ໜັງສື The Psychology of money ມີທັງໝົດ 200 ປາຍໜ້າ

ປະກອບດ້ວຍບົດຮຽນການເງິນ 20 ບົດທີ່ແຕກຕ່າງຈາກໜັງສືການເງິນທົ່ວໄປ ໂດຍເຮັດໃຫ້ເຮົາເຂົ້າໃຈເຖິງສິ່ງທີ່ຢູ່ເບື້ອງຫຼັງຄວາມຮັ່ງມີ ແລະ ຄວາມທຸກຈົນ

ຄົນລວຍ ອາດບໍ່ແມ່ນຄົນທີ່ຫາເງິນເກັ່ງ ແລະ ຄົນຈົນອາດບໍ່ແມ່ນຄົນທີ່ມີລາຍໄດ້ໜ້ອຍ

.

ໜັງສືເຫຼັ້ມນີ້ ໄດ້ຂຽນບອກເລົ່າເຖິງປະຫວັດສາດວິກິດທາງເສດຖະກິດທີ່ມີຜົນຕໍ່ສະພາບເສດຖະກິດປັດຈຸບັນ ຈຸດເລັກນ້ອຍທີ່ເຮັດໃຫ້ເກີດການປ່ຽນແປງ ຫຼື ເກີດວິກິດທາງການເງິນ ແລະ ເປັນບັນຫາໄປທົ່ວໂລກ ແຕ່ວິກິດເຫຼົ່ານັ້ນກໍໄດ້ສົ່ງຜົນດີຫຼາຍຢ່າງທີ່ເຮົາສ່ວນຫຼາຍມັກເບິ່ງຂ້າມ ຖ້າຫາກຢາກຮູ້ວ່າທີ່ຂ້ອຍເວົ້ານັ້ນແມ່ນຫຍັງ ສາມາດໄປຊື້ປຶ້ມມາອ່ານໄດ້ທີ່ Caphe17 Books Store

.

ໃນໂພສນີ້ ຄັດຫຍໍ້ເອົາບົດຮຽນທີ່ຖອດຖອນໄດ້ ເຊິ່ງໄດ້ສະຫຼຸບໄວ້ໃນບົດທີ 19 ຂອງໜັງສື ກ່ຽວກັບບົດຮຽນທາງການເງິນທີ່ເຮົາສາມາດນຳໄປໃຊ້ໄດ້ເຊິ່ງມີດັ່ງນີ້:

.

1. ຖ່ອມຕົວ ເມື່ອທຸກຢ່າງເປັນໄປຕາມທີ່ເຮົາຄິດ ແລະ ໃຫ້ອະໄພ ເຫັນອົກເຫັນໃຈ ເມື່ອທຸກຢ່າງບໍ່ເປັນໄປຕາມທີ່ຄິດ: ເຄົາລົບໃນໂຊກ ແລະ ຄວາມສ່ຽງເພາະທັງສອງມີໂອກາດເກີດຂຶ້ນໄດ້ເທົ່າກັນ

2. ຄວາມຕ້ອງການໜ້ອຍ ຄວາມຮັ່ງມີເພີ່ມຂຶ້ນ: ຄວາມຮັ່ງມີ ແມ່ນອີງຕາມຄວາມສາມາດໃນການຫ້າມໃຈໂຕເອງ

3. ບໍລິຫານຈັດການເງິນ ໃນແບບທີ່ເຮັດໃຫ້ເຮົາສາມາດນອນຫຼັບໄດ້ສະບາຍ: ບໍ່ມີວິທີທີ່ຖືກຕ້ອງແນ່ນອນໃນການບໍລິຫານເງິນ ແຕ່ໃຫ້ເລືອກວິທີທີ່ຈະເຮັດໃຫ້ເຮົານອນຫຼັບໂດຍບໍ່ຕ້ອງຄິດຫຼາຍ

4. ສິ່ງດຽວທີ່ຈະເຮັດໃຫ້ເຮົາເປັນນັກລົງທຶນທີ່ດີ ຄືໄລຍະເວລາໃນການລົງທຶນ: ເວລາເປັນສິ່ງທີ່ມີອິດທິພົນທີ່ສຸດໃນການລົງທຶນ

