Late Night Thoughts on Pinkeo
2024 ສອນຫຍັງຂ້ອຍ
ນີ້ຄືສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນປີ 2024
ໂພສນີ້ຈະຂຽນສັ້ນໆ ດຽວຈະມາອະທິບາຍແຕ່ລະຂໍ້ໃນໂພສຕໍ່ໆໄປ
[ 1 ]. ຄົນແປກໜ້າ ມັກຈະມີເລື່ອງລາວໜ້າສົນໃຈເລົ່າສູ່ຟັງ
[ 2 ]. ຊີວິດຊ່ວງອາຍຸ 20 ຕົ້ນໆ ບໍ່ຄວນຮູ້ສຶກສະບາຍ
[ 3 ]. ຖ້າເຮົາຮູ້ເຈັບເມື່ອມີຄົນບອກວ່າເຮົາເກັ່ງບໍ່ພໍ ດີບໍ່ພໍ, ຂະເຈົ້າອາດຈະເວົ້າຖືກແລ້ວ
[ 4 ]. ເຮົາດຶງດູດຄົນທີ່ເຮົາເປັນເຂົ້າມາໃນຊີວິດ ບໍ່ແມ່ນຄົນທີ່ເຮົາຕ້ອງການ
[ 5 ]. ເປັນເປັດ = ເປັນຄ່າສະເລ່ຍ = ຖືກແທນທີ່ເມື່ອໃດກໍໄດ້
[ 6 ]. ເຮົາບໍ່ເຊື່ອຄົນອື່ນ ເກີດຈາກເຮົາບໍ່ເຊື່ອໃນຕົນເອງ
[ 7 ]. ເມື່ອຄົນເຮັດຄືບໍ່ສົນໃຈ ນັ້ນເປັນເພາະວ່າເຂົາເຈົ້າບໍ່ສົນໃຈ
[ 8 ]. ຄວາມໝັ້ນໃຈໃນໂຕເອງ ເກີດຈາກການຮູ້ຈັກຕົນເອງດີພໍ
[ 9 ]. ເຊື່ອໝູ່ຄົນນັ້ນ ໝູ່ທີ່ເຫັນຄວາມສາມາດໃນໂຕເຮົາ ກ່ອນທີ່ເຮົາຈະເຫັນໃນໂຕເອງ
Let’s talk about “ຊາດນິຍົມ” ເຮົາພູມໃຈໃນຄວາມເປັນລາວຫຼາຍປານໃດ?
ຂ້ອຍໄດ້ຮູ້ເຖິງແນວຄິດຂອງແຕ່ລະຄົນທີ່ມີຕໍ່ສະພາບປັດຈຸບັນ ໂດຍສະເພາະເລື່ອງເສດຖະກິດ, ທີ່ມ່ວນໄປກ່ວານັ້ນ ເຮົາໄດ້ສວມບົດບາດເປັນນັກການເມືອງທີ່ເຮົາເອີ້ນວ່າ ສ.ສ (ເຊິ່ງຂ້ອຍກໍບໍ່ໝັ້ນໃຈວ່າມັນຫຍໍ້ມາຈາກຫຍັງ ຮາຮາ) ແລະຍົກວິທີແກ້ໄຂບັນຫາປັດຈຸບັນໃນແບບຂອງເຮົາເອງ ຫາກເຮົາມີຄວາມສາມາດພໍທີ່ຈະເຮັດຫຍັງບາງຢ່າງເພື່ອແກ້ໄຂ ເຮົາຊິເຮັດຫຍັງ?
