ສອງທິດກ່ອນ ຂ້ອຍໄດ້ມີໂອກາດໄປພົບກັບໝູ່ທີ່ຮຽນມະຫາໄລນຳກັນນີ້ແຫຼະແຕ່ຮຽນຕ່າງຄະນະກັນຢູ່ງານໜຶ່ງທີ່ມະຫາໄລຈັດ, ມັນດີຫຼາຍທີ່ໄດ້ພົບເຂົາເຈົ້າ, ເຮົາໄດ້ມີໂອກາດສົນທະນາກັນເລື່ອງສະພາບສັງຄົມ, ເສດຖະກິດ ແລະ ການເມືອງປັດຈຸບັນ.

ຂ້ອຍໄດ້ຮູ້ເຖິງແນວຄິດຂອງແຕ່ລະຄົນທີ່ມີຕໍ່ສະພາບປັດຈຸບັນ ໂດຍສະເພາະເລື່ອງເສດຖະກິດ, ທີ່ມ່ວນໄປກ່ວານັ້ນ ເຮົາໄດ້ສວມບົດບາດເປັນນັກການເມືອງທີ່ເຮົາເອີ້ນວ່າ ສ.ສ (ເຊິ່ງຂ້ອຍກໍບໍ່ໝັ້ນໃຈວ່າມັນຫຍໍ້ມາຈາກຫຍັງ ຮາຮາ) ແລະຍົກວິທີແກ້ໄຂບັນຫາປັດຈຸບັນໃນແບບຂອງເຮົາເອງ ຫາກເຮົາມີຄວາມສາມາດພໍທີ່ຈະເຮັດຫຍັງບາງຢ່າງເພື່ອແກ້ໄຂ ເຮົາຊິເຮັດຫຍັງ?

ແລະແຕ່ລະຄົນກໍມີວິທີໃນແບບຂອງຕົນເອງ ແຕ່ທີ່ຂ້ອຍສັງເກດເຫັນສິ່ງໜຶ່ງທີ່ເຮົາເຫັນຕົງກັນຄື ການປັບປຸງຄຸນນະພາບການສຶກສາ , ກໍບໍ່ແປກໃຈເພາະເຮົາເອງກໍເປັນນັກສຶກສາ ແລະກໍເຫັນໄດ້ຊັດເຈນວ່າການສຶກສາຢູ່ລາວມັນເປັນແນວໃດ. ນີ້ນຳໄປສູ່ການຕັ້ງຄຳຖາມທີ່ວ່າ, ‘’ເປັນຫຍັງ ນັກສຶກສາທີ່ໄປຮຽນຢູ່ຕ່າງປະເທດຫຼາຍຄົນຈຶ່ງບໍ່ຢາກກັບມາເຮັດວຽກຢູ່ປະເທດໂຕເອງ? ’’ ຄຳຕອບກໍແນ່ນອນຢູ່ແລ້ວວ່າ… (ເຈົ້າກະຮູ້)

ແຕ່ມີຄົນໜຶ່ງໄດ້ກ່າວເຖິງຄວາມເປັນ ຊາດນິຍົມ ແລະນັ້ນແຫຼະທີ່ເປັນສິ່ງທີ່ໜ້າສົນໃຈ

ເປັນຫຍັງຄົນລາວຫຼາຍຄົນບໍ່ມັກນຳໃຊ້ຜະລິດຕະພັນຂອງລາວ?

ຄຸນນະພາບບໍ່ດີ ຄົງເປັນຄຳຕອບຂອງຫຼາຍໆຄົນ (ລວມທັງຂ້ອຍ)

ລອງເບິ່ງຂ້າມເຫດຜົນທາງກາຍະພາບເຫຼົ່ານັ້ນ ແລ້ວເບິ່ງເລິກໆເຂົ້າໄປໃນຈິດໃຈຂອງຄົນ, ເຮົາມີຄວາມພູມໃຈໃນຄວາມເປັນລາວຫຼາຍປານໃດ?

