນັ້ນຄວາມສຳພັນແບບໃດໜຶ່ງ ແຕ່ມັນຄືຄວາມສຳພັນທຸກຮູບແບບ
ສຳລັບຂ້ອຍ
ຄວາມສຳພັນທີ່ມີອິດທິພົນກັບຂ້ອຍຫຼາຍທີ່ສຸດ ຄື ຄອບຄົວ ແລະໝູ່ເພື່ອນ
ເຮົາເຄີຍເປັນກັນໝົດທຸກຄົນແຫຼະ
ເມື່ອບໍ່ໄດ້ຮັບຄວາມສົນໃຈກໍຄຽດ
ມັນເປັນທຳມະຊາດຂອງມະນຸດ
ແລະມັນເກີດກັບທຸກຄົນ ທັງຜູ້ຍິງ ແລະຊາຍ
.
ໃນຊີວິດເຮົາ
ເຮົາຈະໄດ້ຮູ້ຈັກຫຼາຍໆຄົນ
ແລະເຮົາເລືອກໄດ້ວ່າຈະເກັບໃຜໄວ້
ໃນນັ້ນຕ້ອງມີຈັກຄົນແຫຼະ
ທີ່ເຮົາຍັງຄົງຈະໄປຫາ ຫຼືໂທຫາ ເມື່ອເຮົາອາຍຸ 70 80 ນະ
ແຕ່ມັນກໍມີຫຼາຍຄັ້ງ
ທີ່ເຮົາເຮັດຫຍັງໂງ່ໆໄປ
ແລ້ວມັນເຮັດໃຫ້ຄວາມສຳພັນພັງລົງ
ມັນເຈັບ ບໍ່ວ່າຈະເປັນຄວາມສຳພັນຮູບແບບໃດກໍຕາມ
ມັນມີຫຼາຍຄັ້ງ
ທີ່ໝູ່ຄູ່ ຄອບຄົບ
ເຮັດບາງຢ່າງທີ່ທຳຮ້າຍຈິດໃຈຂ້ອຍ
ເຮັດໃຫ້ຮູ້ສຶກບໍ່ດີ
ແລະສິ່ງນັ້ນເອງ
ກໍເປັນສິ່ງທີ່ເຮັດໃຫ້ຂ້ອຍ ຕັດຄົນບາງຄົນອອກຈາກຊິວິດ
ແຕ່ຖ້າໃຊ້ເກນນີ້ມາໃຊ້ກັບທຸກຄົນ
ຕອນນີ້ຂ້ອຍຄົງບໍ່ເຫຼືອໃຜ
ມັນໃຊ້ກັບທຸກຄົນບໍ່ໄດ້
ຄົນທີ່ໃຫ້ໃຫ້ເຮົາຮູ້ສຶກສຳຄັນ
ຮູ້ສຶກຖືກຮັກ
ຮູ້ສຶກປອດໄພ
ຮູ້ສຶກວ່າຊີວິດມີຫຍັງມ່ວນໆໃຫ້ເຮັດ
ຮູ້ສຶກວ່າເຮົາໂຊກດີ
… ແລະອີກຫຼາຍຄວາມຮູ້ສຶກ
ມີບາງຄັ້ງ
ພວກເຂົາເຮັດໃຫ້ເຮົາຮູ້ສຶກໄປໃນທາງລົບ
ແລ້ວເຮົາ ເກັບມາຄຽດ
ນ້ອຍໃຈ
ບໍ່ເວົ້າ ບໍ່ປັບຄວາມເຂົ້າໃຈ
ຫຼືຮ້າຍໄປກວ່ານັ້ນ
ຄືການ ສົ່ງກັບຄວາມຮູ້ສຶກດ້ານລົບ ທີ່ຮຸນແຮງກວ່າຫຼາຍເທົ່າ ກັບໄປຫາພວກເຂົາ
ມັນຍິ່ງຈະເຮັດໃຫ້ທຸກຢ່າງບໍ່ດີລົງ
.
ລ່າສຸດ
ຂ້ອຍກໍເກືອບເສຍໝູ່ດີໆຄົນໜຶ່ງໄປ
ມັນເປັນພຽງຄຳເວົ້າປະໂຫຍກດຽວທີ່ທຳຮ້າຍ
ຂ້ອຍເຜີສົ່ງພະລັງງານລົບໆນັ້ນກັບໄປຫາລາວ
ມັນເຮັດໃຫ້ເຮົາອຶດອັດ
ພວກເຮົາ ຖອຍຫຼັງຄົນລະກ້າວ
ສະຫງົບສະຕິ
ເພາະບໍ່ຢາກທຳລາຍຄວາມເປັນໝູ່
ການທີ່ຈະຕ້ອງເສຍຄົນດີໆຄົນໜຶ່ງໄປ
ພຽງເພາະປະໂຫຍກລົບໆອັນດຽວ
ຄົງເປັນຫຍັງທີ່ໂງ່ຫຼາຍ
.
ເວົ້າ “ຂໍໂທດ” ຈາກໃຈຈິງເມື່ອເຮັດຜິດ
ເຖິງຈະເປັນຝ່າຍຖືກ
ຖ້າການກະທຳເຮົາເຮັດໃຫ້ໃຜຮູ້ສຶກບໍ່ດີ
ເຮົາກໍຕ້ອງຂໍໂທດ
ເຮົາບໍ່ແມ່ນສູນລວມຂອງຈັກກະວານ
ໂລກບໍ່ໄດ້ໝຸນອ້ອມຕົວເຮົາ
ຕ້ອງໃຊ້ເຫດຜົນ ເໜືອກວ່າອາລົມ ໃນການຕັດສິນໃຈເຮັດຫຍັງໄປ
ແລະຍິ່ງໃນເລື່ອງຄວາມສຳພັນ
ເຊື່ອເທາະ ວ່າມັນຈະຮູ້ສຶກເ.້ຍຫຼາຍ ຖ້າເຮັດຫຍັງໂງ່ໆໄປ ພຽງເພາະອາລົມຊົ່ວວູບ. :)