Tech on Pinkeo
Edge Detection ກວດຈັບຂອບຂອງຕົວໜັງສືໃນຮູບພາບດ້ວຍ MATLAB
ສຳລັບໂພສນີ້ ເປັນການຂຽນຟັງຊັນເພື່ອກວດຈັບຂອບຂອງຕົວໜັງສືໃນຮູບພາບ ດັ່ງຮູບລຸ່ມນີ້ ມາເປັນຮູບນີ້ ເລີ່ມດ້ວຍການຂຽນຟັງຊັນ
function output = edgy(input) input = uint8(input); % ປ່ຽນ input ເປັນ uint8 input = double(input); % ປ່ຽນ input ເປັນ double image = zeros(size(input)); % ປ່ຽນຂະໜາດຂອງຮູບພາບໃຫ້ເປັນ 0 px = [-1 0 1; -2 0 2; -1 0 1]; py = [-1 -2 -1; 0 0 0; 1 2 1]; for i = 1:size(input, 1) - 2 for j = 1:size(input, 2) - 2 Gx = sum(sum(px.</description></item><item>
CatGPT AI ສຸດ Creative ຄູ່ແຂ່ງໃໝ່ ChatGPT
CatGPT ກາຍກຳລັງໄດ້ຮັບຄວາມສົນໃຈຈາກ social media, ນີ້ເປັນ AI ທີ່ແຕກຕ່າງຈາກ ChatGPT (ເຖິງຊື່ຈະຟັງເບິ່ງຄ້າຍໆກັນ), ມັນອາດຈະບໍ່ສາມາດສອບໝໍ ຫຼື ກົດໝາຍຜ່ານໄດ້ຄື ChatGPT ແຕ່ມັນສາມາດຕອບໂຕ້ໄດ້ຄືແມວ
ນັ້ນແຫຼະ, ຕາມຊື່ເລີຍ CatGPT ແມ່ນ AI ແມວ ທີ່ຈະຕອບໂຕ້ກັບເຮົາຄືແມວ ບໍ່ວ່າເຮົາຈະຖາມຫຍັງມັນກໍຈະຕອບ ແມ່ວ ແມ່ວ ຢູ່ແບບນັ້ນ
ໜ້າເວັບໄຊ້ຂອງ CatGPT ຖືກອອກແບບໃຫ້ຄ້າຍຄືກັບ ChatGPT, ເມື່ອເຂົ້າໄປທີ່ໜ້າເວັບໄຊ້ ມັນຈະໂຊຕົວຢ່າງຄຳຖາມທີ່ສາມາດຖາມໄດ້ ມັນສາມາດໃຫ້ຄຳຕອບເປັນ GIF ແມວຕະຫຼົກຕະຫຼົກ ແລະ ຄຳວ່າ Meow meow [UPDATE] ຫຼັງຈາກການອັບເດດລ່າສຸດ ຕອນນີ້ CatGPT ສາມາດຕອບໂຕ້ໄດ້ຄືກັບມະນຸດແລ້ວ ຟີເຈີ GPT-Furr ຖືກເພີ່ມມາເປັນ AI ທີ່ນຳໃຊ້ໄດ້ແທ້, ແລະຂອ້ນຂ້າງມີຄວາມກວນຕີນໜ້ອຍໜຶ່ງ ເຊິ່ງເປັນຄາແລັກເຕີຂອງມັນເອງ ແລະ ມັນໃຫ້ຄວາມຮູ້ສຶກທີ່ແຕກຕ່າງອອກໄປຈາກການນຳໃຊ້ AI ຕົວອື່ນຄືມັນມີຄວາມເປັນທຳມະຊາດໃນການຕອບຄຳຖາມ ເຮັດໃຫ້ຄືກຳລັງສົນທະນາກັບມະນຸດແມວຄົນໜຶ່ງ. ແມວໂຕນີ້ສະຫຼາດກວ່າທີ່ຄິດ, ທີມງານທີ່ສ້າງມັນຕ້ອງເປັນຄົນທີ່ມີຄວາມ creative ຢູ່ບໍ່ໜ້ອຍ, ເອົາເປັນວ່າໃຜທີ່ຢາກລອງໄປລົມກັບແມວສາມາດເຂົ້າໄປໄດ້ທີ່ https://www.</description></item><item>
ເຮົາໃຊ້ WhatsApp ຟຣີ ແລ້ວ WhatsApp ໄດ້ເງິນມາຈາກໃສ?
