Late Night Thoughs on Pinkeo
10 ສິ່ງເລັກໆນ້ອຍໆທີ່ເຮັດໃຫ້ຄົນອື່ນຮູ້ສຶກດີກັບເຮົາ
ອາດຈະເປັນໄດ້ທັງຄົນສະໜິດ ຫຼື ບໍ່ສະໜິດທີ່ເຮົາສາມາດຮູ້ສຶກໄດ້ເຖິງພະລັງງານດ້ານບວກຈາກຄົນໆນັ້ນ
ນີ້ບໍ່ແມ່ນອາການດຽວກັນກັບການຕົກຂຸມຮັກ ຫຼື ອາການ have a crush on ຜູ້ໃດໄດ໋ 😃, ມັນບໍ່ແມ່ນຄວາມຮູ້ສຶກດຽວກັນ ແຕ່ໃກ້ຄຽງກັນເຊິ່ງມັນອາດພັດທະນາໄປໃນທາງນັ້ນໄດ້, ແຕ່ຫຼາຍຄັ້ງແລ້ວມັນກະເປັນພຽງຄວາມຮູ້ສຶກດີໆທີ່ມີຕໍ່ຄົນໆນັ້ນທີ່ບໍ່ໄດ້ໄປໃນທາງ romantic (ຄວາມຄິດເຫັນສ່ວນໂຕ) 🙂
ມີຫຼາຍຄັ້ງທີ່ການກະທຳເລັກນ້ອຍຂອງບາງຄົນມັນເຮັດໃຫ້ຂ້ອຍຮູ້ສຶກດີ ແລະ ກາຍເປັນ highlight ດີໆຂອງມື້ນັ້ນໄປເລີຍ
ແລະ ຂ້ອຍກໍສັງເກດມາຕະຫຼອດວ່າມັນມີຫຍັງແນ່ຫວະ!! ທີ່ຈະສາມາດເຮັດໃຫ້ຄົນເຮົາຮູ້ສຶກດີກັບຄົນໆໜຶ່ງໄດ້ ສະຫຼຸບໄດ້ 10 ຂໍ້ ສິ່ງເລັກໆນ້ອຍໆທີ່ຂ້ອຍເຊື່ອວ່າມັນຈະເຮັດໃຫ້ຄົນອື່ນຮູ້ສຶກດີກັບເຮົາ:
1.ຍິ້ມ.
2.ທັກທາຍຄົນທີ່ຮູ້ຈັກເວລາເຫັນກັນ ເຖິງວ່າຈະບໍ່ຄ່ອຍສະໜິດ ຢ່າງໜ້ອຍກະຍິ້ມໃຫ້.
3.ໃຫ້ຄຳຊົມ ແລະ ຊົມດ້ວຍຄວາມຈິງໃຈ.
4.ເວົ້າຂອບໃຈ ເຖິງມັນຈະເລັກນ້ອຍ.
5.ເປີດປະຕູໄວ້ໃຫ້ຄົນທີ່ມານຳຫຼັງ ແລະ ສຳລັບຜູ້ຊາຍ ຖ້າໄປກັບຜູ້ຍິງ ກໍຄວນເປີດປະຕູໃຫ້ຜູ້ຍິງເຂົ້າກ່ອນ ເຖິງມັນບໍ່ແມ່ນສິ່ງທີ່ພວກເຂົາຂໍ ແຕ່ເຮັດໃຫ້ກະດີ 😊.
6.ຟັງ ໃຫ້ຫຼາຍກ່ອນເວົ້າ.
7.ຖາມໃຫ້ໝັ້ນໃຈວ່າໝູ່ຮອດເຮືອນປອດໄພ ຫຼັງຈາກໄປຫຼິ້ນນຳກັນ.
8.ກ່າວຊົມຄົນອື່ນ ລັບຫຼັງຂະເຈົ້າ.
