The Flat Earth Society

ໂລກໃບນີ້ມັນແບນ

ຖ້າຂ້ອຍບອກວ່າໂລກນີ້ມັນແບນ ມັນບໍ່ໄດ້ເປັນໜ່ວຍມົນເຈົ້າຈະເຊື່ອບໍ່? ແນ່ນອນວ່າເຈົ້າບໍ່ເຊື່ອ ບໍ່ມີໃຜເຊື່ອແນ່ນອນ,

ແລ້ວໂລກມັນເປັນໜ່ວຍມົນຫວາ?

ຮູ້ໄດ້ຈັ່ງໃດວ່າມັນເປັນໜ່ວຍມົນ?

ເຄີຍເຫັນໂລກຈາກນອກຈາກອາວະກາດກັບຕາແລ້ວຫວາ?

ມີຫຼັກຖານຫຼາຍຢ່າງທີ່ຍັ້ງຍືນວ່າໂລກເປັນໜ່ວຍມົນ….

ດຽວໆ! ຢ່າຟ້າວຕັດສິນຂ້ອຍ ຂ້ອຍບໍ່ທັນໄດ້ບອກວ່າຂ້ອຍເຊື່ອວ່າໂລກມັນແບນ ແຕ່ທີ່ຂ້ອຍຈະບອກຄືມັນມີຄົນທີ່ເຊື່ອແບບນີ້ ແລະບໍ່ໄດ້ມີໜ້ອຍອີກ.

ຂໍແນະນຳໃຫ້ຮູຈັກກັບ The Flat Earth Society

The Flat Earth Society ຫຼື ສະມາຄົມໂລກແບນ ( ແມ່ນລະ ມັນມີສະມາຄົມນີ້ແທ້ ) ມັນເປັນການລວມຕົວກັນຂອງຄົນທີ່ເຊື່ອວ່າໂລກແບນ ດ້ວຍເຫດຜົນຕ່າງໆນາໆທີ່ເຂົາເຈົ້າຄິດຂຶ້ນມາ ເຊິ່ງມັນມີຄວາມເປັນໄປໄດ້ບໍ່ ຂ້ອຍບໍ່ຮູ້ (ເພາະຂ້ອຍບໍ່ແມ່ນນັກດາລາສາດ) ແຕ່ຖ້າໃຫ້ໄປສຶກສາເຖິງທິດສະດີທີ່ເຮັດໃຫ້ເຊື່ອວ່າໂລກແບນ ຂ້ອຍອາດຈະກາຍເປັນຊາວໂລກແບນ ແລະອາດກາຍເປັນສະມາຊິກຄົນໃໝ່ຂອງສະມາຄົມ ( ຂ້ອຍເລີຍບໍ່ເຮັດດີກວ່າ )

ແຕ່ຂ້ອຍໄປສຶກສາວ່າ ແມ່ນຫຍັງທີ່ເຮັດໃຫ້ເຂົາເຈົ້າເຊື່ອແບບນີ້

ຄຳຕອບທີ່ໄດ້ຄື YouTube ແລະ ສື່ Social Media ອື່ນໆ ຄົນສວ່ນຫຼາຍໄດ້ຄວາມເຊື່ອແບບນີ້ຈາກສິ່ງທີ່ເຫັນທຸກມື້ ຄື Social Media ແລະໂລກ ທີ່ເບິ່ງຈາກພື້ນໂລກແລັວບໍ່ເຫັນເລີຍວ່າມັນເປັນວົງມົນ.