ເຮົາຮູ້ສຶກພູມໃຈທີ່ໄດ້ໃສ່ Nike, Adidas, ຮູ້ສຶກເທ້ທີ່ໄດ້ໃສ່ເສື້ອວິນເທຈທີ່ມີທຸງຊາດອະເມຣິກາ, ຂ້ອຍເຫັນໄວລຸ້ນໃສ່ເສື້ອທີ່ມີພາສາໄທຂຽນວ່າ ພະລັງໃບ ໃຫ້ຂ້ອຍເດົາມັນຄົງເປັນໃບກະທ່ອມ ບາງໂຕມີທຸງຊາດໄທພ້ອມ ແລະຂ້ອຍກໍບອກໄດ້ວ່າພວກເຂົາມັກເສື້ອໂຕນັ້ນບໍ່ໜ້ອຍ

ໃນເມື່ອກ່ອນ ໄທ ມາຊື້ເກືອບ້ານເກິນຢູ່ລາວ ນີ້ເປັນສິ່ງທີ່ຢັ້ງຢືນວ່າເກືອລາວກໍມີຄຸນນະພາບ ແລ້ວຕອນນີ້ເຮົາໄດ້ນຳເຂົ້າເກືອຈາກໄທ ແລ້ວຄົນລາວກໍເລືອກເກືອໄທ, ແນ່ນອນຍ້ອນວ່າຄຸນນະພາບມັນດີກວ່າ ແຕ່ລອງສົມມຸດວ່າ ຖ້າຄຸນນະພາບເກືອລາວກັບໄທດີເທົ່າກັນລາຄາເທົ່າກັນ ເຈົ້າຊິເລືອກໂຕໃດ?

ເຈົ້າຄົງເລືອກຂອງລາວແລະບອກວ່າ ’’ຂ້ອຍຢາກສະໜັບສະໜຸນສິນຄ້າລາວ’’ (ເປັນເລື່ອງດີທີ່ມີແນວຄີດແບບນີ້)

ແຕ່ເຊື່ອບໍ່ວ່າຈະມີຫຼາຍຄົນທີ່ເລືອກຂອງໄທດ້ວຍຄວາມເຊື່ອເຕັມໃຈທີ່ວ່າຈັ່ງໃດມັນກໍດີກວ່າ ແລະພວກເຂົາຮູ້ສຶກພູມໃຈທີ່ໄດ້ໃຊ້ຂອງຕ່າງປະເທດ

ມັນມີຫຼາຍຜະລິດຕະພັນຂອງລາວທີ່ຄຸນນະພາບດີ ແລະ ລາຄາຖືກກ່ວາ ແຕ່ຄົນລາວໃຊ້ມັນແຕ່ຕອນທີ່ຢາກປະຢັດເງິນ ຖ້າມີເງິນເຮົາກໍຈະເລືອກໃຊ້ຂອງທີ່ນຳເຂົ້າຈາກຕ່າງປະເທດ

ເຮົາບໍ່ມີຄວາມເຊື່ອໝັ້ນໃນຜະລິດຕະພັນລາວ ເຮົາຮູ້ສຶກພູມໃຈຫຼາຍກວ່າເມື່ອໄດ້ໃຊ້ຂອງຕ່າງປະເທດ

.

ແລ້ວລອງໄປເບິ່ງຕ່າງປະເທດເຊັ່ນຈີນ ເຂົາເຈົ້າເຮັດໂຄງການກໍ່ສ້າງຢູ່ລາວວັດສະດຸກໍນຳເຂົ້າຈາກຈີນທັງໆທີ່ຢູ່ລາວກະມີ, ນັກທ່ອງທ່ຽວຈີນມາລາວ ພວກເຂົາກໍອຸດໜຸນຄົນຈີນນຳກັນເປັນສ່ວນໃຫຍ່ ແລະບໍ່ແມ່ນແຕ່ຈີນ, ລອງເບິ່ງເກົາຫຼີ ໃນຂະນະທີ່ຄົນທັງໂລກຫຼົງໄຫຼ iPhone ແຕ່ພວກເຂົາເລືອກ Samsung ແລະມີຄົນບອກຂ້ອຍມາວ່າສະຖານທູດເກົາຫຼີບໍ່ໃຊ້ລົດ Toyota ຂອງຢີ່ປຸ່ນ. ເຂົາເຈົ້າມີຄວາມພູມໃຈໃນຄວາມເປັນເກົາຫຼີ, ເປັນຈີນ ເປັນຊາດຂອງພວກເຂົາ ຫຼືກ່າວຄື ພວກເຂົາມີຄວາມເປັນຊາດນິຍົມ.

