WhatsApp ເລີ່ມຕົ້ນດ້ວຍການຍຶດຫມັ້ນຄວາມປອດໄພ,ຄວາມເປັນສ່ວນຕົວຂອງຜູ້ໃຊ້ ແລະບໍ່ສະແຫວງຜົນກຳໄລ. ທັງໝົດເລີ່ມເມື່ອປີ 2009 ໂດຍ Jan Koum ແລະ Brian Acton

ໃນຊ່ວງທີ່ພວກເຂົາເລີ່ມພັດທະນາ WhatsApp ພວກເຂົານັ່ງໃນຫ້ອງທີ່ມີໂຕະໄມ້ເກົ່າໆ ເວົ້າໄດ້ວ່າພວກເຂົາເລີ່ມຈາກ 0 ແລະເມື່ອມີການເປີດໂຕແອັບ, ມີຄົນໃຊ້ເພີ່ມຂຶ້ນ ແນ່ນອນວ່າແອັບກໍຕ້ອງມີການພັດທະນາ ພວກເຂົາໄດ້ສະເໜີຕົວເລືອກໃຫ້ຜູ້ໃຊ້ຈ່າຍຄ່າບໍລິການ 1 ດອລລາຕໍ່ປີ ແລະແນ່ນອນ ຜູ້ໃຊ້ສ່ວນຫຼາຍຍອມຈ່າຍເພື່ອແລກກັບຄວາມສະດວກສະບາຍ ແຕ່ຄົນທີ່ບໍ່ຍອມຈ່າຍ ພວກເຂົາກໍຍັງໃຊ້ແອັບໄດ້ຕໍ່ໄປ, ຄ່າບໍລິການ1ດອລລາຕໍ່ປີນີ້ ຄ້າຍຄືກັບການບໍລິຈາກ ໃຜຈ່າຍກໍໄດ້,ໃຜບໍ່ຈ່າຍກໍບໍ່ເປັນຫຍັງ ນອກຈາກນັ້ນພວກເຂົາອາໄສເງິນລົງທຶນຈາກນັກລົງທຶນຫຼາຍໆຄົນເພື່ອພັດທະນາແລະປະຄັບປະຄອງ WhatsApp ໃຫ້ຢູ່ຕໍ່

ແຕ່ເງິນພຽງເທົ່ານັ້ນ ບໍ່ພຽງພໍທີ່ຈະເຮັດໃຫ້ WhatsApp​ ພັດທະນາໄປຕໍ່ໄດ້. ແລະ ພວກເຂົາຈະອາໄສເງິນຈາກນັກລົງທຶນເຫຼົ່ານັ້ນຕະຫຼອດໄປບໍ່ໄດ້ ເພາະວ່າບໍ່ມີໃຜຢາກລົງທຶນກັບສິງທີ່ສ້າງເງິນບໍ່ໄດ້.

ໃນປີ​ 2014,​ Facebook ເຂົ້າຊື້ WhatsApp​ ດ້ວຍເງິນ 19ພັນລ້ານ$ ນັ້ນເປັນການຊື້ແອັບທີ່ລາຄາສູງສຸດໃນປະຫວັດສາດ ໃນຂະນະທີ່ WhatsApp ມີຜູ້ໃຊ້ຫຼັກລ້ານຄົນ.

ແລ້ວ Mark Zuckerberg ຊື້ WhatsAppໃນລາຄາສູງປານນັ້ນເພື່ອຫຍັງ?ໃນເມື່ອ WhatsAppສ້າງເງິນບໍ່ໄດ້ເລີຍ.

ແນ່ນອນວ່າ Mark Zuckerberg ຄິດດີແລ້ວກ່ອນຈະຊື້

ທັກສະນະທີ່ແຕກຕ່າງລະຫວ່າງ WhatsApp ແລະ Facebook

WhatsApp ຄືແອັບທີ່ໃຫ້ຄວາມສຳຄັນກັບຄວາມເປັນສ່ວນຕົວຂອງຜູ້ໃຊ້Jan Koum ແລະ Brian Acton ເຈົ້າຂອງ WhatsApp ບໍ່ມັກການໂຄສະນາໃນແອັບ, ຕ້ອງການໃຫ້ WhatsApp ຟຣີ ແລະ ບໍ່ຕ້ອງການເກັບ ຫຼືຂາຍຂໍ້ມູນຜູ້ໃຊ້ ເຊິ່ງ Facebook ຄືທຸກສິ່ງທີ່ກົງກັນຂ້າມ.