ແລະແຕ່ລະຄົນກໍມີວິທີໃນແບບຂອງຕົນເອງ ແຕ່ທີ່ຂ້ອຍສັງເກດເຫັນສິ່ງໜຶ່ງທີ່ເຮົາເຫັນຕົງກັນຄື ການປັບປຸງຄຸນນະພາບການສຶກສາ , ກໍບໍ່ແປກໃຈເພາະເຮົາເອງກໍເປັນນັກສຶກສາ ແລະກໍເຫັນໄດ້ຊັດເຈນວ່າການສຶກສາຢູ່ລາວມັນເປັນແນວໃດ. ນີ້ນຳໄປສູ່ການຕັ້ງຄຳຖາມທີ່ວ່າ, ‘’ເປັນຫຍັງ ນັກສຶກສາທີ່ໄປຮຽນຢູ່ຕ່າງປະເທດຫຼາຍຄົນຈຶ່ງບໍ່ຢາກກັບມາເຮັດວຽກຢູ່ປະເທດໂຕເອງ? ’’ ຄຳຕອບກໍແນ່ນອນຢູ່ແລ້ວວ່າ… (ເຈົ້າກະຮູ້)
ແຕ່ມີຄົນໜຶ່ງໄດ້ກ່າວເຖິງຄວາມເປັນ ຊາດນິຍົມ ແລະນັ້ນແຫຼະທີ່ເປັນສິ່ງທີ່ໜ້າສົນໃຈ
ເປັນຫຍັງຄົນລາວຫຼາຍຄົນບໍ່ມັກນຳໃຊ້ຜະລິດຕະພັນຂອງລາວ? ຄຸນນະພາບບໍ່ດີ ຄົງເປັນຄຳຕອບຂອງຫຼາຍໆຄົນ (ລວມທັງຂ້ອຍ)
ລອງເບິ່ງຂ້າມເຫດຜົນທາງກາຍະພາບເຫຼົ່ານັ້ນ ແລ້ວເບິ່ງເລິກໆເຂົ້າໄປໃນຈິດໃຈຂອງຄົນ, ເຮົາມີຄວາມພູມໃຈໃນຄວາມເປັນລາວຫຼາຍປານໃດ?
ເຮົາຮູ້ສຶກພູມໃຈທີ່ໄດ້ໃສ່ Nike, Adidas, ຮູ້ສຶກເທ້ທີ່ໄດ້ໃສ່ເສື້ອວິນເທຈທີ່ມີທຸງຊາດອະເມຣິກາ, ຂ້ອຍເຫັນໄວລຸ້ນໃສ່ເສື້ອທີ່ມີພາສາໄທຂຽນວ່າ ພະລັງໃບ ໃຫ້ຂ້ອຍເດົາມັນຄົງເປັນໃບກະທ່ອມ ບາງໂຕມີທຸງຊາດໄທພ້ອມ ແລະຂ້ອຍກໍບອກໄດ້ວ່າພວກເຂົາມັກເສື້ອໂຕນັ້ນບໍ່ໜ້ອຍ
ໃນເມື່ອກ່ອນ ໄທ ມາຊື້ເກືອບ້ານເກິນຢູ່ລາວ ນີ້ເປັນສິ່ງທີ່ຢັ້ງຢືນວ່າເກືອລາວກໍມີຄຸນນະພາບ ແລ້ວຕອນນີ້ເຮົາໄດ້ນຳເຂົ້າເກືອຈາກໄທ ແລ້ວຄົນລາວກໍເລືອກເກືອໄທ, ແນ່ນອນຍ້ອນວ່າຄຸນນະພາບມັນດີກວ່າ ແຕ່ລອງສົມມຸດວ່າ ຖ້າຄຸນນະພາບເກືອລາວກັບໄທດີເທົ່າກັນລາຄາເທົ່າກັນ ເຈົ້າຊິເລືອກໂຕໃດ?
ເຈົ້າຄົງເລືອກຂອງລາວແລະບອກວ່າ ’’ຂ້ອຍຢາກສະໜັບສະໜຸນສິນຄ້າລາວ’’ (ເປັນເລື່ອງດີທີ່ມີແນວຄີດແບບນີ້)
ແຕ່ເຊື່ອບໍ່ວ່າຈະມີຫຼາຍຄົນທີ່ເລືອກຂອງໄທດ້ວຍຄວາມເຊື່ອເຕັມໃຈທີ່ວ່າຈັ່ງໃດມັນກໍດີກວ່າ ແລະພວກເຂົາຮູ້ສຶກພູມໃຈທີ່ໄດ້ໃຊ້ຂອງຕ່າງປະເທດ
ມັນມີຫຼາຍຜະລິດຕະພັນຂອງລາວທີ່ຄຸນນະພາບດີ ແລະ ລາຄາຖືກກ່ວາ ແຕ່ຄົນລາວໃຊ້ມັນແຕ່ຕອນທີ່ຢາກປະຢັດເງິນ ຖ້າມີເງິນເຮົາກໍຈະເລືອກໃຊ້ຂອງທີ່ນຳເຂົ້າຈາກຕ່າງປະເທດ
ສິ່ງທີ່ຂ້ອຍໄດ້ຮຽນຮູ້ໃນ20ປີຜ່ານມາຂອງຊີວິດ 👩
1. ຈົ່ງຮັກສາສຸຂະພາບ ແລະໃຊ້ເວລາໃຫ້ຄຸ້ມຄ່າ: ສອງຢ່າງນີ້ຄືສິ່ງທີ່ສູນເສຍໄປ ແລ້ວເອົາກັບຄືນມາບໍ່ໄດ້, ສຸຂະພາບຂອງເຮົາຈະເຊື່ອມໂຊມຕາມການເວລາ ເຊັ່ນດຽວກັນກັບເວລາທີ່ກຳລັງມີໜ້ອຍລົງ,ໃຊ້ເວລາ ເຮັດໃນສິ່ງທີ່ມີຄວາມສຸກ, ມີຄວາມໝາຍຕໍ່ຕົນເອງ ແລະຄົນອື່ນ.
