ສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນຊ່ວງ 20 ປີຜ່ານມາຂອງຊີວິດ o( ̄▽ ̄)ブ

1. ຈົ່ງຮັກສາສຸຂະພາບ ແລະໃຊ້ເວລາໃຫ້ຄຸ້ມຄ່າ: ສອງຢ່າງນີ້ຄືສິ່ງທີ່ສູນເສຍໄປ ແລ້ວເອົາກັບຄືນມາບໍ່ໄດ້, ສຸຂະພາບຂອງເຮົາຈະເຊື່ອມໂຊມຕາມການເວລາ ເຊັ່ນດຽວກັນກັບເວລາທີ່ກຳລັງມີໜ້ອຍລົງ,ໃຊ້ເວລາ ເຮັດໃນສິ່ງທີ່ມີຄວາມສຸກ, ມີຄວາມໝາຍຕໍ່ຕົນເອງ ແລະຄົນອື່ນ.

2. ຢ່າອິນກັບຄວາມຮັກຊ່ວງອາຍຸກ່ອນ 20 : ຂ້ອຍຍຶດຕິດກົດຂໍ້ນີ້ມາຕະຫຼອດ ບໍ່ແມ່ນວ່າຂ້ອຍບໍ່ສົນເລື່ອງຄວາມຮັກ ແຕ່ເຊື່ອບໍ່ວ່າ ຄົນທີ່ເຮົາຄົບຕອນທີ່ຍັງເປັນໄວລຸ້ນ ຈະບໍ່ແມ່ນຄົນຄົນນັ້ນທີ່ເຮົາຈະແຕ່ງງານນຳໃນອະນາຄົດ,ທຳຄວາມຮູ້ຈັກຄົນໃຫ້ຫຼາຍໆ ໃຊ້ເວລາຮ່ວມກັນກັບພວກເຂົາ ແລະເປັນຄວາມຊົງຈຳດີໆໃຫ້ກັນແລະກັນ.

3. Discipline > Motivation: ການມີແຮງບັນດານໃຈເປັນສິ່ງທີ່ດີ ແຕ່ມັນບໍ່ແມ່ນສິ່ງທີ່ຈະເຮັດໃຫ້ເຮົາປະສົບຜົນສຳເລັດ ມັນຊ່ວຍໃນການເລີ່ມຕົ້ນ ແຕ່ວິໄນຕ່າງຫາກທີ່ຈະເຮັດໃຫ້ເຮົາບັນລຸເປົ້າໝາຍໄດ້, ຝຶກການມີວິໄນກັບຕົນເອງ 💪

4. ຢ່າຢ້ານທີ່ຈະບອກຄວາມຮູ້ສຶກດີໆທີ່ຕົນເອງມີຕໍ່ຄົນອື່ນ: ມັກໃຜກະບອກໄປໂລດ, ມັກຮອຍຍິ້ມ ສຽງຫົວ ແວວຕາ ຫຼືອີ່ຫັຍງກະບອກໄປໂລດ ເຖິງມັນເປັນສິ່ງເລັກໆນ້ອຍໆ ແຕ່ເຊື່ອບໍ່ວ່າຄຳເວົ້າເຫຼົ່ານີ້ ເຮັດໃຫ້ພວກເຂົາຮູ້ສຶກດີໃດ້ຫຼາຍເທົ່າ

5. ການເຂົ້າໃຈໂລກໃຫ້ຫຼາຍ ສາມາດປ້ອງກັນຄວາມເຈັບປວດທີ່ໂລກຈະເຮັດກັບເຮົາໄດ້: ເຂົ້າໃຈກົດເກນທຸກຢ່າງຂອງໂລກ ເຂົ້າໃຈຄວາມຮູ້ສຶກຄົນ ເຂົ້າໃຈວ່າທຸກຢ່າງທີ່ເກີດຂຶ້ນມີເຫດຜົນ ແລ້ວຍອມຮັບມັນ

6. ຮັກໂຕເອງ ຄືຮັກທີ່ວິເສດ: ເຮົາຈະມີຄວາມສຸກຂຶ້ນຫຼາຍເທົ່າຖ້າເຮົາຮັກໂຕເອງຫຼາຍຂຶ້ນ 💖

7. ລະຫວ່າງຄວາມຮູ້ສຶກ ແລະຄວາມຈິງ ໃຫ້ເລືອກຄວາມຮູ້ສຶກ: ຄວາມຈິງ ຈັ່ງໃດມັນກະຍັງຄົງຈະເປັນຄວາມຈິງ ແຕ່ຖ່າໃຫ້ເລືອກເວົ້າ ກໍຈົ່ງເວົ້າສິ່ງທີ່ມັນຮັກສາຄວາມຮູ້ສຶກຂອງຄົນອື່ນ ເພາະບາງຄວາມຈິງມັນກໍເປັນສິ່ງທີ່ເຈັບປວດ


ຕະຫຼອດ 20 ປີທີ່ຜ່ານມາ ມີຫຼາຍເລື່ອງຫຼາຍຄວາມຊົງຈຳ

ແລະແນ່ນອນວ່າເມື່ອຂ້ອຍນຶກຍ້ອນກັບໄປ ບໍ່ວ່າຈະຍ້ອນໄປໃນຊ່ວງເວລາທີ່ດີ ຫຼືຮ້າຍ….ຂ້ອຍກໍຈະຍິ້ມໄດ້. 😊

ຢາກຂອບໃຈທຸກຄົນທີ່ເຂົ້າມາໃນຊີວິດ ແລະທຸກໆເລື່ອງທັງດີ ແລະຮ້າຍທີ່ເກີດຂຶ້ນ.

ແລະຕ້ອງຂໍໂທດ ຖ້າຂ້ອຍເຄີຍເປັນຄວາມຊົງຈຳທີ່ບໍ່ດີໃຫ້ກັບໃຜ.

ແຕ່ຫວັງວ່າ ມື້ນັ້ນ ມື້ທີ່ເຈົ້ານຶກຍ້ອນກັບໄປ ແລ້ວໄປເຫັນປິ່ນແກ້ວຄົນນັ້ນ ຂ້ອຍຫວັງວ່າເຈົ້າຈະມີຮອຍຍິ້ມ ( *︾▽︾)

ມື້ນີ້ ຂ້ອຍຂຽນໃນຖານະເດັກອາຍຸ 20 ຄົນໜຶ່ງ ແຕ່ອີກ 10 ປີຂ້າງໜ້າ ຂ້ອຍຈະກັບມາຂຽນໃນຖານະຫຍັງຂ້ອຍກໍຕື່ນເຕັ້ນທີ່ຈະໄດ້ຮູ້ຄືກັນ.

04/06/2003 - 04/06/2023