ຖ້າລອງຄົ້ນຫາຄຳວ່າ “Flat Earth” ໃນ YouTube ກໍຈະເຫັນຫຼາຍວິດີໂວກ່ຽວກັບໂລກແບນ ສ່ວນຫຼາຍກໍຈະເປັນແນວທີ່ອະທິບາຍວ່າໂລກມັນບໍ່ໄດ້ແບນ ແລ້ວເຈົ້າລອງເບິ່ງວິດີໂອເຫຼົ່ານັ້ນໄປຈັກ 2-3 ວິດີໂອ ແລ້ວເຈົ້າຈະສັງເກດວ່າວິດີໂອຕໍ່ໄປທີ່ YouTube ແນະນຳກໍເປັນວິດີໂອທີ່ມີເນື້ອຫາຄ້າຍຄືກັນ. ນີ້ແຫຼະຄືສິ່ງທີ່ເກີດຂຶ້ນກັບຊາວໂລກແບນ ພວກເຂົາອາດຈະເບິ່ງວິດີໂອໃດໜື່ງທີ່ບອກວ່າໂລກແບນ ແລ້ວວິດີໂອຕໍ່ໄປທີ່ມີຄວາມຄ້າຍຄືກັນກໍຖືກນຳສະເໜີ ເຊິ່ງມັນເປັນ Algorithm ຂອງ YouTube ແລະ ແພລດຟອມອື່ນໆກໍເຊັ່ນດຽວກັນ.

ຖ້າເຈົ້າກຳລັງຄິດວ່າຊາວໂລກແບນ ເປັນພວກ Idiot ທີ່ບໍ່ຕັ້ງໃຈຮຽນວິຊາວິທະຍາສາດ ແລະພູມສາດ ຢາກໃຫ້ຢຸດຄິດກ່ອນ ຂ້ອຍກໍຄິດວ່າມັນຕະຫຼົກທີ່ຍັງມີຄົນຄິດແບບນີ້ຢູ່ ແຕ່ຖ້າຂ້ອຍຖາມເຈົ້າວ່າເຈົ້າເຊື່ອເລື່ອງຜີ ວິນຍານ ພະເຈົ້າ ເທວະດາ ນະລົກ ຫຼື ສະຫວັນບໍ່ ເຈົ້າຊິຕອບວ່າຈັງໃດ? ມີຫຼາຍຄົນທີ່ເຊື່ອເລື່ອງນີ້ທົ່ວໂລກ ແລ້ວມັນກໍຄືທິດສະດີໂລກແບນນັ້ນແຫຼະ ວິທະຍາສາດຢັ້ງຢືນແລ້ວບໍວ່າຜີ ຫຼືວິນຍານມີແທ້ ເທວະດາ ຫຼືພະເຈົ້າທີ່ເຮົາເອີ້ນຫາຕະຫຼອດ ມີຢູ່ແທ້ຫວາ? ແລ້ວເປັນຫຍັງຄົນທີ່ເຊື່ອເລື່ອງພວກນີ້ຈຶ່ງບໍ່ຖືກມອງວ່າ Idiot

ທຸກຄົນມີສິດທີ່ຈະເຊື່ອໃນສິ່ງໃດກໍໄດ້ ແຕ່ສິດທີ່ເຮົາບໍ່ມີຄືສິດລ່ວງລະເມີດສິດຂອງຄົນອື່ນ ( ອ່ານໃຫມ່ກະໄດ້ຄັນງົງ ) ທ້າຍນີ້ຢາກຈະບອກວ່າຂ້ອຍບໍ່ໄດ້ເຊື່ອວ່າໂລກແບນ ແລະຢ່າເຊື່ອສິ່ງທີ່ເຫັນເພາະມັນອາດບໍ່ແມ່ນຄວາມຈິງສະເໝີໄປ.

The Flat Earth Society ມີເພຈເປັນທາງການຢູ່ Facebook ແລະ Twitter ໃຜຢາກໄປແວ່ເບິ່ງກະໄປໄດ້

ແລະຂໍຂອບໃຈທີ່ອ່ານຈົນຈົບ

https://www.facebook.com/FlatEarthToday/

https://twitter.com/FlatEarthOrg…


ເຈົ້າອາດຈະສົນໃຈ

ເຮົາໃຊ້ WhatsApp ຟຣີ ແລ້ວ WhatsApp ໄດ້ເງິນມາຈາກໃສ?

ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ?

meme ທຳອິດຂອງໂລກ