Facebook ຄືແອັບ Social Media ທີ່ໃຫຍ່ທີ່ສຸດ ແລະເປັນແພຣັດຟອມໂຄສະນາໜຶ່ງທີ່ໃຫຍ່ສຸດເຊັ່ນກັນ, ມີການເກັບຂໍ້ມູນຜູ້ໃຊ້ ທີ່ຜູ້ໃຊ້ເອງກໍອາດບໍ່ຮູ້ວ່າພວກເຂົາເອົາຂໍ້ມູນຫຍັງໄປແນ່ ແລະ ຄວາມຈິງຄືພວກເຂົາເອົາທຸກຢ່າງທີ່ເອົາໄດ້ ນັບຕັ້ງແຕ່ ຊື່ ເບີໂທລະສັບ ຂໍ້ມູນໂທລະສັບ ທີ່ຢູ່ ລວມເຖິງບົດສົນທະນາທີ່ພວກເຮົາມີໃນ Facebook Messenger ທຸກຂໍ້ຄວາມ, ສຽງ, ຮູບພາບ ຖືກເກັບກຳໄປຈົນໝົດ ເຊິ່ງຂໍ້ມູນເຫຼົ່ານັ້ນຖືກໃຊ້ໃນການກຳນົດເປົ້າໝາຍໂຄສະນາທີ່ມີປະສິດທິພາບ.

ເມື່ອທັງສອງບໍລິສັດມີທັດສະນະທີ່ແຕກຕ່າງກັນປານນີ້ ເປັນຫຍັງ WhatsApp ຍັງຍອມຖືກຊື້?​

ລອງສວມບົດບາດເປັນ Jan Koum ແລະ Brian Acton ເຈົ້າຊິເຮັດແນວໃດກັບເງິນ 19 ພັນລ້ານດອລລາຢູ່ຕໍ່ໜ້າ ໃນຂະນະທີ່ບໍ່ລິສັດເຈົ້າກຳລັງມາເຖິງທາງຕັນ ແລະຫາກເບິ່ງໃນແງ່ຂອງທຸລະກິດ ສິນຄ້າທີ່ບໍ່ມີມູນຄ່າ ມັນບໍ່ແມ່ນສິນຄ້າ ແລະ ບໍ່ແມ່ນທຸລະກິດ ພວກເຂົາເຫັນວ່າ Facebook ຈະຊ່ວຍໃຫ້ WhatsApp ເຕີບໂຕໄດ້ ໂດຍ Mark Zuckerberg ກໍໃຫ້ສັນຍາວ່າພວກເຂົາຈະບໍ່ເອົາ Facebook ໄປຫຍຸ້ງກ່ຽວກັບ WhatsApp ແລະຈະໃຫ້ Jan Koum ແລະ Brian Acton ມີບົດບາດໃນການພັດທະນາ WhatsApp ໄດ້ຕາມໃຈ.

ນີ້ເປັນຂໍ້ສະເໜີທີ່ແນ່ນອນວ່າປະຕິເສດບໍ່ໄດ້ ຫລັງຈາກທີ່ WhatsApp ກາຍເປັນຂອງ Facebook ຜູ້ໃຊ້ກໍກັງວົນກັບຄວາມເປັນສ່ວນຕົວ ເພາະເຟສບຸກເອງກໍມັກມີປະເດັນກ່ຽວກັບການບໍ່ເຄົາລົບຄວາມເປັນສ່ວນຕົວຂອງຜູ້ໃຊ້, ແລະ ມີການເປີດເຜີຍບົດສົນທະນາຂອງ Mark Zuckerberg ກ່ຽວກັບຂໍ້ມູນຜູ້ໃຊ້ ຕັ້ງແຕ່ເລີ່ມສ້າງເຟສບຸກ