2. ຢ່າອິນກັບຄວາມຮັກຊ່ວງອາຍຸກ່ອນ 20 : ຂ້ອຍຍຶດຕິດກົດຂໍ້ນີ້ມາຕະຫຼອດ ບໍ່ແມ່ນວ່າຂ້ອຍບໍ່ສົນເລື່ອງຄວາມຮັກ ແຕ່ເຊື່ອບໍ່ວ່າ ຄົນທີ່ເຮົາຄົບຕອນທີ່ຍັງເປັນໄວລຸ້ນ ຈະບໍ່ແມ່ນຄົນຄົນນັ້ນທີ່ເຮົາຈະແຕ່ງງານນຳໃນອະນາຄົດ,ທຳຄວາມຮູ້ຈັກຄົນໃຫ້ຫຼາຍໆ ໃຊ້ເວລາຮ່ວມກັນກັບພວກເຂົາ ແລະເປັນຄວາມຊົງຈຳດີໆໃຫ້ກັນແລະກັນ.
4. ຢ່າຢ້ານທີ່ຈະບອກຄວາມຮູ້ສຶກດີໆທີ່ຕົນເອງມີຕໍ່ຄົນອື່ນ: ມັກໃຜກະບອກໄປໂລດ, ມັກຮອຍຍິ້ມ ສຽງຫົວ ແວວຕາ ຫຼືອີ່ຫັຍງກະບອກໄປໂລດ ເຖິງມັນເປັນສິ່ງເລັກໆນ້ອຍໆ ແຕ່ເຊື່ອບໍ່ວ່າຄຳເວົ້າເຫຼົ່ານີ້ ເຮັດໃຫ້ພວກເຂົາຮູ້ສຶກດີໃດ້ຫຼາຍເທົ່າ
5. ການເຂົ້າໃຈໂລກໃຫ້ຫຼາຍ ສາມາດປ້ອງກັນຄວາມເຈັບປວດທີ່ໂລກຈະເຮັດກັບເຮົາໄດ້: ເຂົ້າໃຈກົດເກນທຸກຢ່າງຂອງໂລກ ເຂົ້າໃຈຄວາມຮູ້ສຶກຄົນ ເຂົ້າໃຈວ່າທຸກຢ່າງທີ່ເກີດຂຶ້ນມີເຫດຜົນ ແລ້ວຍອມຮັບມັນ
6. ຮັກໂຕເອງ ຄືຮັກທີ່ວິເສດ: ເຮົາຈະມີຄວາມສຸກຂຶ້ນຫຼາຍເທົ່າຖ້າເຮົາຮັກໂຕເອງຫຼາຍຂຶ້ນ 💖
7. ລະຫວ່າງຄວາມຮູ້ສຶກ ແລະຄວາມຈິງ ໃຫ້ເລືອກຄວາມຮູ້ສຶກ: ຄວາມຈິງ ຈັ່ງໃດມັນກະຍັງຄົງຈະເປັນຄວາມຈິງ ແຕ່ຖ່າໃຫ້ເລືອກເວົ້າ ກໍຈົ່ງເວົ້າສິ່ງທີ່ມັນຮັກສາຄວາມຮູ້ສຶກຂອງຄົນອື່ນ ເພາະບາງຄວາມຈິງມັນກໍເປັນສິ່ງທີ່ເຈັບປວດ
ຢ່າເຮັດຫຍັງໂງ່ໆ ຈົນທຳລາຍຄວາມສຳພັນ
ສຳລັບຂ້ອຍ
ຄວາມສຳພັນທີ່ມີອິດທິພົນກັບຂ້ອຍຫຼາຍທີ່ສຸດ ຄື ຄອບຄົວ ແລະໝູ່ເພື່ອນ
ເຮົາເຄີຍເປັນກັນໝົດທຸກຄົນແຫຼະ