.

ກັບມາທີ່ຄຳວ່າ ‘’ຊາດນິຍົມ’’

ຄຳວ່າ ຊາດນິຍົມ ຫຼື nationalism ຄື ຄວາມຄິດຫຼືການເຄື່ອນໃຫວທີ່ຖືວ່າປະເທດຊາດຄວນຈະສອດຄ່ອງກັບລັດ ການເຄື່ອນໃຫວເຫຼົ່ານັ້ນສົ່ງຜົນປະໂຫຍດກັບຊາດ ມີຈຸດມຸ່ງໝາຍໃນການຮັກສາອຳນາດອະທິປະໄຕຂອງຊາດ ໃນຄວາມເຊື່ອທີ່ວ່າແຕ່ລະປະເທດຄວນປົກຄອງຕົນເອງໂດຍປາສະຈາກການແຊກແຊງຈາກຊາດອື່ນ, ມີເປົ້າໝາຍໃນການສ້າງແລະຮັກສາເອກະລັກປະຈຳຊາດ ວັດທະນະທຳ ຊາດຕິພັນ ພາສາ ການເມືອງ ສາສະໜາ ປະເພນີ ແລະ ຄວາມເຊື່ອໃນປະຫວັດສາດ. (ນິຍາມຈາກ Wikipedia : https://th.wikipedia.org/wiki/ชาตินิยม )

ຫຼືເວົ້າກໍຄື ຊາດນິຍົມຄືສິ່ງທີ່ສະແດງເຖິງຄວາມຮັກ ແລະ ພູມໃຈໃນປະເທດຊາດຂອງຕົນເອງ.

ແລ້ວຄິດວ່າລາວມີຄວາມເປັນຊາດນິຍົມຫຼາຍປານໃດ ໂດຍສະເພາະໄວໜຸ່ມ?

ນ້ອງຊາຍອາຍຸ 8 ປີຂ້ອຍ ເວົ້າໄທປົນລາວບາງຄັ້ງເພາະບໍ່ຮູ້ຄຳສັບພາສາລາວ ແລະ ຄົງບໍ່ແມ່ນແຕ່ນ້ອງຂ້ອຍ, ອິດທິພົນທີ່ໄດ້ຮັບຈາກຕ່າງຊາດເຮັດໃຫ້ເຮົາເລີ່ມລືມຄວາມເປັນລາວໄປເທື່ອລະໜ້ອຍ. ເບິ່ງຄືຂ້ອຍເວົ້າເກີນໄປ ແຕ່ມັນຄືສິ່ງທີ່ກຳລັງເກີດຂຶ້ນ.

ເຮົາຄົງຄຸ້ນເຄີຍກັບຄຳວ່າ ຮັກຊາດ ຮັກທ່ານຜູ້ນຳ , ເຮົາຖືກສອນດ້ວຍປະໂຫຍກນີ້ມາຕະຫຼອດສະໄໝມັດທະຍົມ ແຕ່ຄວາມຈິງເຮົາເລືອກຮັກໄດ້ໄດ໋ ເຮົາສາມາດຮັກຊາດໂດຍບໍ່ຮັກທ່ານຜູ້ນຳໄດ້.

🤎 ຮັກຊາດບໍ່ຈຳເປັນຕ້ອງຮັກຜູ້ນຳ (ຖ້າຜູ້ນຳບໍ່ໜ້າຮັກ)


ປລ. ຂ້ອຍບໍ່ໄດ້ໝົກໝຸ້ນຫຼືຄິດຫຼາຍເລື່ອງພວກນີ້ ແຕ່ການສົນທະນາຄັ້ງນັ້ນເຮັດໃຫ້ຂ້ອຍໄດ້ມາຄິດໄຕ່ຕອງຕົວເອງ ການຂຽນເປັນວິທີການຈັດການຄວາມຄິດຂອງຂ້ອຍ. ເຈົ້າຄົງເປັນຄົນມັກອ່ານຈຶ່ງອ່ານມາຮອດນີ້ :)