5. ຍອມຮັບຄວາມຜິດພາດຂອງຕົນເອງ: ເຖິງເຮົາຜິດພາດໃນການບໍລິຫານເງິນ ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດເຮັດໃຫ້ມັນດີຂຶ້ນໄດ້

6. ຈົ່ງໃຊ້ເງິນ ເພື່ອຄວບຄຸມເວລາ: ຄວາມສາມາດທີ່ຈະະເຮັດໃນສິ່ງທີ່ຢາກເຮັດ ຕອນທີ່ຢາກເຮັດ ກັບຄົນທີ່ເຮົາຕ້ອງການຄືປັນຜົນທີ່ດີທີ່ສຸດຈາກເງິນ

7. ຈົ່ງເປັນຄົນທີ່ດີຂຶ້ນ ແຕ່ຫຼູຫຼາໜ້ອຍລົງ: ຄົນບໍ່ຊື່ນຊົມເຮົາທີ່ມີລົດຫຼູ ພວກເຂົາຊື່ນຊົມລົດ ແລະ ຄິດວ່າຈະເປັນແນວໃດຖ້າພວກເຂົາໄດ້ຂັບລົດຄັນນັ້ນ

8. ການອອມເງິນ ບໍ່ຈຳເປັນຕ້ອງງມີເຫດຜົນ: ມັນດີຖ້າມີເປົ້າໝາຍໃນການອອມເງິນ ແຕ່ຖ້າບໍ່ມີເປົ້າໝາຍໃນການອອມ ກໍອອມໂລດ ເພາະຊີວິດມັກມີເລື່ອງບໍ່ຄາດຄິດເກີດຂຶ້ນຕະຫຼອດ

9. ທຸກຄວາມສຳເລັດ ມີຕົ້ນທຶນ ແລະເຮົາຕ້ອງເຕັມໃຈທີ່ຈະຈ່າຍໃຫ້ມັນ: ບໍ່ມີຫຍັງໄດ້ມາຟຣີ ທຸກຢ່າງມັນຕ້ອງແລກ ແລະ ອາດຕ້ອງແລກດ້ວຍສິ່ງທີ່ເຮົາຄິດບໍ່ເຖິງ

10. ເພື່ອໃຈໃຫ້ກົບຄວາມຜິດພາດ: ເຊື່ອສະເໝີວ່າເຮົາສາມາດຜິດພາດໄດ້

11. ຫຼີກລ່ຽງການຕັດສິນໃຈທາງການເງິນທີ່ສຸດໂຕ່ງ: ເປົ້າໝາຍ ແລະ ຄວາມຕ້ອງການຂອງເຮົາຈະປ່ຽນໄປຕາມໄລຍະເວລາ ສິ່ງທີ່ເຮົາຕ້ອງການຕອນນີ້ເຮົາອາດຈະບໍ່ມີຄວາມໝາຍໃນອະນາຄົດ

12. ຈົ່ງມັກຄວາມສ່ຽງ ທີ່ຈະຈ່າຍຜົນຕອບແທນເມື່ອເວລາຜ່ານໄປ: ບໍ່ຄວນເສຍເວລາກັບຄວາມສ່ຽງທີ່ຈະເຫັນຜົນໄວວາ ແຕ່ຈົ່ງອົດທົນກັບຄວາມສ່ຽງທີ່ຈະເຫັນຜົນໃນອະນາຄົດ

13. ເຂົ້າໃຈເກມທີ່ຕົນເອງກຳລັງຫຼີ້ນຢູ່: ບໍ່ຄວນຖາມຄຳແນະນຳກ່ຽວກັບເກມນີ້ ກັບຄົນທີ່ບໍ່ເຄີຍຫຼິ້ນເກມນີ້

14. ບໍ່ມີຄຳຕອບທີ່ຖືກຕ້ອງ: ເປົ້າໝາຍແຕ່ລະຄົນຕ່າງກັນ ເຮົາຄວນຫາຄຳຕອບທີ່ເຮົາຮູ້ສຶກວ່າແມ່ນສຳລັບເຮົາ


ສາມາດໄປຊື້ໜັງສືໄດ້ທີ່ Caphe17 Books Store