“ຖ້າຕ້ອງການຂໍ້ມູນຂອງໃຜ ກໍພຽງແຕ່ຖາມ, ຂ້ອຍມີຫຼາຍກ່ວາ4ພັນອີເມວ, ຮູບພາບ, ທີ່ຢູ່ ແລະ social network, ພວກເຂົາຕັ້ງເອົາໃຫ້ຂ້ອຍ, ບໍ່ຮູ້ຄືກັນ ພວກເຂົາເຊື່ອໃຈຂ້ອຍ, ໂ_ດໂງ່ເລີຍ ”

ເລື່ອງນີ້ເອງເຮັດໃຫ້ເກີດບັນຫາຄວາມເຊື່ອໃຈຂອງຜູ້ໃຊ້ຕໍ່ເຟສບຸກ ແລະ WhatsApp ເອງ ເຊິ່ງຫລັງທີ່ກາຍເປັນຂອງເຟສບຸກບໍ່ພໍເທົ່າໃດປີ ສິ່ງທີ່ທຸກຄົນບໍ່ຕ້ອງການໃຫ້ເກີດ ມັນກໍເກີດຂຶ້ນ, ຂໍ້ມູນຜູ້ໃຊ້ ຖືກແບ່ງປັນໃຫ້ Facebook ແລະ ພວກເຂົາກໍໄດ້ສ້າງແອັບທີ່ສາມາດສ້າງເງິນໄດ້ຄື WhatsApp Business.

ເຈົ້າອາດຈະສົນໃຈ

meme ທຳອິດຂອງໂລກ

ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງບໍ່ເກັ່ງອັງກິດ?

ຄົນດີ ບໍ່ມີຢູ່ຈິງໃນສັງຄົມ

ຄວາມບໍ່ລົງຮອຍກັນລະຫວ່າງ Brian Acton ແລະ Mark Zuckerberg

ເມື່ອຄວາມແຕກຕ່າງແບບສຸດຂົ້ວມາພົບກັນ ແນ່ນອນວ່າມັນຕ້ອງໄປບໍ່ລອດ ແລະມີພຽງຝ່າຍດຽວທີ່ຈະເປັນຜູ້ຊະນະ. Brian Acton ຮັບບໍ່ໄດ້ກັບສິ່ງທີ່ Mark Zuckerberg ເຮັດກັບ WhatsApp ລາວຈຶ່ງລາອອກຈາກ Facebook.​

Untitled

ລາວຕັດສິນໃຈ ຖິ້ມໜ້າທີ່ການງານທີ່ດີ, ແລະເງີນຫຼາຍຮ້ອຍລ້ານເພື່ອມາເລີ່ມໃໝ່ໂດຍອາໄສເງິນຈາກສ່ວນແບ່ງຈາກຫຸ້ນຂອງ WhatsApp ມາເລີ່ມບໍລິສັດໃໝ່ ແລະສ້າງແອັບໃໝ່ທີ່ຊື່ວ່າ Signal ໃນປີ 2014 ເຊິ່ງເລີ່ມດ້ວຍພື້ນຖານດຽວກັບທີ່ WhatsApp ເລີ່ມຄື ”ວ່ອງໄວ ຟຣີ ແລະປອດໄພ”

Untitled

Signal ຄືແອັບສົ່ງຂໍ້ຄວາມຄ້າຍຄື WhatsApp ມີການເຂົ້າລະຫັດແບບສ່ອງຝັ່ງທີ່ປອດໄພຫຼາຍກວ່າ WhatsApp ແລະແນ່ນອນວ່າມີຄວາມເປັນສ່ວນຕົວຫຼາຍກວ່າ ແລະທີ່ສຳຄັນຄືເປັນ Open source. ມັນຄືທຸກຢ່າງທີ່ Jan Koum ແລະ Brian Acton ຢາກໃຫ້ WhatsApp ເປັນແຕ່ແນ່ນອນວ່າມັນເປັນໄປບໍ່ໄດ້ແລ້ວ.

WhatsApp ໄດ້ເງິນມາຈາກໃສ?