ເມື່ອບໍ່ໄດ້ຮັບຄວາມສົນໃຈກໍຄຽດ
ມັນເປັນທຳມະຊາດຂອງມະນຸດ
ແລະມັນເກີດກັບທຸກຄົນ ທັງຜູ້ຍິງ ແລະຊາຍ
ໃນຊີວິດເຮົາ
ເຮົາຈະໄດ້ຮູ້ຈັກຫຼາຍໆຄົນ
ແລະເຮົາເລືອກໄດ້ວ່າຈະເກັບໃຜໄວ້
ໃນນັ້ນຕ້ອງມີຈັກຄົນແຫຼະ
ທີ່ເຮົາຍັງຄົງຈະໄປຫາ ຫຼືໂທຫາ ເມື່ອເຮົາອາຍຸ 70 80 ນະ
ແຕ່ມັນກໍມີຫຼາຍຄັ້ງ
ທີ່ເຮົາເຮັດຫຍັງໂງ່ໆໄປ ແລ້ວມັນເຮັດໃຫ້ຄວາມສຳພັນພັງລົງ ມັນເຈັບ ບໍ່ວ່າຈະເປັນຄວາມສຳພັນຮູບແບບໃດກໍຕາມ ມັນມີຫຼາຍຄັ້ງ ທີ່ໝູ່ຄູ່ ຄອບຄົບ
ເຮັດບາງຢ່າງທີ່ທຳຮ້າຍຈິດໃຈຂ້ອຍ
ເຮັດໃຫ້ຮູ້ສຶກບໍ່ດີ
ແລະສິ່ງນັ້ນເອງ
ກໍເປັນສິ່ງທີ່ເຮັດໃຫ້ຂ້ອຍ ຕັດຄົນບາງຄົນອອກຈາກຊິວິດ
ແຕ່ຖ້າໃຊ້ເກນນີ້ມາໃຊ້ກັບທຸກຄົນ
ຕອນນີ້ຂ້ອຍຄົງບໍ່ເຫຼືອໃຜ
ມັນໃຊ້ກັບທຸກຄົນບໍ່ໄດ້
ຄົນທີ່ໃຫ້ໃຫ້ເຮົາຮູ້ສຶກສຳຄັນ
ຮູ້ສຶກຖືກຮັກ
ຮູ້ສຶກປອດໄພ
ຮູ້ສຶກວ່າຊີວິດມີຫຍັງມ່ວນໆໃຫ້ເຮັດ
ຮູ້ສຶກວ່າເຮົາໂຊກດີ
… ແລະອີກຫຼາຍຄວາມຮູ້ສຶກ
ມີບາງຄັ້ງ
ພວກເຂົາເຮັດໃຫ້ເຮົາຮູ້ສຶກໄປໃນທາງລົບ
ແລ້ວເຮົາ ເກັບມາຄຽດ
ນ້ອຍໃຈ
ບໍ່ເວົ້າ ບໍ່ປັບຄວາມເຂົ້າໃຈ
ຫຼືຮ້າຍໄປກວ່ານັ້ນ
ຄືການ ສົ່ງກັບຄວາມຮູ້ສຶກດ້ານລົບ ທີ່ຮຸນແຮງກວ່າຫຼາຍເທົ່າ ກັບໄປຫາພວກເຂົາ
ມັນຍິ່ງຈະເຮັດໃຫ້ທຸກຢ່າງບໍ່ດີລົງ
ລ່າສຸດ
ຂ້ອຍກໍເກືອບເສຍໝູ່ດີໆຄົນໜຶ່ງໄປ
ມັນເປັນພຽງຄຳເວົ້າປະໂຫຍກດຽວທີ່ທຳຮ້າຍ
ຂ້ອຍເຜີສົ່ງພະລັງງານລົບໆນັ້ນກັບໄປຫາລາວ
ມັນເຮັດໃຫ້ເຮົາອຶດອັດ
ພວກເຮົາ ຖອຍຫຼັງຄົນລະກ້າວ
ສະຫງົບສະຕິ