ໃນຊ່ວງທີ່ພວກເຂົາເລີ່ມພັດທະນາ WhatsApp ພວກເຂົານັ່ງໃນຫ້ອງທີ່ມີໂຕະໄມ້ເກົ່າໆ ເວົ້າໄດ້ວ່າພວກເຂົາເລີ່ມຈາກ 0 ແລະເມື່ອມີການເປີດໂຕແອັບ, ມີຄົນໃຊ້ເພີ່ມຂຶ້ນ ແນ່ນອນວ່າແອັບກໍຕ້ອງມີການພັດທະນາ ພວກເຂົາໄດ້ສະເໜີຕົວເລືອກໃຫ້ຜູ້ໃຊ້ຈ່າຍຄ່າບໍລິການ 1 ດອລລາຕໍ່ປີ ແລະແນ່ນອນ ຜູ້ໃຊ້ສ່ວນຫຼາຍຍອມຈ່າຍເພື່ອແລກກັບຄວາມສະດວກສະບາຍ ແຕ່ຄົນທີ່ບໍ່ຍອມຈ່າຍ ພວກເຂົາກໍຍັງໃຊ້ແອັບໄດ້ຕໍ່ໄປ, ຄ່າບໍລິການ1ດອລລາຕໍ່ປີນີ້ ຄ້າຍຄືກັບການບໍລິຈາກ ໃຜຈ່າຍກໍໄດ້,ໃຜບໍ່ຈ່າຍກໍບໍ່ເປັນຫຍັງ ນອກຈາກນັ້ນພວກເຂົາອາໄສເງິນລົງທຶນຈາກນັກລົງທຶນຫຼາຍໆຄົນເພື່ອພັດທະນາແລະປະຄັບປະຄອງ WhatsApp ໃຫ້ຢູ່ຕໍ່
ແຕ່ເງິນພຽງເທົ່ານັ້ນ ບໍ່ພຽງພໍທີ່ຈະເຮັດໃຫ້ WhatsApp​ ພັດທະນາໄປຕໍ່ໄດ້. ແລະ ພວກເຂົາຈະອາໄສເງິນຈາກນັກລົງທຶນເຫຼົ່ານັ້ນຕະຫຼອດໄປບໍ່ໄດ້ ເພາະວ່າບໍ່ມີໃຜຢາກລົງທຶນກັບສິງທີ່ສ້າງເງິນບໍ່ໄດ້.
ໃນປີ​ 2014,​ Facebook ເຂົ້າຊື້ WhatsApp​ ດ້ວຍເງິນ 19ພັນລ້ານ$ ນັ້ນເປັນການຊື້ແອັບທີ່ລາຄາສູງສຸດໃນປະຫວັດສາດ ໃນຂະນະທີ່ WhatsApp ມີຜູ້ໃຊ້ຫຼັກລ້ານຄົນ.
ແລ້ວ Mark Zuckerberg ຊື້ WhatsAppໃນລາຄາສູງປານນັ້ນເພື່ອຫຍັງ?ໃນເມື່ອ WhatsAppສ້າງເງິນບໍ່ໄດ້ເລີຍ. ແນ່ນອນວ່າ Mark Zuckerberg ຄິດດີແລ້ວກ່ອນຈະຊື້ ທັກສະນະທີ່ແຕກຕ່າງລະຫວ່າງ WhatsApp ແລະ Facebook WhatsApp ຄືແອັບທີ່ໃຫ້ຄວາມສຳຄັນກັບຄວາມເປັນສ່ວນຕົວຂອງຜູ້ໃຊ້Jan Koum ແລະ Brian Acton ເຈົ້າຂອງ WhatsApp ບໍ່ມັກການໂຄສະນາໃນແອັບ, ຕ້ອງການໃຫ້ WhatsApp ຟຣີ ແລະ ບໍ່ຕ້ອງການເກັບ ຫຼືຂາຍຂໍ້ມູນຜູ້ໃຊ້ ເຊິ່ງ Facebook ຄືທຸກສິ່ງທີ່ກົງກັນຂ້າມ.</description></item></channel></rss>