5 ປຶ້ມທີ່ຂ້ອຍຢາກແນະນຳໃຫ້ໝູ່ອ່ານກ່ອນທີ່ທຸກຄົນຈະເຖົ້າໄປກວ່ານີ້ 😅
ປຶ້ມເຫຼົ່ານີ້ດີເກີນໄປທີ່ຈະເກັບໄວ້ອ່ານຄົນດຽວ
1.Atomics Habits: ໜັງສືເຫຼັ້ມນີ້ແນະນຳວິທີໃນການປ່ຽນແປງຕົວເອງເລີ່ມຈາກສິ່ງເລັກໆນ້ອຍໆ ແລະຍັງຈະໄດ້ເຂົ້າໃຈພ້ອມວ່າເປັນຫຍັງເຮົາຈຶ່ງມີນິໄສແນວນີ້ ແຕ່ໃນລະຫວ່າງທີ່ອ່ານຂ້ອຍແນະນຳໃຫ້ຝຶກນິໄສໄປພ້ອມ ເມື່ອອ່ານຈົບເຈົ້າອາດຈະໄດ້ນິໄສດີໆຈັກຢ່າງສອງຢ່າງຕິດຕົວມາ ແລະຈະຮູ້ສຶກວ່າເຈົ້າປ່ຽນໄປ.
–
2.How to Win Friends and Influence People: ເປັນຫນັງສືແນວຈິດຕະວິທະຍາທີ່ດີຫຼາຍ ມັນຈະເຮັດໃຫ້ເຈົ້າໄດ້ເຂົ້າໃຈພື້ນຖານຈິດໃຈຂອງມະນຸດ ແລະຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ເຮັດແນວໃດຄົນຈຶ່ງຮັກ ເຮັດແນວໃດໃຫ້ຄົນບໍ່ຊັງ ເວົ້າຈັ່ງໃດໃຫ້ຄົນເຊື່ອ ແລະ ຍັງໄດ້ລວມວິທີການຮັກສາຄວາມສຳພັນທີ່ດີ (ຫຼັງອ່ານຈົບເຈົ້າອາດຈະຈີບສາວຄົນນັ້ນຕິດກໍເປັນໄດ້ 😉) ເຫຼັ້ມນີ້ຂ້ອຍໃຫ້ຄະແນນ 9.5/10
–
3.Rich Dad Poor Dad (ພໍ່ລວຍສອນລູກ): ເຖິງພໍ່ເຈົ້າຈະລວຍແລ້ວກໍຕາມຂ້ອຍກໍຍັງຢາກໃຫ້ອ່ານ ໜັງສືເຫຼັ້ມນີ້ຈະເຮັດໃຫ້ຄວາມເຂົ້າໃຈດ້ານການເງິນຂອງເຈົ້າປ່ຽນໄປ ຈະໄດ້ຮູ້ວ່າອັນໃດຄືໜີ້ ອັນໃດຄືຊັບສິນ ຄົນລວຍມີແນວຄິດແບບໃດ ເປັນຫຍັງຄົນລວຍຈຶ່ງຍິ່ງລວຍຂຶ້ນ ເປັນຫຍັງພວກເຂົາຈຶ່ງມັກຢືມເງິນ. ອ່ານຈົບເຈົ້າອາດຈະບໍ່ຢາກຊື້ລົດທີ່ເຈົ້າຢາກໄດ້ມາຕະຫຼອດເລີຍກະໄດ້ ແລະອີກເຫຼັ້ມໜຶ່ງກ່ຽວກັບການເງິນທີ່ຢາກແນະນຳຄື Psychology of Money (ຂ້ອຍຍັງອ່ານບໍ່ຈົບ).
–
4.Mindset: ‘’ ພອນສະຫວັນບໍ່ມີຄ່າເທົ່າຄວາມພະຍາຍາມ ’’ ເຈົ້າຈະໄດ້ຮູ້ຈັກກັບຄົນທີ່ມີ mindset ສອງແບບວ່າພວກເຂົາຕ່າງກັນແນວໃດ ແລະເຈົ້າເປັນຄົນທີ່ມີ mindset ແບບໃດ, ການມີຊຸດຄວາມຄິດແບບໃດຈຶ່ງຈະເຮັດໃຫ້ເຈົ້າພັດທະນາ, ແລ້ວເຈົ້າຈະໄດ້ຮູ້ວ່າ ການທີ່ຈະປະສົບຄວາມສຳເລັດ ເລີ່ມຈາກການມີ mindset ທີ່ດີ.
–
5.ສາຍຕານົກອິນຊີ: ນີ້ເປັນຜົນງານຂຽນຂອງຄົນລາວ ຂ້ອຍອ່ານດົນແລ້ວຈື່ເນື້ອໃນບໍ່ໄດ້ຫຼາຍປານໃດ ແຕ່ຍັງຈື່ຄວາມຮູ້ສຶກຫຼັງອ່ານຈົບໄດ້, ມັນເປັນໜັງສືທີ່ຈະປຸກໄຟໃນຕົວເຈົ້າ ແລະ ຈະເຮັດໃຫ້ເຈົ້າເຫັນຄວາມເປັນໄປໄດ້ຂອງທຸກໆຢ່າງທີ່ເຈົ້າເຄີຍຄິດ ຫຼັງອ່ານຈົບເຈົ້າອາດຈະຢາກລຸກຂຶ້ນມາເຮັດຫຍັງບາງຢ່າງເພື່ອປ່ຽນໂລກເລີຍແຫຼະ.
ແລະນີ້ກໍຄື 5 ປຶ້ມທີ່ຂ້ອຍຢາກໃຫ້ອ່ານກ່ອນທີ່ຈະເປັນຜູ້ໃຫຍ່ເຕັມຕົວເພາະຊ່ວງອາຍຸ 18-23 ມັນເປັນຊ່ວງສຳຄັນທີ່ຈະກຳນົດໄດ້ວ່າເຮົາຈະເຕີບໂຕເປັນຜູ້ໃຫຍ່ແບບໃດໃນອະນາຄົດ (ຄວາມຄິດສ່ວນຕົວ)
ສາມາດຊື້ປຶ້ມເຫຼົ່ານີ້ໄດ້ທີ່ຮ້ານ Caphe17
ແລະ ຝາກໄປ subscribe