ເຮົາໃຊ້ WhatsApp ຟຣີ ຄືກັບທີ່ເຮົາໃຊ້ Facebook ຟຣີ ແລະ ແອັບອື່ນໆເຊັ່ນກັນ ສິ່ງສຳຄັນພວກເຂົາບໍ່ໄດ້ຕ້ອງການເງິນຂອງພວກເຮົາຫຼາຍປານນັ້ນ ແຕ່ມັນຄືຂໍ້ມູນສ່ວນຕົວຕ່າງຫາກທີ່ພວກເຂົາຕ້ອງການ ແລະ ຍິ່ງມີຄົນໃຊ້ຫຼາຍຍິ່ງເປັນເລື່ອງດີ ເຊິ່ງນີ້ເອງເປັນເຫດຜົນໃຫ້ Facebook ຕັດສິນໃຈຊື້ WhatsApp ໃນລາຄາທີ່ສູງສຸດໃນປະຫວັດສາດ. ປັດຈຸບັນມີຜູ້ໃຊ້ WhatsApp ຫຼາຍກວ່າ 2ພັນລ້ານຄົນທົ່ວໂລກ ແລະ ມີຂໍ້ຄວາມທີ່ຖືກສົ່ງຫຼາຍກ່ວາ100ພັນລ້ານຂໍ້ຄວາມຕໍ່ມື້. ຄົນທີ່ນຳໃຊ້ WhatsApp ມີທຸກເພດທຸກໄວ ເຊິ່ງນັ້ນເປັນເປົ້າໝາຍທີ່ເຟສບຸກຕ້ອງການ. ຂໍ້ມູນຜູ້ໃຊ້ທີ່ຖືກແບ່ງປັນໃຫ້ເຟສບຸກ ສ້າງປະໂຫຍດໃນການຂະຫຍາຍເຄືອຂ່າຍຂອງເຟສບຸກເອງ ແລະຍັງຊ່ວຍໃນການກຳນົດເປົ້າໝາຍການໂຄສະນາໄດ້ອີກດ້ວຍ.

ຄົນເລີ່ມບໍ່ເຊື່ອ WhatsApp ແຕ່ເປັນຫຍັງຍັງມີຜູ້ໃຊ້ເພີ່ມຂຶ້ນ?

ຄຳຕອບງ່າຍໆກໍຄື “ທຸກຄົນໃຊ້”. ໃນເມື່ອທຸກຄົນໃຊ້ ເຈົ້າກໍຈຳເປັນຕ້ອງໃຊ້ຖ້າຢາກຕິດຕໍ່ສື່ສານກັບຄົນທີ່ໃຊ້ WhatsApp ,ມັນຍາກທີ່ຈະປະຕິເສດ ຫຼືປ່ຽນໄປໃຊ້ແອັບອື່ນ ໃນເມື່ອໝູ່, ຄອບຄົວ, ສັງຄົມຂອງເຮົາບໍ່ປ່ຽນຕາມ. ແລະສິ່ງນັ້ນເອງເຮັດໃຫ້ເຮົາຕ້ອງມອງຂ້າມຄວາມເປັນສ່ວນຕົວໄປ ແລະຄວາມຈິງຄື ເຮົາທຸກຄົນທີ່ໃຊ້ Social Media ບໍ່ສົນເລື່ອງຄວາມເປັນສ່ວນຕົວປານນັ້ນ ພວກເຮົາທຸກຄົນຍອມເສຍມັນໄປເພື່ອແລກກັບຄວາມສະດວກສະບາຍໃນການຕິດຕໍ່ສື່ສານກັບຄົນໃນສັງຄົມ, ຄວາມບັນເທີງ ແລະເຫດຜົນອີກຫຼາຍປະການ ແລະເຮົາເຫັນວ່າມັນຄຸ້ມທີ່ຈະເສຍ.

ສຸດທ້າຍນີ້ ຂ້ອຍຢາກຝາກຄຳເວົ້າໜຶ່ງທີ່ວ່າ:

“ຖ້າເຮົາບໍ່ເສຍເງິນເພື່ອສິນຄ້າ ເຮົານີ້ແຫຼະທີ່ເປັນສິນຄ້າ”​

“If we are not paying for the product, We are the products”


Signal github

cnbc

history of whatsapp

ວິດີໂອບັນຍາຍ