ຄຳວ່າ meme (ມີມ) ຫຼາຍຄົນຄົງເຄີຍໄດ້ຍິນ ແລະ ຄົງເຂົ້າໃຈກັນດີວ່າ ມັນມີຄວາມໝາຍສື່ເຖິງຮູບພາບການເຢາະເຢີ້ຍ ຮຽນແບບໄປໃນທາງຕະຫຼົກເຮຮາ ເຊັ່ນຮູບເຫຼົ່ານີ້

ຄວາມໝາຍ ແລະ ທີ່ມາຂອງຄຳວ່າ meme
ຄຳວ່າ meme ມີເຄົ້າມາຈາກພາສາເກັຣກຄຳວ່າ mīmēma (μίμημα; ອອກສຽງວ່າ [míːmɛːma]) ເຊິ່ງໝາຍຄວາມວ່າການລອກຮຽນແບບ. ຖືກກ່າວເຖິງຄັ້ງທຳອິດໃນປຶ້ມ The Selfish Gene ຂອງ Dawkins ປີ 1976.
ສະໄໝກ່ອນຄຳວ່າມີມຖືກໃຊ້ດ້ານຊີວະສາດດ້ານຢີນແຕ່ປັດຈຸບັນຄວາມໝາຍຂອງມັນໄດ້ປ່ຽນໄປຫຼາຍ.
ອີງຕາມ Oxford Dictionary ໄດ້ໃຫ້ຄວາມໝາຍຂອງຄຳວ່າ meme ໄວ້ວ່າ:
- an idea that is passed from one member of society to another, not in the gene but often by people copying it
ຄວາມຄິດທີ່ຖືກຖ່າຍທອດຈາກຄົນໜຶ່ງໃນໄປສູ່ຄົນອື່ນໃນສັງຄົມ ບໍ່ໄດ້ຢູ່ໃນຢີນ ແຕ່ຄົນມີການຮຽນແບບໄປຕາມໆກັນ
- an image, a video, a piece of text, etc. that is passed very quickly from one internet user to another, often with slight changes that make it humorous
ຮູບພາບ, ວິດີໂອ, ຂໍ້ຄວາມສັ້ນໆ ແລະ ອື່ນໆ ທີ່ຖືກສົ່ງຕໍ່ໃນອິນເຕີເນັດຢ່າງໄວ, ມັກມີການປ່ຽນແປງເລັກນ້ອຍເຮັດໃຫ້ມີຄວາມຕະຫຼົກ
Meme ທຳອິດຂອງໂລກ

ນີ້ເປັນພາບກາຕູນເຢາະເຢີ້ຍທຳອິດ ທີ່ຢູ່ໃນວາລະສານ Octopus ສະບັບເດືອນ ພຶດສະພາ ປີ 1921 ເຊິ່ງເປັນວາລະສານແນວຕະຫຼົກທີ່ຕີພິນໃນມະຫາວິທະຍາໄລວິນສຄອນຊິນ-ເມດີສັນ ໃນຊ່ວງປີ 1919 ຫາ 1959 ໂດຍກາຕູນນີ້ຖືກຖືວ່າເປັນມີມທຳອິດຂອງໂລກ
- ຊ້າຍມື “ສິ່ງທີ່ເຈົ້າຄິດກ່ຽວກັບໜ້າຕາຂອງເຈົ້າ ຕອນທີ່ຖືກຖ່າຍຮູບດ້ວຍໄຟແຟລຊ”
- ຂວາມື “ຄວາມເປັນຈິງ”
ເຈົ້າອາດຈະສົນໃຈ
ເຮົາໃຊ້ WhatsApp ຟຣີ ແລ້ວ WhatsApp ໄດ້ເງິນມາຈາກໃສ?
ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ?
ຄົນດີ ບໍ່ມີຢູ່ຈິງໃນສັງຄົມ
ແລະນອກຈາກນັ້ນຍັງມີ

ເຫຼົ່ານີ້ຄືມີມຈາກ 100 ປີກ່ອນ. ໃນຕອນນັ້ນຍັງບໍ່ມີໃຜເອີ້ນຮູບລັກສະນະນີ້ວ່າມີມ ແຕ່ຫຼັງຈາກທີ່ມີອິນເຕີເນັດຈຶ່ງໄດ້ມີການສົ່ງຕໍ່ຮູບພາບຕະຫຼົກໆ ແລະຮຽນແບບໄປຕ່າງໆນາໆມັນຈຶ່ງການເປັນທີ່ມາຂອງມີມທີ່ເຮົາເຫັນໃນອິນເຕີເນັດທຸກມື້ນີ້
