ທີ່ຈິງ MATLAB ສາມາດນຳໃຊ້ອອນລາຍໃນບຣາວເຊີໄດ້ຟຣີໂດຍບໍ່ຕ້ອງຕິດຕັ້ງໂປຣແກຣມ ແຕ່ວ່າໃນການໃຊ້ງານທີ່ຈຳເປັນທີ່ຕ້ອງໃຊ້ເຄື່ອງມີເສີມເຮົາຕ້ອງໄດ້ຕິດຕັ້ງໂປຣແກຣມກ່ອນຈຶ່ງນຳໃຊ້ໄດ້, ແນ່ນອນມັນເສຍເງິນ ແຕ່ເຮົາທົດລອງໃຊ້ຟຣີໄດ້ 1 ເດືອນຫຼັງຈາກໜຶ່ງເດືອນເຮົາກໍໃຊ້ຕໍ່ບໍ່ໄດ້ (ແຕ່ຂ້ອຍມີວິທີ ອ່ານຕໍ່ໃຫ້ຈົບ)
ຈາກທີ່ເວົ້າມາສາມາດເຮັດຕາມຂັ້ນຕອນຕໍ່ໄປນີ້:
1._ ເຂົ້າໄປທີ່ໜ້າເວັບໄຊ້ https://www.mathworks.com/campaigns/products/trials.html ລັອກອິນດ້ວຍບັນຊີໂດຍໃສ່ອີເມວ ຖ້າຍັງບໍ່ມີບັນຊີມັນຈະພາໄປໜ້າຕັ້ງບັນຊີ

2._ ຫຼັງຈາກຕັ້ງບັນແລະລັອກອິນແລ້ວ ເລືອກ student ແລະຕື່ມຂໍ້ມູນໃສ່ໃຫ້ຄົບ
ສຳລັບໃຜທີ່ຮຽນວິສະວະກຳໂທລະຄົມມະນາຄົມ ໃຫ້ເລືອກ Wireless Communication ແລະກົດ Submit

3._ ຫຼັງຈາກເຂົ້າມາໜ້າຫຼັກແລ້ວ ກົດທີ່ Install MATLAB

4._ ກົດທີ່ Download For Windows ຄັນບໍ່ໄດ້ໃຊ້ Window ກະກົດລູກສອນນ້ອຍໆເພື່ອເລືອກ ແລ້ວກໍຖ້າມັນດາວໂຫລດ

5._ ຫຼັງຈາກດາວໂຫລດແລ້ວໃຫ້ເປີດໄຟລ ມັນຈະຂຶ້ນໜ້າຕ່າງນີ້ໃຫ້ລັອກອິນ ໃຫ້ໃສ່ອີເມວ ແລະ ລະຫັດຜ່ານເພື່ອລັອກອິນ

6._ ຕິກທີ່ yes ແລ້ວກົດ Next
ແລະກົດ Next ໄປເລື້ອຍໆ

7._ ໃນຂັ້ນຕອນນີ້ໃຫ້ໝາຍຕິກໃສ່ເຄື່ອງມືທີ່ຈະໃຊ້ມີ
MATLAB
Antenna Toolbox
Bluetooth Toolbox
Communication Toolbox
ເຊິ່ງຂ້ອຍຄິດວ່າອາດຈະໄດ້ໃຊ້ ຍິ່ງໝາຍເອົາຫຼາຍອັນຍິ່ງໃຊ້ພື້ນທີ່ ແລະເວລາໃນການຕິດຕັ້ງດົນ ຖ້າບໍ່ໝັ້ນໃຈວ່າຊິໄດ້ໃຊ້ເຄື່ອງມືໃດແນ່ ໝາຍເອົາ MATLAB ຢ່າງດຽວກໍໄດ້ ແລ້ວຈຶ່ງຕິດຕັ້ງເຄື່ອງມືພວກນັ້ນພາຍຫຼັງ ແລ້ວກົດ Next
ຖ້າມັນຂຶ້ນແບບນີ້ໃຫ້ຄິກ Add ຕາມທີ່ມັນບອກ

- 8._ ຕິກ Add shortcut to desktop ແລ້ວກົດ Next

- 9._ ກົດ Begin Install
ແລະ ລໍຖ້າາາາາາາາາາາາາາາາາາາາາາາາາາາາາາາ

ຫຼັງຈາກຕິດຕັ້ງແລ້ວກໍສຳເລັດເຮົາກໍຈະເຂົາມາທີ່ໂປຣແກຣມ ແລະສາມາດນຳໃຊ້ໄດ້
(ເຊິ່ງຂ້ອຍກໍບໍ່ໝັ້ນໃຈວ່າມີຂັ້ນຕອນອື່ນອີກບໍ່ຫຼັງຈາກຕິດຕັ້ງແລ້ວ ເພາະຂ້ອຍບໍ່ໄດ້ຖ້າຈົນມັນຕິດຕັ້ງແລ້ວ ເພາະຂ້ອຍໄດ້ຕິດຕັ້ງໄວ້ກ່ອນໜ້ານີ້ແຕ່ດົນແລ້ວ) ແຕ່ຖ້າມີແນວຖາມສາມາດຖາມຂ້ອຍໄດ້ເດີ້ ແຕ່ບໍ່ຮັບປະກັນວ່າຂ້ອຍຈະຕອບໄວ
ສຳລັບໃຜທີ່ຢາກຮູ້ວ່າຖ້າຄົບ 1 ເດືອນແລ້ວເຮັດແນວໃດຈຶ່ງຈະໃຊ້ຕໍ່ໄດ້ ໄປອ່ານຕື່ມໄດ້ທີ່