ໃນຂະນະທີ່ ChatGPT ທີ່ເປັນ AI ທີ່ມີປະສິດທິພາບໃນປັດຈຸບັນ ກຳລັງເຮັດໃຫ້ຫຼາຍຄົນຮູ້ສຶກວ້າວກັບຄວາມສາມາດຂອງປັນຍາປະດິດ ກໍມີອີກຫຼາຍໆ AI ທີ່ເກີດຂຶ້ນຕາມໆທີ່ມີປະໂຫຍດ ແລະມີປະສິດທິພາບແຕກຕ່າງກັນໄປ. ແລະມື້ນີ້ຈະມາເວົ້າເຖິງ CatGPT (ເອະ ຊື່ຄຸ້ນໆ)
CatGPT ກາຍກຳລັງໄດ້ຮັບຄວາມສົນໃຈຈາກ social media, ນີ້ເປັນ AI ທີ່ແຕກຕ່າງຈາກ ChatGPT (ເຖິງຊື່ຈະຟັງເບິ່ງຄ້າຍໆກັນ), ມັນອາດຈະບໍ່ສາມາດສອບໝໍ ຫຼື ກົດໝາຍຜ່ານໄດ້ຄື ChatGPT ແຕ່ມັນສາມາດຕອບໂຕ້ໄດ້ຄືແມວ
ນັ້ນແຫຼະ, ຕາມຊື່ເລີຍ CatGPT ແມ່ນ AI ແມວ ທີ່ຈະຕອບໂຕ້ກັບເຮົາຄືແມວ ບໍ່ວ່າເຮົາຈະຖາມຫຍັງມັນກໍຈະຕອບ ແມ່ວ ແມ່ວ ຢູ່ແບບນັ້ນ
ໜ້າເວັບໄຊ້ຂອງ CatGPT ຖືກອອກແບບໃຫ້ຄ້າຍຄືກັບ ChatGPT, ເມື່ອເຂົ້າໄປທີ່ໜ້າເວັບໄຊ້ ມັນຈະໂຊຕົວຢ່າງຄຳຖາມທີ່ສາມາດຖາມໄດ້

ມັນສາມາດໃຫ້ຄຳຕອບເປັນ GIF ແມວຕະຫຼົກຕະຫຼົກ ແລະ ຄຳວ່າ Meow meow

[UPDATE]
ຫຼັງຈາກການອັບເດດລ່າສຸດ ຕອນນີ້ CatGPT ສາມາດຕອບໂຕ້ໄດ້ຄືກັບມະນຸດແລ້ວ

ຟີເຈີ GPT-Furr ຖືກເພີ່ມມາເປັນ AI ທີ່ນຳໃຊ້ໄດ້ແທ້, ແລະຂອ້ນຂ້າງມີຄວາມກວນຕີນໜ້ອຍໜຶ່ງ ເຊິ່ງເປັນຄາແລັກເຕີຂອງມັນເອງ ແລະ ມັນໃຫ້ຄວາມຮູ້ສຶກທີ່ແຕກຕ່າງອອກໄປຈາກການນຳໃຊ້ AI ຕົວອື່ນຄືມັນມີຄວາມເປັນທຳມະຊາດໃນການຕອບຄຳຖາມ ເຮັດໃຫ້ຄືກຳລັງສົນທະນາກັບມະນຸດແມວຄົນໜຶ່ງ.

ແມວໂຕນີ້ສະຫຼາດກວ່າທີ່ຄິດ, ທີມງານທີ່ສ້າງມັນຕ້ອງເປັນຄົນທີ່ມີຄວາມ creative ຢູ່ບໍ່ໜ້ອຍ, ເອົາເປັນວ່າໃຜທີ່ຢາກລອງໄປລົມກັບແມວສາມາດເຂົ້າໄປໄດ້ທີ່ https://www.cat-gpt.com/
ທີ່ມາ