5 ປຶ້ມທີ່ຢາກແນະນຳໃຫ້ອ່ານກ່ອນທີ່ຈະເປັນຜູ້ໃຫຍ່ເຕັມຕົວ
ປຶ້ມເຫຼົ່ານີ້ດີເກີນໄປທີ່ຈະເກັບໄວ້ອ່ານຄົນດຽວ
1.Atomics Habits: ໜັງສືເຫຼັ້ມນີ້ແນະນຳວິທີໃນການປ່ຽນແປງຕົວເອງເລີ່ມຈາກສິ່ງເລັກໆນ້ອຍໆ ແລະຍັງຈະໄດ້ເຂົ້າໃຈພ້ອມວ່າເປັນຫຍັງເຮົາຈຶ່ງມີນິໄສແນວນີ້ ແຕ່ໃນລະຫວ່າງທີ່ອ່ານຂ້ອຍແນະນຳໃຫ້ຝຶກນິໄສໄປພ້ອມ ເມື່ອອ່ານຈົບເຈົ້າອາດຈະໄດ້ນິໄສດີໆຈັກຢ່າງສອງຢ່າງຕິດຕົວມາ ແລະຈະຮູ້ສຶກວ່າເຈົ້າປ່ຽນໄປ.
2.How to Win Friends and Influence People: ເປັນຫນັງສືແນວຈິດຕະວິທະຍາທີ່ດີຫຼາຍ ມັນຈະເຮັດໃຫ້ເຈົ້າໄດ້ເຂົ້າໃຈພື້ນຖານຈິດໃຈຂອງມະນຸດ ແລະຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ເຮັດແນວໃດຄົນຈຶ່ງຮັກ ເຮັດແນວໃດໃຫ້ຄົນບໍ່ຊັງ ເວົ້າຈັ່ງໃດໃຫ້ຄົນເຊື່ອ ແລະ ຍັງໄດ້ລວມວິທີການຮັກສາຄວາມສຳພັນທີ່ດີ (ຫຼັງອ່ານຈົບເຈົ້າອາດຈະຈີບສາວຄົນນັ້ນຕິດກໍເປັນໄດ້ 😉) ເຫຼັ້ມນີ້ຂ້ອຍໃຫ້ຄະແນນ 9.5/10
3.Rich Dad Poor Dad (ພໍ່ລວຍສອນລູກ): ເຖິງພໍ່ເຈົ້າຈະລວຍແລ້ວກໍຕາມຂ້ອຍກໍຍັງຢາກໃຫ້ອ່ານ ໜັງສືເຫຼັ້ມນີ້ຈະເຮັດໃຫ້ຄວາມເຂົ້າໃຈດ້ານການເງິນຂອງເຈົ້າປ່ຽນໄປ ຈະໄດ້ຮູ້ວ່າອັນໃດຄືໜີ້ ອັນໃດຄືຊັບສິນ ຄົນລວຍມີແນວຄິດແບບໃດ ເປັນຫຍັງຄົນລວຍຈຶ່ງຍິ່ງລວຍຂຶ້ນ ເປັນຫຍັງພວກເຂົາຈຶ່ງມັກຢືມເງິນ. ອ່ານຈົບເຈົ້າອາດຈະບໍ່ຢາກຊື້ລົດທີ່ເຈົ້າຢາກໄດ້ມາຕະຫຼອດເລີຍກະໄດ້ ແລະອີກເຫຼັ້ມໜຶ່ງກ່ຽວກັບການເງິນທີ່ຢາກແນະນຳຄື Psychology of Money (ຂ້ອຍຍັງອ່ານບໍ່ຈົບ).
4.Mindset: ‘’ ພອນສະຫວັນບໍ່ມີຄ່າເທົ່າຄວາມພະຍາຍາມ ’’ ເຈົ້າຈະໄດ້ຮູ້ຈັກກັບຄົນທີ່ມີ mindset ສອງແບບວ່າພວກເຂົາຕ່າງກັນແນວໃດ ແລະເຈົ້າເປັນຄົນທີ່ມີ mindset ແບບໃດ, ການມີຊຸດຄວາມຄິດແບບໃດຈຶ່ງຈະເຮັດໃຫ້ເຈົ້າພັດທະນາ, ແລ້ວເຈົ້າຈະໄດ້ຮູ້ວ່າ ການທີ່ຈະປະສົບຄວາມສຳເລັດ ເລີ່ມຈາກການມີ mindset ທີ່ດີ.