ວັນທີ 17 ເດີອນ ພະຈິກ ປີກ່ອນ ຂ້ອຍຕັດສິນໃຈເຮັດຫຍັງທີ່ຂ້ອຍຄິດວ່າມັນແປກດີ ຄືການຢຸດຫຼິ້ນ social media (Facebook, Instagram, Twitter, Tiktok, Discord) ແຕ່ຂ້ອຍຍັງໃຊ້ Youtube ແລະ Pinterest ເປັນບາງຄັ້ງຄາວ .

ນີ້ປັນການທົດລອງບ້າໆ ທີ່ຈິງຂ້ອຍຕັ້ງໃຈຈະເຮັດໃຫ້ໄດ້ໜຶ່ງປີ ແຕ່…ນັ້ນແຫຼະ ຂ້ອຍເຮັດບໍ່ໄດ້ 😅 ແຕ່ວ່າຊ່ວງຫົກເດືອນຜ່ານມາຂ້ອຍໄດ້ຮຽນຮູ້ຄວາມຈິງບາງຢ່າງຈາກການທົດລອງຄັ້ງນີ້:

1. ໝູ່ ທີ່ຈິງແລ້ວມີໜ້ອຍຫຼາຍ ແລະມັນເປັນເລື່ອງໂອເຄ:

ເຮົາອາດຈະມີໝູ່ເປັນພັນຄົນໃນເຟສບຸກ ແຕ່ເມື່ອເຮົາຫາຍໄປຈາກເຟສບຸກ ມີໝູ່ໜ້ອຍຫຼາຍທີ່ຈະຖາມຫາເຮົາ.

2. ບໍ່ແມ່ນທຸກເລື່ອງທີ່ສຳຄັນກັບເຮົາ:

ກ່ອນໜ້າທີ່ຂ້ອຍຈະຢຸດໃຊ້ເຟສບຸກ ຂ້ອຍເປັນຄົນໜຶ່ງທີ່ມີອາການ FOMO (Fear Of Missing Out) ຢູ່ລະດັບໜຶ່ງ ຄືອາການຢ້ານບໍ່ຮູ້ວ່າມີຫຍັງເກີດຂຶ້ນ (ເວົ້າງ່າຍໆຄື ຢ້ານນຳກະແສບໍ່ທັນ) ແຕ່ຄວາມຈິງຄື ເລື່ອງພວກນັ້ນມັນບໍ່ໄດ້ສົ່ງຜົນກັບຊີວິດຂ້ອຍປານນັ້ນ ແຕ່ຖ້າມັນເປັນເລື່ອງຄໍຂາດບາດຕາຍອີ່ຫຼີ ຄົນຂ້າງບ້ານຫາກເອົາມາເຫຼົ່າສູ່ຟັງເອງ ບໍ່ຕ້ອງຢ້ານຕົກຂ່າວດອກ.

3. ເວລາຄືສິ່ງທີ່ຄວນໃຊ້ໃຫ້ຄຸ້ມ:

ລະຫວ່າງຫົກເດືອນຜ່ານມາ ມັນເຮັດໃຫ້ຂ້ອຍໄດ້ຮູ້ສຶກວ່າ ໜຶ່ງມື້ = 24 ຊົ່ວໂມງ ( 😂) ແລະຂ້ອຍເສຍເວລາໃປກັບການນອນ 8 ຊມ ຕໍ່ມື້(ບາງມື້) ແລະຫຼາຍກວ່າ 2 ຊມ ກັບການຫຼິ້ນໂທລະສັບ ເຊິ່ງເວລາສອງຊົ່ວໂມງນັ້ນ ຂ້ອຍສາມາດເອົາໄປເຮັດຫຍັງໄດ້ຕັ້ງຫຼາຍຢ່າງເຊັ່ນ ນອນເວັນ.. ຫຼືເຮັດແນວມີປະໂຫຍດກວ່ານັ້ນເຊັ່ນ ອ່ານໜັງສື, ແຕ້ມຮູບ, ຝືກພາສາ, ຫຼືແກ້ bug code ທີ່ຂ້ອຍຂຽນບໍ່ແລ້ວຈັກເທື່ອ… ແລະເຮົາຍັງໜຸ່ມ ເຮົາຍັງມີເວລາຫຼາຍ ຖ້າໃຊ້ເວລາມື້ລະ 2 ຊມ ໃນການພັດທະນາຕົວເອງທຸກໆມື້ ໜຶ່ງປີຄິດເບິ່ງວ່າເຮົາຈະເກັ່ງຂຶ້ນຫຼາຍປານໃດ.

ເຈົ້າອາດຈະສົນໃຈ

meme ທຳອິດຂອງໂລກ

ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ?

ຄົນດີ ບໍ່ມີຢູ່ຈິງໃນສັງຄົມ

4. ສິ່ງທີ່ເຮົາເຫັນໃນໂລກອອນລາຍບໍ່ແມ່ນຄວາມຈິງສະເໝີໄປ:

ຄວາມຈິງຄື ທຸກຄົນເລືອກໂຊແຕ່ດ້ານດີຂອງຕົວເອງ ເອົາສິ່ງທີ່ດີທີ່ສຸດມາໂຊ ບໍ່ມີໃຜຢາກໂຊຮູບຂີ້ຮ້າຍຂອງໂຕເອງແລ້ວຫຼາຍຄົນກໍຈະມັກປຽບທຽບຕົວເອງກັບຄົນອື່ນ ທັງໆທີ່ບໍ່ຮູ້ວ່າສິ່ງທີ່ເຫັນ ເປັນຄວາມຈິງຫຼືບໍ່.

5. ຄວາມຕ້ອງການ connect ກັບໂລກອອນລາຍ ອາດເຮັດໃຫ້ເຮົາ disconnect ກັບໂລກແຫ່ງຄວາມເປັນຈິງ:

ການໄດ້ສົນທະນາກັບຄົນແບບເຊິ່ງໜ້າ ເປັນຫຍັງທີ່ມີຄຸນຄ່າກວ່າການລົມກັນຜ່ານໂທລະສັບ, ການສຳຜັດກັບທຳມະຊາດ ສຽງນົກຮ້ອງ, ການໄດ້ຕື່ນມາຕອນເຊົ້າມືດ ແລະອອກໄປແລ່ນໃຫ້ໝາແຖວບ້ານເຫົ່າ ເປັນເລື່ອງໜຶ່ງທີ່ໜ້າຕື່ນເຕັ້ນສຳລັບຂ້ອຍຊ່ວງໜຶ່ງ 🤣. ບາງຄັ້ງ ຄົນເຮົາໂຫຍຫາສິ່ງທີ່ເຮົາຕ້ອງການ ຈົນລືມວ່າສິ່ງທີ່ເຮົາມີຢູ່ນັ້ນພິເສດ.

ນີ້ເປັນການຕັດສິນໃຈທີ່ດີທີ່ສຸດທີ່ຂ້ອຍເຄີຍເຮັດໃນຊ່ວງອາຍຸ 18. ຫົກເດືອນ ເປັນຫຍັງທີ່ຜ່ານໄປໄວຫຼາຍ ຂ້ອຍອາດພາດຫຼາຍໆຢ່າງທີ່ເກີດຂຶ້ນໃນສັງຄົມໃນຊ່ວງຜ່ານມາ ແຕ່ມັນຈະໜ້າເສຍດາຍຫຼາຍ ຫາກຕ້ອງເສຍເວລາຫຼາຍຮ້ອຍຊົ່ວໂມງໄປລ້າໆ.