
The Flat Earth Society ໂລກໃບນີ້ມັນແບນ
The Flat Earth Society ໂລກໃບນີ້ມັນແບນ ຖ້າຂ້ອຍບອກວ່າໂລກນີ້ມັນແບນ ມັນບໍ່ໄດ້ເປັນໜ່ວຍມົນເຈົ້າຈະເຊື່ອບໍ່? ແນ່ນອນວ່າເຈົ້າບໍ່ເຊື່ອ ບໍ່ມີໃຜເຊື່ອແນ່ນອນ, ແລ້ວໂລກມັນເປັນໜ່ວຍມົນຫວາ? ຮູ້ໄດ້ຈັ່ງໃດວ່າມັນເປັນໜ່ວຍມົນ? ເຄີຍເຫັນໂລກຈາກນອກຈາກອາວະກາດກັບຕາແລ້ວຫວາ? ມີຫຼັກຖານຫຼາຍຢ່າງທີ່ຍັ້ງຍືນວ່າໂລກເປັນໜ່ວຍມົນ…. ດຽວໆ! ຢ່າຟ້າວຕັດສິນຂ້ອຍ ຂ້ອຍບໍ່ທັນໄດ້ບອກວ່າຂ້ອຍເຊື່ອວ່າໂລກມັນແບນ ແຕ່ທີ່ຂ້ອຍຈະບອກຄືມັນມີຄົນທີ່ເຊື່ອແບບນີ້ ແລະບໍ່ໄດ້ມີໜ້ອຍອີກ. ຂໍແນະນຳໃຫ້ຮູຈັກກັບ The Flat Earth Society The Flat Earth Society ຫຼື ສະມາຄົມໂລກແບນ ( ແມ່ນລະ ມັນມີສະມາຄົມນີ້ແທ້ ) ມັນເປັນການລວມຕົວກັນຂອງຄົນທີ່ເຊື່ອວ່າໂລກແບນ ດ້ວຍເຫດຜົນຕ່າງໆນາໆທີ່ເຂົາເຈົ້າຄິດຂຶ້ນມາ ເຊິ່ງມັນມີຄວາມເປັນໄປໄດ້ບໍ່ ຂ້ອຍບໍ່ຮູ້ (ເພາະຂ້ອຍບໍ່ແມ່ນນັກດາລາສາດ) ແຕ່ຖ້າໃຫ້ໄປສຶກສາເຖິງທິດສະດີທີ່ເຮັດໃຫ້ເຊື່ອວ່າໂລກແບນ ຂ້ອຍອາດຈະກາຍເປັນຊາວໂລກແບນ ແລະອາດກາຍເປັນສະມາຊິກຄົນໃໝ່ຂອງສະມາຄົມ ( ຂ້ອຍເລີຍບໍ່ເຮັດດີກວ່າ ) ແຕ່ຂ້ອຍໄປສຶກສາວ່າ ແມ່ນຫຍັງທີ່ເຮັດໃຫ້ເຂົາເຈົ້າເຊື່ອແບບນີ້ ຄຳຕອບທີ່ໄດ້ຄື YouTube ແລະ ສື່ Social Media ອື່ນໆ ຄົນສວ່ນຫຼາຍໄດ້ຄວາມເຊື່ອແບບນີ້ຈາກສິ່ງທີ່ເຫັນທຸກມື້ ຄື Social Media ແລະໂລກ ທີ່ເບິ່ງຈາກພື້ນໂລກແລັວບໍ່ເຫັນເລີຍວ່າມັນເປັນວົງມົນ. ຖ້າລອງຄົ້ນຫາຄຳວ່າ “Flat Earth” ໃນ YouTube ກໍຈະເຫັນຫຼາຍວິດີໂວກ່ຽວກັບໂລກແບນ ສ່ວນຫຼາຍກໍຈະເປັນແນວທີ່ອະທິບາຍວ່າໂລກມັນບໍ່ໄດ້ແບນ ແລ້ວເຈົ້າລອງເບິ່ງວິດີໂອເຫຼົ່ານັ້ນໄປຈັກ 2-3 ວິດີໂອ ແລ້ວເຈົ້າຈະສັງເກດວ່າວິດີໂອຕໍ່ໄປທີ່ YouTube ແນະນຳກໍເປັນວິດີໂອທີ່ມີເນື້ອຫາຄ້າຍຄືກັນ....
